ຂໍຂອບໃຈນຳຜູ້ສະໜັບສະໜູນ

ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທັງເປັນການສະເຫຼີມສະຫຼອງ ວັນແຫ່ງການສ້າງຕັ້ງ ສາຍພົວພັນການທູດ ອັນຍາວນານ ແລະ ຕໍ່ເນື່ອງ ລະຫວ່າງ ສອງປະເທດ ລາວ-ອົດສະຕຣາລີ ຄົບຮອບ 70 ປີ. ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີ ຮັບຜິດຊອບວຽກງານແມ່ຍິງ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ຈຶ່ງໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຕາມຄຳເຊີນ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 24-25 ກຸມພາ 2022.

ໃນໂອກາດການຢ້ຽມຢາມຄັ້ງນີ້, ທັງສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນອັນດີງາມ ແລະ ຕໍ່ເນື່ອງຂອງສອງຊາດ ຕະຫຼອດ 70 ປີ ທີ່ຜ່ານມາ. ພ້ອມກັນນີ້, ຍັງໄດ້ມີການແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍທີ່ຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ເປັນຕົ້ນແມ່ນ ການຊ່ວຍເຫຼືອຂອງອົດສະຕຣາລີ ໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ 19, ການຊ່ວຍເຫຼືອດ້ານການສ້າງຊັບພະຍາກອນມະນຸດ, ປ້ອງກັນຊາດ, ການຄ້າ ແລະ ການລົງທຶນ, ພື້ນຖານໂຄງລ່າງ, ກະສິກໍາ ແລະ ບັນຫາລະເບີດທີ່ຍັງບໍ່ທັນແຕກ (UXO) ຢູ່ ສປປ ລາວ.

ພ້ອມກັນນັ້ນ ທັງສອງຝ່າຍ ຍັງໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະເຮັດວຽກຮ່ວມກັນ ໃນກອບການຮ່ວມມື ອາຊຽນ ໃນໂອກາດ ທີ່ ສປປ ລາວ ເປັນປະເທດປະສານງານ ການພົວພັນອາຊຽນ-ອົດສະຕຣາລີ (2021- 2024).

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ນາງ ມາຣີສ ເພນ (Marise Payne) ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ: ຈະໃຫ້ການສະໜັບສະໜູນ ແກ່ການກະກຽມຄວາມພ້ອມ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອບັນດາໂຄງການຕ່າງໆ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ສປປ ລາວ ຂອງ ອົດສະຕຣາລີ ເປັນຕົ້ນແມ່ນ ໂຄງການຄຸນນະພາບ ແລະ ເຂົ້າເຖິງການສຶກສາ ຢູ່ ສປປ ລາວ ເພື່ອຍົກລະດັບສາຍພົວພັນຂອງສອງປະເທດອັນຍາວນານ ແລະ ຕໍ່ເນື່ອງຕະຫຼອດ 7 ທົດສະວັດທີ່ຜ່ານ ເປັນການພົວພັນຮ່ວມມືແບບຮອບດ້ານ (Comprehensive Partnership).

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້