ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄວາມພະຍາຍາມ ຄືໝາກຜົນຂອງຄວາມສໍາເລັດ ມື້ນີ້ ເຮົາຈະພາທຸກຄົນມາຮູ້ຈັກກັບ ນາງ ສ້ອຍສຸດາ ມະນີວົງ ຫຼື ສ້ອຍ ນັກສຶກສາລາວ ທີ່ສາມາດຄວ້າກຽດນິຍົມອັນດັບໜຶ່ງ ດ້ວຍເກດ GPA 3.66, ຈາກ ມະຫາວິທະຍາໄລ ສະຫຍາມ (Siam University), ຄະນະວິສະວະກໍາມະສາດ, ສາຂາ ວິສະວະກຳໄຟຟ້າ, ຈາກ ປະເທດໄທ ມາໄດ້ຢ່າງພາກພູມໃຈ.

ສ້ອຍສຸດາ ໄດ້ໃຫ້ສໍາພາດກັບ ອິນໄຊລາວ ວ່າ: ຕົນເອງ ຮູ້ສຶກພາກພູມໃຈຫຼາຍ ທີ່ສາມາດຄວ້າກຽດນິຍົມອັນດັບໜຶ່ງມາໄດ້ສໍາເລັດ ແລະ ເປັນນັກສືກສາ ພຽງຄົນດຽວ ຈາກ ສາຂາວິສະວະໄຟຟ້າ ທີ່ໄດ້ຮັບກຽດນິຍົມ ອັນດັບໜຶ່ງ ໃນສົກສືກສາ ປີ 2022 ນີ້ ຖືວ່າເປັນຂອງຂວັນໃຫ້ໂຕເອງ ແລະ ຄອບຄົວ ເພາະກວ່າຈະໄດ້ກຽດນິຍົມ ກໍບໍ່ແມ່ນເລື່ອງ່າຍ ເພາະຕ້ອງມີຄວາມພະຍາຍາມ, ຄວາມອົດທົນ ແລະ ມີເປົ້າໝາຍທີ່ຊັດເຈນ. ເຊິ່ງໃຊ້ເວລາໃນການຮຽນຢູ່ 3 ປີ ເຄິ່ງ (ຈາກການຮຽນປົກກະຕິ 4 ປີ ) ແຕ່ກວ່າຈະມາຮອດຈຸດນີ້ໄດ້ ຕ້ອງຂໍຂອບໃຈ ພໍ່ກັບແມ່ ແລະ ໝູ່ເພື່ອນ ຜູ້ທີ່ຢູ່ເບື້ອງຫຼັງຄວາມສຳເລັດໃນຄັ້ງນີ້.

ສ້ອຍສຸດາ ເກີດມາໃນຄອບຄົວຫາເຊົ້າກິນຄໍ່າ ບໍ່ໄດ້ລ້ຳລວຍ ເເລະ ການທີ່ໄດ້ໄປສຶກສາຢູ່ທີ່ ປະເທດໄ ທໃນຄັ້ງນີ້ ກໍໄປໃນທຶນໂຕເອງ, ສ້ອຍ ບອກວ່າ ເຫດຜົນທີ່ເລືອກຮຽນສາຂານີ້ກໍເພາະໃຈມັກແນ່ ມີຄວາມຕັ້ງໃຈຢາກເປັນ ນັກວິສະວະກອນຍິງທີ່ເກັ່ງ ແລະ ທຸກຄົນໃຫ້ການຍອມຮັບວ່າ ເຮົາສາມາດເຮັດວຽກໃນສາຍງານນີ້ໄດ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສ້ອຍ ເລົ່າໃຫ້ຟັງວ່າ: ແຕ່ກ່ອນໂຕເອງ ເປັນຄົນຮຽນບໍ່ຄ່ອຍເກັ່ງປານໃດ ເເລະ ເຄີຍຖືກອາຈາກເວົ້າໃຫ້ “ຖ້າຈະຮຽນແບບນີ້ ກັບປະເທດໄປເລີຍ ຢູ່ໄປກະເປືອງເງິນພໍ່ແມ່ ຄວາມຮູ້ເທົ່ານີ້ເປັນວິສະວະບໍ່ໄດ້ດອກ” ມັນອາດຈະເປັນຄຳເວົ້າສັ້ນໆ ແຕ່ມັນກາຍເປັນຈຸດປ່ຽນ ທີ່ເຮັດໃຫ້ເຮົາຢາກປ່ຽນເເປງ ເເລະ ພັດທະນາໂຕເອງໃຫ້ດີຂຶ້ນ ຕ້ອງຂອບໃຈອາຈານຄົນນັ້ນຫຼາຍໆ ທີ່ເຮັດໃຫ້ໂຕເອງຄິດໄດ້ ແລະ ມີໃຈໃນການຮຽນ ຈົນສາມາດຄວ້າ ກຽດນິຍົມອັນດັບໜຶ່ງ ມາໄດ້ສໍາເລັດ.

ສຳລັບການຮຽນ ໃນແບບຂອງ ສ້ອຍ ແມ່ນຕ້ອງທຳຄວາມເຂົ້າໃຈກັບວິຊາທີ່ຮຽນ, ຕ້ອງມ່ວນໄປກັບມັນ ບໍ່ໃຫ້ຄິດອະຄະຕິກັບວິຊາທີ່ຮຽນນ ເອົາເກຼດເປັນຕົວຕັ້ງເປົ້າໝາຍ ວ່າວິຊານີ້ຕ້ອງໄດ້ຄະແນນເທົ່າໃດ? ແຕ່ບໍ່ໃຫ້ຕົວເອງຄຽດຈົນເກີນໄປ ເພາະມັນສິໜ້າເບື່ອ ອັນໃດຮຽນບໍ່ເຂົ້າໃຈໃຫ້ຖາມອາຈານເລີຍ ບໍ່ປະໄວ້ດົນ ເເລະ ເວລາອາຈານຖາມໃຫ້ຕອບທຸກເທື່ອທີ່ມີໂອກາດ, ພະຍາຍາມເວົ້າລົມກັບອາຈານ, ສະເໜີຄວາມຄິດເປັນບາງຄັ້ງ (ເຄັດລັບການຮຽນຂອງສ້ອຍ).

ສຸດທ້າຍ ສ້ອຍຍັງຝາກເຖິງນ້ອງໆ ຜູ້ທີ່ຈະມາຮຽນຢູ່ປະເທດໄທ ໃຫ້ຕັ້ງໃຈ ສຶກສາລາຍລະອຽດວີຊາ, ສຶກສາໂຮງຮຽນທີ່ຈະຮຽນດີໆ ກ່ອນ, ຖ້າຕັ້ງໃຈຈະຮຽນສາຂາໃດແນະນຳໃຫ້ສຶກສາວິຊາພື້ນຖານໃຫ້ແໜ້ນ ຢ່າຫຼົງໃນແສງສີສຽງ ຫ້າມຫຼຸດຈາກເປົ້າໝາຍທີ່ຕັ້ງໄວ້ ແລະ ເຮົາຈະປະສົບຜົນສຳເລັດເອງ.

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້