ເຄືອຕົດໝາ ແມ່ນເປັນອີກໜຶ່ງສະໝຸນໄພພື້ນບ້ານ ທີ່ຜູ້ເຖົ້າແກ່ ເພິ່ນໃຊ້ເປັນສະໝຸນໄພໃນການປິ່ນປົວໂຣກຕ່າງໆ ເຊິ່ງມີລັກສະນະເປັນເຄືອລາມຕາມຕົ້ນໄມ້ໃນປ່າດົງ, ມີກິ່ນທີ່ເໝັນ ສ່ວນຫຼາຍເຂດຊົນນະບົດຈະນິຍົມນໍາເຄືອຕົດໝາມາຕົ້ມຮົມ ແລະ ໃຊ້ເປັນອາຫານສັດລ້ຽງ ເຊັນ: ງົວ, ຄວາຍ ແລະ ແບ້ ເປັນຕົ້ນ.

ເຮົາມາເບິ່ງກັນເລີຍວ່າ ເຄືອຕົດໝາມີປະໂຫຍດເເນວໃດເເດ່.

- ໝົດຕົ້ນ: ມີສັບພະຄຸນຊ່ວຍແກ້ໂຕຮ້ອນ, ໃຊ້ເປັນຢາຖອນພິດ ຈາກການເມົາເຫຼົ້າ, ຢາສູບ ເເລະ ອາຫານເປັນພິດ ໃຊ້ຕົ້ມດື່ມນໍ້າ ມັນຈະຊ່ວຍຂັບປັດສະວະສານພິດອອກ ນອກນີ້ ຍັງໃຊ້ເປັນຢາແກ້ຖອກທ້ອງໄດ້ອີກ.
- ໃບ: ມີລົດຊາດຂົມ ສາມາດນໍາມາກິນເປັນອາຫານບໍາລຸງຮ່າງກາຍ , ຊ່ວຍແກ້ອາການເຈັບຫົວ , ແກ້ອາການເຈັບແສບຈາກບາດແຜ່ ແລະ ຊ່ວຍແກ້ພິດງູໄດ້ອີກດ້ວຍ ໂດຍການນໍາເອົາໃບຂອງມັນມາຕໍາໃຫ້ລະອຽດ ແລ້ວນໍາມາທາບໍລິເວນທີ່ເປັນບາດແຜ.
- ຮາກ: ໃຊ້ຝົນຢອດຕາ ຫຼື ນໍາຮາກມັນມາຕົ້ມດື່ມນໍ້າ ຈະຊ່ວຍແກ້ສາຍຕາສັນ, ຕາມົວ, ຕາເເດງ ແລະ ຍັງຊ່ວຍປິ່ນປົວລິດສີດວງທະວານໄດ້.
- ໝາກ ແລະ ໃບ: ໃຊ້ເປັນຢາແກ້ອາການເຈັບເງືອກ, ແຂ້ວ.
- ຍອດອ່ອນ: ໃຊ້ເປັນຢາແກ້ອາການອັກເສບຢູ່ ຄໍ ແລະ ປາກ, ເປັນຢາລະບາຍ ແລະ ຍັງຊ່ວຍໃນການສ້າງນໍ້ານົມຂອງແມ່ຍິງ.
- ຍອດ ແລະ ເຄືອ: ຊ່ວຍແກ້ອາການຍຶ່ງທ້ອງ, ແນ່ນທ້ອງ, ເຈັບທ້ອງ ແລະ ໃຊ້ເປັນຢາບໍາລຸງລໍາໄສ້, ບໍາລຸງທາດໃນຮ່າງກາຍ.

ເຄືອຕົດໝາ ນອກຈາກຈະເປັນສະໝຸນໄພຊ່ວຍແກ້ໂຣກຕ່າງໆ ໄດ້ແລ້ວ ຍັງສາມາດນໍາມາເປັນອາຫານໄດ້ ໂດຍສະເພາະແມ່ນຍອດອ່ອນ ນໍາມາເປັນຜັກກິນກັບແຈ່ວ, ລາບ ,ຕໍາ ຫຼື ສາມາດນໍາມາຕົ້ມກິນກັບແຈ່ວໄດ້.
ຂໍ້ມູນຈາກ:https://medthai.com
Hits: 4