Wednesday, March 26, 2025

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 26 ກຸມພາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

5.5% ຂອງທຸລະກິດ ໄດ້ປິດກິດຈະການຢ່າງຖາວອນໃນປີ 2021

ບັນດານັກທຸລະກິດລາວ ແລະ ກຸ່ມນັກທຸລະກິດຕ່າງປະເທດ ຢູ່ສປປ ລາວ ໄດ້ລວມກັນຈັດເວທີສົນທະນາ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນທຸລະກິດ ເນັ້ນໃສ່ການຂັບເຄື່ອນການຟື້ນຕົວ ທາງດ້ານເສດຖະກິດ ຈາກຜົນກະທົບຂອງການລະບາດຂອງເຊື້ອພະຍາດໂຄວິດ-19.

ຈຸດປະສົງເວທີສົນທະນານີ້ ແມ່ນແນໃສ່ ເພື່ອສ້າງຄວາມຮັບຮູ້ກ່ຽວກັບຫຼັກການ D&I ແລະ ຜົນປະໂຫຍດ ໃຫ້ແກ່ວິສາຫະກິດທີ່ດໍາເນີນທຸລະກິດຢູ່ ສປປ ລາວ, ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຍັງໄດ້ກ່າວວ່າ: ໃນຂະແໜງການທ່ອງທ່ຽວ, ຂະແໜງການບໍລິການ, ຂະແໜງການຜະລິດ ແລະ ອື່ນໆ ໂດຍສະເພາະໃນປີ 2021, 5.5% ຂອງທຸລະກິດ ໄດ້ປິດກິດຈະການຢ່າງຖາວອນ ແລະ 33% ໄດ້ປິດກິດຈະການຊົ່ວຄາວ, ຊຶ່ງເຮັດໃຫ້ສູນເສຍລາຍໄດ້ ພ້ອມທັງກະທົບ ທາງດ້ານຊັບພະຍາກອນມະນຸດ ແລະ ສູນເສຍພະນັກງານທີ່ມີຄວາມສາມາດອີກດ້ວຍ…ອ່ານຕໍ່

3 ພູ ເມືອງໄຊ! ຈະກາຍເປັນແຫຼງທ່ອງທ່ຽວໃນອະນາຄົດ

ບໍລິສັດ ຫົວເຟິງ ສົ່ງເສີມກະສິກຳ ຈຳກັດ ແລະ ບໍລິສັດ ຍອດນ້ຳງາ ພັດທະນາຈຳກັດ ຜູ້ດຽວໄດ້ ຮັບອະນຸຍາດຈາກອົງການປົກຄອງແຂວງອຸດົມໄຊ ໃນການລົງທຶນກ່ຽວກັບໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ທຳມະຊາດ ຢູ່ ພູຫຍ້າຄາ ເຂດຫລັກ 32, ພູເພີ້ຍ ແລະ ພູວັດປ່າ ເຂດປ່າສະຫງວນ ບ້ານນາແລ, ນາສ້າວ, ຫວ້ຍຂຸມ ແລະ ບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ

ໂຄງການດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສໍາຫຼວດສຶກສາຄວາມເປັນໄປໄດ້ຊຶ່ງມີພິທີເຊັນຍາເມື່ອມໍ່ໆມານີ້ ເຊິ່ງເຂດດັ່ງກ່າວຈະພັດທະນາໃຫ້ກາຍເປັນເຂດອະນຸລັກທຳມະຊາດ ແລະ ສະຖານທີ່ບໍລິການ ດ້ານການທ່ອງທ່ຽວ ທີ່ຕິດພັນກັບການອະນຸລັກທຳມະຊາດ ແບບຍືນຍົງ…ອ່ານຕໍ່

ລັດຖະບານຈະສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ 30.654 ຄອບຄົວ

ປີ 2022 ລັດຖະບານຈະສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍຈະເຮັດໃຫ້ຄອບຄົວທີ່ທຸກຍາກພົ້ນທຸກ ໃຫ້ໄດ້ 30.654 ຄອບຄົວ ເທົ່າກັບ 11,12% ຂອງ​ຈຳ​ນວນຄອບຄົວບໍ່ທັນພົ້ນທຸກ ຫຼື ຍັງທຸກຍາກທັງໝົດ 275.553 ຄອບຄົວ, ຈະສ້າງບ້ານພົ້ນທຸກ ໃຫ້ໄດ້ 466 ບ້ານ ເທົ່າກັບ 12,82% ຂອງບ້ານບໍ່ພົ້ນທຸກ ຈໍານວນ 3.634 ບ້ານ.

ນອກຈາກນີ້ມະຕິກອງປະຊຸມສະພາແຫ່ງຊາດ ຍັງຈະສ້າງເມືອງພົ້ນທຸກໃຫ້ໄດ້ 12 ເມືອງ ເທົ່າກັບ 8,10% ຂອງຈໍານວນ 148 ເມືອງທັງໝົດທົ່ວປະເທດ, ສ້າງຄອບຄົວພັດທະນາໃຫ້ໄດ້ 26.859 ຄອບຄົວ, ເພີ່ມຂຶ້ນເປັນ 788.427 ຄອບຄົວ, ເທົ່າກັບ 61,43% ຂອງຈໍານວນ ຄອບຄົວທັງ ໝົດທົ່ວປະເທດ…ອ່ານຕໍ່

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ