Friday, April 18, 2025

ອຸດົມໄຊ ກຽມລົງສຳຫຼວດ ພູຫຍ້າຄາ, ພູເພີ້ຍ ແລະ ພູວັດປ່າ ເມືອງໄຊ ເປັນແຫຼ່ງທ່ອງທ່ຽວ.


ແຂວງ ອຸດົມໄຊ ເປັນອີກແຂວງໜຶ່ງ ທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ໜ້າສົນໃຈຫຼາຍແຫ່ງ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີ. ຫຼ້າສຸດ ທາງແຂວງກໍໄດ້ກຽມລົງສຳຫຼວດ 3 ສະຖານທີ ຄື ພູຫຍ້າຄາ, ພູເພີ້ຍ ແລະ ພູວັດປ່າ ເປັນສະຖານທີ່ທ່ອງທ່ຽວຂອງແຂວງ.

ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາ ແຫຼ່ງທ່ອງທ່ຽວ ທຳມະຊາດ ຢູ່ ພູຫຍ້າຄາ ເຂດຫລັກ 32 ແລະ ພູເພີ້ຍ, ພູວັດປ່າ ເຂດປ່າສະຫງວນ ບ້ານ ນາແລ, ນາສ້າວ, ຫວ້ຍຂຸມ ແລະ ບ້ານທ້ຽວ ເມືອງໄຊ ລະຫວ່າງ ອົງການປົກຄອງແຂວງ ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊ ແລະ ບໍລິສັດຜູ້ລົງທຶນ ພາກເອກະຊົນ ຈັດຂຶ້ນ ທ້າຍອາທິດຜ່ານມານີ້ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊ. ເຊິ່ງມີຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງໄຊ ແລະ ວິຊາການຈາກ 2 ບໍລິສັດ ດັ່ງກ່າວ ເຂົ້າຮ່ວມ ເປັນສັກຂີພະຍານ.


ສຳລັບເນື້ອໃນຂອງບົດບັນທຶກ ແມ່ນໄດ້ແບ່ງອອກເປັນ 2 ສະບັບ ຄື ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຳຫຼວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາປ່າສະຫງວນພູເພີ້ຍ ແລະ ພູວັດປ່າ ໃຫ້ກາຍເປັນເຂດອານຸລັກທຳມະຊາດ ແລະ ບໍລິການ ດ້ານການທ່ອງທ່ຽວ ແລະ ບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນ ສຳປະທານ ພູຫຍ້າຄາ ເພື່ອພັດທະນາ ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວ ຕິດພັນກັບການ ອານຸລັກທຳມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ເນື້ອໃນລວມ ຂອງບົດບັນທຶກດັ່ງກ່າວ ແມ່ນໄດ້ກຳນົດບັນດາຫຼັກການທົ່ວໄປຢ່າງລະອຽດ ເປັນຕົ້ນແມ່ນ ຄຳສັບ, ເປົ້າຫມາຍ, ຂອບເຂດຂອງໂຄງການ, ອາຍຸໃນການສຶກສາ, ສຳຫຼວດ, ຄ່າໃຊ້ຈ່າຍ ຕະຫຼອດຮອດພັນທະ, ສິດຫນ້າທີ່ ແລະ ການຍົກເລີກສັນຍາ.

ພູຫຍ້າຄາ

ຫຼັງຈາກໄດ້ສໍາເລັດການຜ່ານຮ່າງບົດບັນທຶກທັງສອງສະບັບແລ້ວ ທັງສອງຝ່າຍ ໄດ້ລົງນາມ ໃນບົດບັນທຶກຮ່ວມກັນກໍຄື ອົງການປົກຄອງແຂວງ ອຸດົມໄຊ ຕາງຫນ້າໂດຍ ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກ ຖວທ ແຂວງ, ເຈົ້າເມືອງໆໄຊ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ບໍລິສັດ ຫົວເຟິງ ສົ່ງເສີມກະສິກຳ ຈຳກັດ ທີ່ໄດ້ຮັບອະນຸຍາດ ຈາກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນແຂວງ ໃນການສຳຫຼວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາ ເຂດປ່າສະຫງວນພູເພີ້ຍ ແລະ ພູວັດປ່າ ໃຫ້ກາຍເປັນເຂດອານຸລັກທຳມະຊາດ ແລະ ສະຖານທີ່ບໍລິການ ດ້ານການທ່ອງທ່ຽວ ແລະ ອີກສະບັບໜຶ່ງກໍຄື ອົງການປົກຄອງແຂວງ ອຸດົມໄຊ ແລະ ບໍລິສັດ ຍອດນ້ຳງາ ພັດທະນາ ຈຳກັດຜູ້ດຽວ. ທີ່ໄດ້ຮັບອະນຸຍາດໃນການ ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ສຳປະທານ ພູຫຍ້າຄາ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ ຕິດພັນກັບການ ອານຸລັກທຳມະຊາດ ແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ພູຫຍ້າຄາ
ພູຫຍ້າຄາ

ພາຍຫຼັງ ສໍາເລັດການລົງນາມໃນບົດບັນທຶກດັ່ງກ່າວແລ້ວ ບໍລິສັດ ທີ່ໄດ້ຮັບອະນຸຍາດໃນການລົງທຶນ ຈະໄດ້ສືບຕໍ່ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ຈົນຄົບກຳນົດ 12 ເດືອນ ແລະ ສາມາດ ຕໍ່ໄດ້ອີກ ບໍ່ເກີນ 6 ເດືອນ ຕາມເນື້ອໃນຂອງບົດບັນທຶກ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.