ຂໍຂອບໃຈນຳຜູ້ສະໜັບສະໜູນ

ການສັກລາຍຂອງຄົນລາວ ໃນຍຸກປີ ຄສ 1957 ທີ່ຖືກຖ່າຍໂດຍທ່ານ Halpern, Joel M. (Joel Martin) ໃນເຂດຫຼວງພຣະບາງ, ເມືອງໄຊ ແລະ ວັງວຽງ. ເຊິ່ງການສັກລາຍໃນເມື່ອກ່ອນ ຈະເປັນການສັກລາຍແບບຕ່າງໆ ຕາມຮ່າງກາຍ, ແຂນ-ຂາ ແມ່ນສັກເພື່ອເປັນການຢູ່ຍົງຄົງກະພັນເປັນຫຼັກ ແລະ ຄົນລາວໃນສະໄໝກ່ອນ (ລາວລ້ານຊ້າງ) ຍຸກປີ 1900 ລົງໄປ ຈະສັກຍັນ ຫຼື ສັກລາຍ ແຕ່ຫົວເຄົ່າຂຶ້ນໄປຮອດຕົ້ນຂາ ຈົນໄດ້ຊື່ວ່າ “ລາວພຸງຂາວ”, ສ່ວນແຖບ ລາວລ້ານນາ ຈະສັກແຕ່ຫົວເຄົ່າຂຶ້ນຮອດທ້ອງນ້ອຍ ເອິ້ນຄົນແຖວນັ້ນວ່າ “ລາວພຸງດຳ”.

ການສັກລາຍ ຫຼື ສັກຍັນ ແມ່ນເປັນອີກຄວາມເຊື່ອຖືໄສຍະສາດ ຂອງຄົນບູຮານໃນສະໄໝກ່ອນ, ຊຶ່ງຜູ້ທີ່ໄດ້ສັກລາຍ ຈະມີໜັງໜຽວຟັນແທງ ແລະ ຍິງບໍ່ເຂົ້າ ເຊິ່ງປະເທດລາວ ເຮົາກໍເປັນປະເທດໜຶ່ງທີ່ມີຄວາມເຊື່ອທາງດ້ານໄສຍະສາດ ໂດຍສະເພາະໃນສະໄໝກ່ອນ ທີ່ຄົນກັບຄວາມເຊື່ອ ແມ່ນແຍກກັນບໍ່ອອກເລີຍ, ແລະ ຄົນທີ່ມີ ການສັກຍັນ ຫຼື ສັກລາຍ ໃນສະໄໝນັ້ນ ສ່ວນຫຼາຍຈະເປັນທະຫານ.

ການສັກລາຍ ກໍເພື່ອເປັນການຈຳແນກກົມກອງທີ່ທະຫານສັງກັດຢູ່, ຕໍ່ມາກໍ ໄດ້ມີການສັກໃນຄວາມເຊື່ອ ວ່າ: ແຕ່ລະລາຍທີ່ສັກນັ້ນ ຄືສິ່ງສັກສິດຄຸ້ມຄອງຜູ້ທີ່ຖືກສັກໃຫ້ປອດໄພຈາກອັນຕະລາຍ, ຈາກສັດຕູ ໂດຍການຝັງຍັນ (ເຊື່ອວ່າເປັນຂອງທີ່ສັກສິດ) ເຂົ້າໄປໃນລາຍທີ່ສັກ ເຊັ່ນ: ໃນສະໄໝສົງຄາມທີ່ຕ້ອງມີການສູ້ຮົບກັບສັດຕູນັ້ນ ກ່ອນຈະອອກໄປສູ້ຮົບ ທະຫານທຸກຄົນຈະຕ້ອງມີສິ່ງສັກສິດ ຫຼື ເຄື່ອງຂອງທີ່ເອົາໄວ້ປ້ອງກັນຕົວ, ການສັກລາຍກໍເປັນອີກວິທີ່ໜຶ່ງ ທີ່ຄົນສະໄໝນັ້ນນິຍົມໃຊ້ ເພື່ອໃຫ້ຕົວເອງມີໜັງໜຽວ ຟັນ, ແທງ ແລະ ຍິງບໍ່ເຂົ້າ ເປັນຕົ້ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເມື່ອກ່ອນ ຄົນທີ່ສາມາດສັກລາຍໃຫ້ຄົນອື່ນໄດ້ນັ້ນ ຕ້ອງແມ່ນພຣະສົງ ຫຼື ຜູ້ອະວຸໂສ ທີ່ຮຽນຈົບວິຊາດ້ານນີ້ມາໂດຍສະເພາະທີ່ເປັນຄູບາອາຈານ ອຸປະກອນທີ່ໃຊ້ ແມ່ນເຫຼັກປາຍແຫຼມ ຍາວໆ ສັກລົງເທິງຜິວໜັງ, ສຳລັບການສັກລາຍນັ້ນ ແມ່ນມີສອງປະເພດ ຄື: ການສັກນໍ້າເມິກ ແລະ ສັກນໍ້າມັນ.

ມາຮອດສະໄໝ ປັດຈຸບັນ ການສັກລາຍມີຢ່າງຫຼວງຫຼາຍ ເພາະຖືກັນວ່າເປັນສິລະປະອີກຢ່າງໜຶ່ງໄປແລ້ວ ບາງຄົນອາດຈະສັກເພື່ອຄວາມງາມ ຫຼື ສັກຕາມສິນລະປິນທີ່ຕົນເອງມັກ, ອຸປະກອນການສັກກໍໄດ້ມີການປ່ຽນແປງໄປຕາມຍຸກຕາມສະໄໝຂອງສັງຄົມ ດຽວນີ້ຈະມີເຄື່ອງຈັກທີ່ໃຊ້ສຳລັບສັກລວດລາຍຕ່າງໆ ຜູ້ທີ່ສັກສ່ວນຫຼາຍກໍບໍ່ແມ່ນ ພຣະສົງ ຫຼື ຄູບາອາຈານ ຄືເເຕ່ກ່ອນແລ້ວ ແຕ່ປ່ຽນມາເອີ້ນວ່າ: ຊ່າງສັກລາຍ.

ເເຫຼ່ງຂໍ້ມູນ:Khumkomlao.com

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້