ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນ ປັດຈຸບັນ ບ້ານເຮົາກຳລັງພົບກັບບັນຫາຂີ້ເຫຍື້ອທີ່ມີຈຳນວນເພີ່ມຂື້ນຢ່າງຫຼວງຫຼາຍ ແລະ ມີແນວໂນ້ມທີ່ຈະເພີ່ມຂື້ນຢ່າງຕໍ່ເນື່ອງ ເນື່ອງຈາກວ່າ ປະຊາກອນມີຈຳນວນເພີ່ມຂື້ນທຸກໆ ປີ ຂີ້ເຫຍື້ອທີ່ເພີ່ມຂື້ນແມ່ນມີຫຼາຍປະເພດປະປົນກັນໄປ, ໜຶ່ງໃນນັ້ນ ແມ່ນມີຂີ້ເຫຍື້ອປລາສຕິກໂຟມ ເຊິ່ງມີຈຳນວນຫຼວງຫຼາຍ ແລະ ຍັງບໍ່ມີວີທີ ຫຼື ລະບົບກຳຈັດທີ່ດີເທື່ອ.

ຫຼາຍຄົນອາດບໍ່ຮູ້ວ່າ ການນໍາໃຊ້ກ່ອງໂຟມນອກຈາກຈະສ້າງຂີ້ເຫຍື້ອຈໍານວນມະຫາສານແລ້ວນັ້ນ, ເວລາທີ່ນໍາໄປເຜົາທໍາລາຍມັນກໍຍັງກໍ່ໃຫ້ເກີດ “ສານສະໄຕຣີນ” ທີ່ກໍ່ໃຫ້ເກີດຄວາມອັນຕະລາຍຕໍ່ລະບົບຜິວໜັງ ແລະ ລະບົບປະສາດສ່ວນກາງຂອງຄົນເຮົາ.

ເພື່ອສ້າງມູນຄ່າເພີ່ມ ແລະ ໝູນໃຊ້ສິ່ງເສດເຫຼືອຄືນໃໝ່ໃຫ້ເກີດປະໂຫຍດ ເມື່ອບໍ່ດົນມານີ້ໄດ້ມີ ນັກສຶກສາຈາກ ຄະນະ ວິທະຍາສາດ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ໄດ້ເຮັດບົດວິໄຈ ໃນຫົວຂໍ້ “ການນຳໃຊ້ຂີ້ເຫຍື້ອປລາສຕິກໂຟມເຂົ້າໃນການຜະລິດບລ໋ອກປູ່ທາງຍ່າງ ນ້ຳໜັກເບົາ” ແລະ ໄດ້ເຮັດການທົດລອງໂຕຈິງ ໂດຍນໍາກ່ອງໂຟມທີ່ນໍາໃຊ້ແລ້ວມາຕັດ ແລະ ບົດ ປະສົມກັບຊາຍ, ຊີມັງ , ນໍ້າ ແລະ ຫີນ ແລ້ວນໍາໄປອັດເປັນບລ໋ອກໃສ່ໃນແມ່ພິມ ເພື່ອຜະລິດເປັນ ບລ໋ອກປູທາງຍ່າງນໍ້າໜັກເບົາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນາງ ພູເຂົາຄຳ ແກ້ວເມືອງຄົມ ແລະ ທ້າວ ໄຊຍະສິດ ພົມມະວົງ, ນັກສຶກສາ ຜູ້ທີ່ໄດ້ຄິດຄົ້ນ ແລະ ເຮັດການວິໄຈ ການນຳໃຊ້ຂີ້ເຫຍື້ອປລາສຕິກໂຟມເຂົ້າໃນການຜະລິດບລ໋ອກປູ່ທາງຍ່າງນ້ຳໜັກເບົາ ໄດ້ໃຫ້ສໍາພາດກັບທີມຂ່າວ ອິນໄຊລາວ ວ່າ: ເຫດຜົນທີ່ເຮັດບົດວິໄຈ ກ່ຽວກັບຫົວຂໍ້ນີ້ ກໍເພື່ອເປັນແນວທາງໜື່ຶ່ງໃນການກຳຈັດຂີ້ເຫຍື້ອປລາສຕິກໂຟມ ທີ່ກໍາລັງເພີ່ມຂຶ້ນຫຼາຍຢູ່ໃນສັງຄົມປັດຈຸບັນ ໃຫ້ຫຼຸດລົງ ໂດຍນຳເອົາກ໋ອງປລາສຕິກໂຟມ ທີ່ບໍ່ນໍາໃຊ້ໄດ້ເເລ້ວ ກັບມານໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ເປັນມິດກັບສີ່ງແວດລ້ອມທີ່ສຸດ.

ສ່ວນປະກອບໃນການຜະລິດ:

ໃນຂະບວນການຜະລິດແມ່ນໄດ້ຜະລິດຄືກັບບລ໋ອກທົ່ວໄປຂອງທາງຮ້ານ ເຊິ່ງວັດຖຸດິບກໍຈະມີຄື: ປູນ, ຊາຍ, ກ່ອງໂຟມ, ນ້ຳ ເຊິ່ງເຮົາຈະນຳເອົາຂີ້ເຫຍື້ອປລາສຕິກໂຟມມາເປັນວັດຖຸດິບໃຊ້ແທນຫີນ ເພື່ອໃຫ້ນ້ຳໜັກຂອງບລ໋ອກນັ້ນເບົາ.

ຂັ້ນຕອນໃນການຜະລິດມີຄື:

ນຳເອົາຂີ້ເຫຍື້ອປລາສຕິກໂຟມມາລ້າງທຳຄວາມສະອາດ ແລ້ວນຳໄປຕາກແດດໃຫ້ແຫ້ງ ແລ້ວນຳໄປຕັດ ຫຼື ບົດໃຫ້ມີຂະໜາດນ້ອຍ ແລ້ວໄປປະສົມກັບ ປູນ, ຊາຍ, ນໍ້າ ຄົນໃຫ້ເຂົາກັນ ແລ້ວນໍາໄປຖອກໃສ່ແມ່ພິມ ແລ້ວປະໄວ້ປະມານ 1-2 ມື້ ແລ້ວແກະອອກນຳໄປຕາກແດດໃຫ້ແຂງ ເພື່ອຈະນຳໄປທົດລອງ.

ເມື່ອນໍາບລ໋ອກຈາກປລາສຕິກໂຟມ ມາປຽບທຽບປະສິດທິພາບກັບ ບລ໋ອກທີ່ຜະລິດທົ່ວໄປ ດ້ວຍການທົດລອງແຮງອັດໜີບ, ການປ່ອຍຕົກລົງຈາກທີ່ສູງ ແລະ ການດູດຊຶມນໍ້າ. ເຫັນວ່າບລ໋ອກຈາກປລາສຕິກໂຟມນັ້ນມີອັດຕາທົນທານສູງກວ່າມາດຕະຖານບລ໋ອກມວນເບົາ ແລະ ມີຄວາມເໝາະສົມໃນການນໍາໄປຜະລິດ ແລະ ເປັນວັດສະດຸທາງເລືອກທີ່ມີປະສິດທິພາບໃນການຫຼຸດຜ່ອນປລາສຕິກໂຟມໄດ້ດີ.

ນາງ ພູເຂົາຄຳ ແກ້ວເມືອງຄົມ ແລະ ທ້າວ ໄຊຍະສິດ ພົມມະວົງ ຍັງບອກອີກວ່າ: ບລ໋ອກ ທີ່ເຮັດຈາກຂີ້ເຫຍື້ອປລາສຕິກໂຟມ ແມ່ນສາມາດໃຊ້ງານໄດ້ຈິງ ເນື່ອງທົດລອງແລ້ວ ເຊິ່ງຜົນການທົດລອງຂອງບລ໋ອກພວກເຮົາແມ່ນຜ່ານເກນມາຕະຖານ.

ຂໍ້ມູນ ເເລະ ຮູບພາບ:ນາງ ພູເຂົາຄຳ ແກ້ວເມືອງຄົມ ແລະ ທ້າວ ໄຊຍະສິດ ພົມມະວົງ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້