Sunday, May 25, 2025
Kbank Laos โอน รับ จ่าย

ກຽມກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້

ຄະນະສະຖາປັດຕະຍະກຳສາດ (ຄສປ), ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດໂຄງການກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້ ແລະ ໃຫ້ກາຍເປັນສັນຍະລັກຂອງການພັດທະນາ ວິຊາການ ລວມທັງເປັນ ສັນຍະລັກຂອງ ຄວາມສາມັກຄີ.  

ທ່ານ ສິນທະວອນ ດາລາວົງ, ຄະນະບໍດີ ຄສປ ກ່າວວ່າ: ການສ້າງສວນສາທາລະນະເພື່ອການຮຽນຮູ້ຢູ່ ສວນປ່າສັກ ໃນປັດຈຸບັນ ເປັນບໍລິເວນ ຄສປ ໂດຍກວມເນື້ອທີ່ 4 ເຮັກຕາກວ່ານັ້ນ ຈະສ້າງສິ່ງອຳນວຍຄວາມສະດວກ ໂດຍນຳໃຊ້ທ່າແຮງຂອງບໍລິເວນນີ້ ໃຫ້ສາມາດຕອບສະໜອງກິດຈະກຳການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນ ທີ່ ກະຊວງສຶກສາທິການ ແລະ ກິລາວາງອອກ ທັງເປັນການປະຕິບັດຕາມວິໄສທັດ ການພັດທະນາຮອດປີ 2030 ແລະ ແຜນຍຸດທະສາດການພັດທະນາປີ 2016-2025 ຂອງ ມຊ. ເຊິ່ງສວນນີ້ ຈະສ້າງເງື່ອນໄຂໃຫ້ແກ່ການຫັນ ການຮຽນ-ການສອນ ລົງສູ່ພາກປະຕິບັດຕົວຈິງ ທັງເຮັດໃຫ້ນັກສຶກສາມີໂອກາດຮຽນຮູ້ຕົວຈິງຈາກພາກສະໜາມ ຫຼາຍຂຶ້ນ. 

ທ່ານ ສິນທະວອນ ດາລາວົງ

ທ່ານກ່າວໃຫ້ຮູ້ອີກວ່າ: ການສ້າງໃຫ້ເປັນສວນສາທາລະນະເພື່ອການຮຽນຮູ້ດັ່ງກ່າວນີ້ຂຶ້ນເພື່ອຈຸດປະສົງຄື:

1. ສ້າງເປັນສວນສາທາລະນະເພື່ອການຮຽນຮູ້ວິຊາການດ້ານຕ່າງໆໂດຍຕິດພັນກັບວິຊາການຮຽນ-ການສອນ ແລະ ການຝຶກຫັດຂອງຄູ-ອາຈານ ແລະ ນັກສຶກສາບໍ່ສະເພາະແຕ່ຄະນະ ຄສປ ຍັງລວມເຖິງຄະນະອື່ນໆ.

2. ສ້າງເປັນພິພິທະພັນວັດທະນະທໍາບັນດາຊົນເຜົ່າ ໂດຍການເຕົ້າໂຮມເອົາບັນດາເຮືອນ ພ້ອມດ້ວຍອຸປະກອນເຄື່ອງໃຊ້ ທີ່ຕິດພັນກັບວິຖີການດຳລົງຊີວິດຂອງຊົນເຜົ່າຕ່າງໆ ມາທ້ອນໂຮມໄວ້ໃນສະຖານທີ່ດັ່ງກ່າວ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບສະຖາປັດຕະຍະກຳທ້ອງຖິ່ນຊົນເຜົ່າຕ່າງໆ, ພູມປັນຍາໃນການອອກແບບ, ການກໍ່ສ້າງ, ການນໍາໃຊ້ວັດສະດຸ ແລະ ວິຖີການດຳລົງຊີວິດທີ່ຕິດພັນກັບທີ່ຢູ່ອາໄສ.

3. ສ້າງເປັນສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ ເພື່ອເຮັດໃຫ້ນັກສຶກສາໄດ້ຮຽນຮູ້ການອອກແບບຈັດສວນຕົ້ນໄມ້, ສວນດອກໄມ້ຊະນິດຕ່າງໆ ລົງໃສ່ພື້ນທີ່ຢ່າງເໝາະສົມ ແລະ ສວຍງາມ, ລວມທັງໄດ້ຮຽນຮູ້ວິທີການປູກ, ການບົວລະບັດຮັກສາຢ່າງຖືກຕ້ອງ.

4. ສ້າງເປັນສະຖານທີ່ເຕົ້າໂຮມຂອງຄູ-ອາຈານ ແລະ ນັກສຶກສາ ເພື່ອຈັດກິດຈະກຳອະເນກປະສົງຕ່າງໆເຊັ່ນ: ເປັນສະຖານທີ່ພັກຜ່ອນຢ່ອນໃຈ, ເປັນສະຖານທີ່ອອກກໍາລັງກາຍ, ຈັດງານຕະຫຼາດນັດຜະລິດຕະພັນນັກສຶກສາ, ພື້ນທີ່ຈັດວາງສະແດງຜົນງານທາງວິຊາການຕ່າງໆຂອງຄູ-ອາຈານ ແລະ ຜົນງານຂອງນັກສຶກສາ ແລະ ຈັດງານເທດສະການຕ່າງໆຂອງ ມຊ.

5. ສ້າງຫໍມູນເຊື້ອ ມຊ ເປັນບ່ອນວາງສະແດງການກຳເນີດ ແລະ ການຂະຫຍາຍຕົວຂອງ ມຊ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ.

6. ສ້າງເປັນສະຖານທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາເຊັ່ນ: ຮ້ານອາຫານ, ຮ້ານເຄື່ອງດື່ມ, ຮ້ານຂາຍອຸປະກອນຮັບໃຊ້ການຮຽນ-ການສອນເຫຼົ່ານີ້.

7. ກາຍເປັນພື້ນທີ່ສວນສາທາລະນະທີ່ມີຄວາມໂດດເດັ່ນສວຍງາມປະດັບເອ້ໃຫ້ ມຊ ທີ່ມີທັງຄູ-ອາຈານ ແລະ ນັກສຶກສາທົ່ວ ມຊ ສາມາດເຂົ້າມານໍາໃຊ້ຢ່າງກວ້າງຂວາງ.

ທ່ານ ສິນທະວອນ ກ່າວຕື່ມອີກວ່າ: ເບື້ອງຕົ້ນຈະໃຊ້ງົບປະມານກໍ່ສ້າງ 6 ຕື້ກີບ ແລະ ຈະໃຊ້ເວລາກໍ່ສ້າງ 4 ປີ ໂດຍທີ່ຕັ້ງ ສວນສາທາລະນະນີ້ ຢູ່ຈຸດຍຸດທະສາດສໍາຄັນຂອງ ມຊ, ຢູ່ຈຸດໃຈກາງ ວິທະຍາເຂດດົງໂດກ ຕິດກັບເສັ້ນທາງເຊື່ອມຕໍ່ທີ່ສໍາຄັນ ເປັນເຂດທີ່ມີນັກລົງທຶນສົນໃຈ ແລະ ຕ້ອງການ ແລະ ການທີ່ ມຊ ໄດ້ມອບເນື້ອທີ່ດັ່ງກ່າວໃຫ້ແກ່ ຄສປ ຄຸ້ມຄອງພັດທະນາ ຍ້ອນຄວາມຕັ້ງໃຈຂອງພະນັກງານ ຄູ-ອາຈານ ທີ່ຫວັງສ້າງໃຫ້ເປັນສວນສັນຍະລັກຂອງການ ພັດທະນາວິຊາການ ແລະ ຄວາມສາມັກຄີ. 

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.