ໃນຕອນເຊົ້າທີ 2 ມີນາ 2022 ຢູ່ທີ່ບ້ານ ດອນແດງ ເມືອງ ຈຳພອນ ແຂວງ ສະຫັວນນະເຂດ ໄດ້ຈັດພິທີ ເປີດແຫຼ່ງທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມຂອງວົງຈອນການທ່ອງທ່ຽວເຊຈຳພອນ, ໂດຍການເປັນປະທານ ຂອງ ທ່ານ ນາງ ພູທອງ ແກ້ວໄຊຍະພອນ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງຈຳພອນ, ທ່ານນາງ ໂຊຍ ລູໂຊະ ຜູ້ບໍລິຫານໂຄງການ ເຊຕຣັກຕຼິດຂັ້ນທ້ອງຖິ່ນ ແລະ ມີບັນດາຫ້ອງການທີ່ກ່ຽວຂ້ອງ,ເລຂາພັກບ້ານ,ນາຍບ້ານ ແລະ ນ້ອງນັກຮຽນ ພາຍໃນບ້ານ ດອນແດງເຂົ້າຮ່ວມ.

ທ່ານນາງ ໂຊຍ ລູໂຊະ ຜູ້ບໍລິຫານໂຄງການ ເຊຕຣັກຕຼິດ ຂັ້ນທ້ອງຖິ່ນ ໄດ້ກ່າວວ່າ: ຈຸດປະສົງຂອງການເປີດແຫຼ່ງທ່ອງທ່ຽວໃນຄັ້ງນີ້ ເພື່ອເປັນແຫຼ່ງລາຍຮັບໃຫ້ແກ່ບ້ານ, ເປັນບ່ອນອະນຸລັກປາຝາທີ່ມີຈຳນວນຫຼາຍ ແລະ ລາຍງານຄືນຜົນສຳເລັດຂອງໂຄງການທີ່ໄດ້ປະຕິບັດຕະຫລອດຜ່ານມາບັນລຸຕາມເປົ້າຫາຍຂອງໂຄງການ.
ໃນປີ 2018 ໂຄງການເຕຕຼັກຕຼິດ ສົບທົບກັບຫ້ອງການ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ໄດ້ລົງເກັບກຳຂໍ້ມູນ ແລະ ສະໜອງຄວາມຕ້ອງການໃຫ້ແກ່ແຫຼ່ງທ່ອງທ່ຽວເປັນຕົ້ນ: ບູລະນະສ້ອມແປງປາກລະບາຍນ້ຳ, ປະຕິສັງຂອງສິມກາງນ້ຳ( ປ່ຽນຖ່າຍເສົາ ແລະ ມຸງຫຼັງງຄາໄຫມ່, ບູລະນະສ້ອມແປງຂົວເຂົ້າຫາສິມກາງນ້ຳ, ບູລະນະ ແລະ ສ້າງຕູບ 4 ຕູບ, ສ້າງປະຕູໂຂງເຂົ້າໄໝ່, ສ້າງຫ້ອງຂາຍປີ້ໄຫມ່,ສ້າງຮ້ານຂາຍເຄື່ອງຫັດຖະກຳ, ສ້າງບ່ອນແຍກປະເພດຂີ້ເຫຍື່ອ ແລະ ສ້າງສະຖານທີ່ຖ່າຍຮູບ.

ທ່ານ ແສງອາລຸນ ອິນທິລາດ ຕາງຫນ້າຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ຜ່ານຂໍ້ຕົກລົງຂອງຫົວຫນ້າ ຖວທ ວ່າດ້ວຍການແຕ່ງຕັ້ງອະນຸກຳມະການຜູ້ບໍລິຫານຈັດການປະຈຳແຫຼ່ງທ່ອງທ່ຽວໜອງປາຝາ ບ້ານ ດອນແດງ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຄຸ້ມຄອງ ແລະ ບໍລິຫານຈັດການແຫຼ່ງໜອງປາຝາ ດອນແດງ.

ຈາກນັ້ນທ່ານ ນາງ ພູທອງ ແກ້ວໄຊຍະພອນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຈຳພອນ ກໍ່ໄດ້ປະກອບຄຳເຫັນ ໃຫ້ທິດຊີ້ນຳໃນການປົກປັກແລະ ອານຸລັກຮັກສາແຫລ່ງທ່ອງທ່ຽວເພື່ອໃຫ້ເປັນທີ່ດຶງດູແລະໜ້າສົນໃຈນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມ ແລະຮຽນຮູ້ ອະນຸລັກຮັກສາປາຝານະທີ່ນີ້ ໃຫ້ຄົງຢູ່ຕະລອດໄປ.
Hits: 0