ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເພື່ອເຜີຍແຜ່ ແລະ ສົ່ງເສີມການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນສັງຄົມ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ວຽກງານທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 02-03 ມີນາ 2022, ທີ່ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແຂວງບໍເເກ້ວ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອາຫານ ແລະ ການກະສິກໍາ (FAO) ປະຈໍາ ສປປ ລາວ, ພາຍໃຕ້ໂຄງການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ບຸນທອງ ແສງສີກອງ, ຫົວໜ້າຫ້ອງວ່າການແຂວງ ບໍ່ແກ້ວ ແລະ ທ່ານ ນາງ ມຸກດາວັນ ສີສຸລິດ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ເຊີ່ງມີບັນດາພະແນກການຕ່າງໆຂອງພາກລັດຂັ້ນແຂວງ-ເມືອງ ເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຊຸກຍູ້ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການກ້າວຂື້ນເປັນປະເທດທີ່ມີລາຍຮັບປານກາງ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 2017-2021 ແລະ ໂຄງການ ລາວ/033 ພາຍໃຕ້ Luxembourg development (LuxDev), ແລະສືບຕໍ່ຄວາມພະຍາຍາມຂອງລັດຖະບານໃນການຈັດຕັ້ງປະຕິບັດເປົ້າໝາຍ ປພຍ ໂດຍຄຽງຄູ່ກັບການເຜີຍແຜ່ ແລະ ສົ່ງເສີມການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງຂະແໜງການຢູ່ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍດັ່ງກ່າວ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ, ເພື່ອສືບຕໍ່ເຊື່ອມສານບັນດາເປົ້າໝາຍ ແລະ ຄາດໝາຍ ປພຍ ໃຫ້ມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໃນປັດຈຸບັນ.

ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ມຸກດາວັນ ສີສຸລິດ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ປະທານຮ່ວມກອງປະຊຸມໄດ້ກ່າວວ່າ: ໃນຊຸມປີຜ່ານມາ ລັດຖະບານ ສປປ ລາວ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ສາມາດບັນລຸໄດ້ຜົນສໍາເລັດໃນຫຼາຍດ້ານ, ແຕ່ຍ້ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຈຶ່ງເຮັດໃຫ້ການທີ່ຈະບັນລຸເປົ້າໝາຍ ປພຍ ຍັງສືບຕໍ່ເປັນສິ່ງທີ່ທ້າທາຍຫຼາຍ, ໂດຍສະເພາະແມ່ນການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ- 19 ຕໍ່ວຽກງານດ້ານເສດຖະກິດ.

ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດຕາມຄາດໝາຍເຊີ່ງຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໂດຍໄດ້ນໍາເອົາບົດຮຽນຕົວຈິງຈາກການຈັດຕັ້ງປະຕິບັດວຽກງານຢູ່ທ້ອງຖິ່ນທີ່ຕິດພັນກັບຫົວຂໍ້ທີ່ນໍາສະເໜີ ຍົກຂຶ້ນມາປຶກສາຫາລື ແລກປ່ຽນເພື່ອໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຮ່ວມກັນຊອກຊ່ອງທາງແກ້ໄຂສິ່ງທ້າທາຍ ດ້ານການພັດທະນາໃນຂະແໜງການຕ່າງໆຂອງຕົນ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ ລວມທັງເປັນການສົ່ງເສີມການປະສານງານ, ການຮ່ວມມື ລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມກົມກຽວກັນຫລາຍຂຶ້ນໃນອະນາຄົດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດ້ານການພັດທະນາມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ.
Hits: 0