ຕົ້ນທຶນຊີວິດຂອງຄົນເຮົາບໍ່ຄືກັນ ບາງຄົນເກີດໃນຄອບຄົວທີ່ລ້ຳລວຍ, ແຕ່ບາງຄົນທີ່ເກີດໃນຄອບຕົວທີ່ທຸກຍາກ ກໍຕ້ອງເຮັດທຸກຢ່າງເພື່ອຄວາມຢູ່ລອດ ຄືດັ່ງ ເລື່ອງລາວຂອງ ນາງ ດ່ອນ ຍິງສາວ ຜູ້ທີ້ບໍ່ຍອມແພ້ຕໍ່ໂຊກສະຕາ.

ນາງ ດ່ອນ ອາຍຸ 26 ປີ ອາໃສຢູ່ກັບແມ່ ແລະ ອ້າຍ ໃນເຮືອນຫຼັງນ້ອຍໆທີ່ຊຸດໂຊມ ຢູ່ບ້ານ ໜອງວຽງຄໍາ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ດ່ອນ ຈະຫາເງິນລ້ຽງຄອບຄົວໂດຍການ ເກັບກະຕຸກຂາຍ ແລະ ຮັບຈ້າງທົ່ວໄປ.

ດ່ອນ ເລົ່າຟັງວ່າ: ຕົນເອງເປັນລູກສາວຫຼ້າ ເຊິ່ງມີອ້າຍນ້ອງນໍາກັນ 4 ຄົນ ຫຼັງຈາກພໍ່ເສຍແລ້ວ ອ້າຍກັບເອື້ອຍ 2 ຄົນ ແມ່ນໄປຢູ່ນໍາພີ່ນ້ອງຂອງພໍ່ ແລະ ມີຄອບຄົບໄປແລ້ວ ຍັງເຫຼືອຕົນເອງ ກັບ ອ້າຍອີກຄົນໜຶ່ງທີ່ຢູ່ກັບແມ່ ເຊິ່ງໃນແຕ່ລະມື້ຕົນເອງຈະຕ້ອງໄດ້ອອກໄປຫາເກັບກະຕຸກ ຫຼື ຂອງເກົ່າ ຕາມສະຖານທີ່ຕ່າງໆ ມາເກັບໄວ້ໃຫ້ໄດ້ຫຼາຍໆ ແລ້ວກໍຂາຍ ເຊິ່ງຂາຍແຕ່ລະຄັ້ງກໍຈະໄດ້ປະມານ 100.000 ກວ່າກີບ, ສ່ວນແມ່ກໍຈະຮັບຊື້ໄຂ່ມາຂາຍເພື່ອເອົາກໍາໄລ ແລະ ອ້າຍກໍຈະໄປຮັບຈ້າງຍູ້ລໍ້ເຄື່ອງຢູ່ຕາມຕະຫຼາດ ເພື່ອຫາລາຍໄດ້ຊ່ວຍກັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ດ່ອນ ເລົ່າວ່າ ຕົນເອງເຄີຍຮຽນໜັງສືຮອດ ມ2 ຍ້ອນຄວາມທຸກຍາກ ຈື່ງເຮັດໃຫ້ຕົນເອງໄດ້ຢຸດ ເພາະ ແມ່ບໍ່ສາມາດສົ່ງຮຽນຕໍ່ໄດ້ ຈຶ່ງໄດ້ອອກຮຽນມາຊ່ວຍແມ່ຫາເງິນ.

ໃນຊ່ວງ ໂຄວິດ ລະບາດ ນັກຮຽນນັກສຶກສາກໍໄດ້ພັກຮຽນ ຕົນເອງກໍບໍ່ໄດ້ໄປເກັບກະຕຸກ ກໍຫາຮັບຈ້າງທົ່ວໄປ ແລະ ຊ່ວຍແມ່ຂາຍໄຂ່ ແຕ່ກໍບໍ່ໄດ້ຂາຍດີປານໃດ ເພາະຊ່ວງນີ້ໄຂ່ເເພງບໍ່ຄ່ອຍມີຄົນມາຊື້ ເຮັດໃຫ້ລາຍໄດ້ບໍ່ດີຄື່ເກົ່າ, ແຕ່ກໍຍັງດີ ທີ່ມີຄົນຊື້ເຂົ້າ ແລະ ອາຫານການກິນມາໃຫ້ໃນຊ່ວງນີ້ (ດ່ອນ ກ່າວ).

ດ່ອນ ກ່າວຕື່ມອີກວ່າ: ກໍາລັງໃຈທີ່ເຮັດໃຫ້ຕົນເອງສູ້ໄດ້ທຸກມື້ນີ້ ກະຍ້ອນມີແມ່ ສູ້ເພື່ອແມ່ ແລະ ສິ່ງໜຶ່ງທີ່ແມ່ບອກກັບຕົນຕະຫຼອດ ກໍຄື ບໍ່ຢາກໃຫ້ລູກໄປເປັນຂໍທານ.

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້