ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112ປີ ທາງສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດງານປະເພນີ “ສືບສານສີມືແມ່” ຄັ້ງທີ I ຂຶ້ນ ໃນລະຫວ່າງວັນທີ 4-8 ມີນາ 2022 ທີ່ສວນເຈົ້າອານຸວົງ ພາຍໃຕ້ຄໍາຂວັນ” ສິ່ງດີໆທີ່ເເມ່ສົ່ງຕໍ່ໃຫ້ພວກເຮົາ ເຊິ່ງຕ້ອງສືບສານ ແລະ ອະນຸລັກໄວ້ ເພື່ອຄົນລຸ້ນຕໍ່ໆໄປໆ”

ໃຫ້ກຽດເປັນປະທານງານໃນຄັ້ງນີ້ໂດຍ ທ່ານ ພົຈ ສີຟອງ ຈັນສົມວົງ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ, ທ່ານ ປ້ານາລີ ສີສຸລິດ ພັນລະຍາທ່ານ ເລຂາທິການໃຫ່ຍສູນກາງພັກ , ທ່ານ ນາງ ຫຼຽນຄໍາ ວິລະພັນ ກໍາມະການພັກ ປະທານສະຫະພັນແມ່ຍິິງ ນະຄອນຫຼວງວຽງຈັນ, ມີບັນດາກໍາມະການປະຈໍາພັກ,ກໍາມະການພັກ ,ບັນດາຫົວໜ້າ-ຮອງຫົວໜ້າ ພະເເນກການເມືອງ ,ບັນດາຄະນະບໍລິຫານງານ ສະຫະພັນແມ່ຍິິງ ນະຄອນຫຼວງວຽງຈັນ,ບັນດາຄອບຄົວການນໍາ,ບັນດາຫົວໜ້າອົງການ ຜູ້ຕ່າງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຫຼຽນຄໍາ ວິລະພັນ ກໍາມະການພັກ ປະທານສະຫະພັນແມ່ຍິິງ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການຈັດງານ“ສືບສານສີມືແມ່” ໃນຄັ້ງນີ້ ກໍເພື່ອແນ່ໃສ່ການສົ່ງເສີມ ຮີດຄອງປະເພນີ, ວັດທະນະທໍາອັນດີງາມ ຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໃຫ້ແກ່ມວນຊົນກໍ່ຄື ສັງຄົມໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ກວ້າງຂວາງ, ເປັນການຟື້ນຟູ, ກະຕຸ້ນເສດຖະກິດໃຫ້ມີສະພາບຄ່ອງຕົວຫຼາຍຂຶ້ນ ໃນສະພາວະທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19; ເປັນການສ້າງໂອກາດ ໃຫ້ບັນດາເອື້ອຍນ້ອງແມ່ຍິງ ທົ່ວນະຄອນຫຼວງວຽງຈັນ ແລະ ຍັງເປັນການຊຸກຍູ້ໃຫ້ຍິງໜຸ່ມ ຜູ້ທີ່ກຳລັງຊອກວຽກເຮັດງານທຳ ທີ່ຢາກສ້າງຕົວເອງເປັນຜູ້ປະກອບການຂະໜາດນ້ອຍໃນອະນາຄົດ ໄດ້ນໍາເອົາຜະລິດຕະພັນທີ່ປຸງແຕ່ງແບບປະດິດສ້າງ ຂອງເຂົາເຈົ້າມາວາງຂາຍໃນງານເພື່ອເປັນອາຊີບເສີມ,ແລະ ໄດ້ວາງສະແດງຈຳໜ່າຍສິນຄ້າກໍ່ຄື ຜະລິດຕະພັນທີ່ສືບສານງານສີມື “ແມ່” ໃຫ້ສັງຄົມຮັບຮູ້ ເພື່ອກ້າວໄປສູ່ມາດຕະຖານ ສາກົນ ແລະ ກຽມພ້ອມໃນການຂະຫຍາຍສູ່ຕະຫຼາດສາກົນ.

ການສ້າງກິຈະກໍາງານປະເພນີ “ສືບສານສີມືແມ່” ຖືວ່າເປັນງານໜຶ່ງເລີ່ມທໍາອິດຂອງສະຫະພັນແມ່ຍິງ ນອນໃນໜຶ່ງກິດຈະກໍາ ທີ່ຈະເປັນການສົ່ງເສີມ ລາວທ່ຽວລາວ ແລະ ພາຍໃນງານນີ້ກໍມີກິດຈະກໍາຫຼາກຫຼາຍອັນພົ້ນເດັ່ນ ແລະ ເປັນເວທີໜຶ່ງໃນການໄດ້ມາສະແດງອອກ ໄດ້ກາຍມາເປັນເສດຖະກິດ ໄດ້ກາຍມາເປັນສິນຄ້າ ໂດຍສະເພແມ່ນຜືນຜ້າແພ ທີ່ພວກເຮົາໄດ້ສວມໃສ່ ລ້ວນແລ້ວແຕ່ມາຈາກສີໄມ້ລາຍມືຂອງແມ່ຍິງ ລວມໄປເຖິງອາຫານການກິນຕ່າງໆ.

ເຊິ່ງໃນປີນີ້ ທາງຄະນະຈັດງານໄດ້ຄັດສັນຫ້າງຮ້ານຂາຍເຄື່ອງ ທັງໝົດ 172 ຮ້ານ ຄື: ຮ້ານ ຫັດຖະກໍາ 25 ຮ້ານ, ຮ້ານຂາຍອາຫານ 105 ຮ້ານ, ຮ້ານຂາຍມາກໄມ້ສົດ 10 ຮ້ານ ແລະ ຮ້ານສໍາລັບອຸປະຖໍາ 20 ຮ້ານ.ເຊິ່ງເປັນສິນຄ້າທີ່ເຮັດຈາກພາຍໃນປະເທດທັງໝົດ.
ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນງານ ແມ່ນກະກຽມໃນການປະຕິບັດບັນດາມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດຄື:
1. ຜູ້ວາງສະແດງຂາຍເຄື່ອງ ແລະ ຜູ້ຈະມາຮ່ວມງານ ຈະຕ້ອງໄດ້ຮັບການສັກຢາວັກຊິນ ປ້ອງ ກັນໂຄວິດ ຄົບ 2 ເຂັມຂຶ້ນໄປ.
2. ນຳໃຊ້ອຸປະກອນ ໃນການຂ້າເຊື້ອເປັນຕົ້ນແມ່ນ: ຕິດຕັ້ງຕູ້ພົ່ນຢາຂ້າເຊື້ອ ຢູ່ປະຕູທາງເຂົ້າດ້ານໜ້າຂອງງານ 2 ຕູ້, ເຄື່ອງວັດແທກ ອຸ່ນນະພູມ ເພື່ອກັ່ນຕອງ, ສະໜອງເຈວ ລ້າງມື ແລະ ຜ້າອັດປາກ-ດັງ ໃຫ້ແກ່ ຜູ້ທີ່ເຂົ້າຮ່ວມໃນງານ.
3. ຈັດສັນຮ້ານວາງຂາຍໃຫ້ມີທາງຍ່າງບໍ່ໃຫ້ ແອອັດ ເພື່ອລະບາຍອາກາດ ທັງຮັກສາໄດ້ໄລຍະຫ່າງໃຫ້ແກ່ ຜູ້ທີ່ເຂົ້າຮ່ວມໃນງານ.
4. ຈັດສັນ ແລະ ຄຸ້ມຄອງ ການເກັບມ້ຽນຂີ້ເຫຍື້ອ ໃນແຕ່ລະມື້ ເພື່ອຮັກສາ ອານາໄມ ສະຖານທີ່ ບໍລິເວນຈັດງານໃຫ້ມີ ຄວາມສະອາດ.
5. ພາຍຫຼັງການຈັດງານໃນແຕ່ລະມື້ແມ່ນຈະໄດ້ໃຫ້ໜ່ວຍງານທີ່ກ່ຽວຂ້ອງ ມາພົ່ນຂ້າເຊື້ອ ໃຫ້ບັນດາຫ້າງຮ້ານ, ບໍລິເວນຈັດງານ.
6. ແຕ່ລະມື້ຈະມີການຕິດຕາມ ແລະ ປະຊາສຳພັນຜ່ານ ໂທລະໂຄ່ງຕໍ່ກັບ ມາດຕະການ ທີ່ທາງຄະນະສະເພາະກິດວາງອອກ ໃນບໍລິເວນຈັດງານເພື່ອເປັນການຊຸກຍູ້ໃຫ້ບັນດາທ່ານທີ່ຢູ່ພາຍໃນງານ ມີສະຕິຕໍ່ການປະຕິບັດມາດຕະການຢ່າງເຂັ້ມງວດ.
ສໍາລັບງານປະເພນີ “ສືບສານສີມືແມ່” ຄັ້ງທີ I ຄາດຄະເນວ່າຈະມີຄົນເຂົ້າຮ່ວມງານຫຼາຍກວ່າ 30 ພັນເທື່ອຄົນ ແລະ ຈະມີເງິນໝູນວຽນໃນງານປະມານ 2-3 ຕື້ກວ່າກີບ.
Hits: 0