ຜະລິດຕະພັນເຄື່ອງປະດັບ ແລະ ຂອງຕ້ອນຂອງຝາກ ທີ່ເປັນເອກະລັກຂອງຊົນເຜົ່າລາວ ເຊິ່ງທ່ານເຫັນຢູ່ນີ້ ແມ່ນລ້ວນແລ້ວແຕ່ເປັນງານສີມືຂອງເອື້ອຍນ້ອງແມ່ນຍິງຄົນພິການ ຢູ່ທີ່ ສູນຫັດຖະກຳ ຄົນພິການ ແລະ ຊົນເຜົ່າ ທີ່ໄດ້ໃຊ້ຫົວຄິດປະດິດແຕ່ງ ແລະ ຜະລິດຂຶ້ນມາ ຈົນເປັນທີ່ຍອມຮັບຈາກກຸ່ມລູກຄ້ານັກທ່ອງທ່ຽວຊາວຕ່າງປະເທດເປັນຢ່າງດີ.

ທ່ານນາງ ພຸດອາລີ ວົງສະໃໝ, ຫົວໜ້າກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ ກ່າວວ່າ: ສູນແຫ່ງນີ້ ໄດ້ສ້າງຂຶ້ນມາຈາກແຮງບັນດານໃຈ ທີ່ເພິ່ນໄດ້ພົບເຫັນວ່າ ເຄື່ອງຫັດຖະກຳໃນລາວ ມັນຍັງບໍ່ມີຄວາມຫຼາກຫຼາຍ, ບໍ່ກົງກັບຄວາມຕ້ອງການຂອງລູກຄ້າ ແລະ ນັກທ່ອງທ່ຽວ ເຊິ່ງເພິ່ນເອງກໍເປັນຄົນພິການ ທີ່ຜ່ານອຸປະສັກນາໆ ປະການໃນການຊອກວຽກເຮັດງານທຳຢູ່ຮ່ວມນຳສັງຄົມ ເຮັດໃຫ້ຜູ້ພິການຫຼາຍຄົນຫວ່າງງານ ທັ້ງໆທີ່ເຂົາເຈົ້າມີຄວາມສາມາດຫຼາຍຢ່າງ ດັ່ງນັ້ນ, ເພິ່ນຈຶ່ງລິເລີ່ມ ໂຄງການຫັດຖະກຳ ຂອງກຸ່ມຄົນພິການ ຂຶ້ນມາແຕ່ປີ 2017.

ຈຸດປະສົງຫຼັກໆ ກໍເພື່ອປູກຈິດສຳນຶກໃຫ້ຄົນພິການ ຮັກສາ ແລະ ປົກປ້ອງ ສິນຄ້າຫັດຖະກຳຂອງບັນດາຊົນເຜົ່າລາວ ຕ່າງໆ ແລະ ສົ່ງເສີມຄວາມອາດສາມາດດ້ານສີມືແຮງງານ ສ້າງຄວາມເຂັ້ມແຂງຂອງເຂົາເຈົ້າ ເພື່ອສ້າງວິຊາອາຊີບ ສາມາດຫາລ້ຽງກຸ້ມຕົນເອງໄດ້. ຈາກຄວາມເອົາໃຈໃນການສ້າງສັນອອກແບບສິນຄ້າໃຫ້ມີຄວາມໂດດເດັ່ນ ແລະ ມີຄຸນນະພາບ ເຮັດໃຫ້ສິນຄ້າລາວ ອອກສູ່ຕະຫຼາດສາກົນ ແລະ ເພື່ອຊ່ວຍກັນປູກຈິດສໍານຶກໃຫ້ແກ່ຊາວໜຸ່ມລາວ ຫັນມານຳໃຊ້ເຄື່ອງຫັດຖະກຳຂອງລາວ ໃຫ້ຫຼາຍຂື້ນ.
ທ່ານນາງ ພຸດອາລີ ກ່າວອີກວ່າ: ປັດຈຸບັນ ສິນຄ້າຂອງກຸ່ມຄົນພິການພວກເຮົາ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ເປັນທີ່ໜ້າພໍໍ ໃຈຫຼາຍທີ່ຄົນພິການລາວເຮົາ ກໍໍມີສ່ວນຮ່ວມໃນການພັດທະນາປະເທດ ສາມາດຜະລິດສິນຄ້າລາວ ທີ່ມີຄຸນນະພາບອອກສູ່ຕະຫຼາດໄດ້.
ໃນໄລຍະຜ່ານມາ ທາງສູນແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສະຖານທູດອອສເຕເລຍ, ສະມາຄົມແມ່ຍິງ ປະເທດຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອສ້ອມແປງອາຄານສະຖານທີ່, ຊ່ວຍສົ່ງເສີມການຝຶກທັກສະດ້ານຕັດຫຍິບ, ເຮັດສວນຜັກ ແລະ ລ້ຽງສັດ.

ສ່ວນຄ່າໃຊ້ຈ່າຍ, ອາຫານ, ຄ່ານ້ຳ, ຄ່າໄຟ, ຄ່າເຊົ່າ, ເງິນເດືອນທີມງານ ແລະ ບໍລິຫານຕ່າງໆ ແມ່ນໄດ້ມາຈາກລາຍໄດ້ຂອງຜະລິດຕະພັນ ແລະ ເງິນສ່ວນໂຕ (ຫາກເດືອນໃດຂາຍເຄື່ອງນ້ອຍຫຼຸດເປົ້າ), ແຕ່ການສ້າງກຸ່ມໃນ 2 ປີທຳອິດ ແມ່ນໃຊ້ງົບສ່ວນຕົວທັງໝົດ.
“ເຮັດໂຄງການຊ່ວຍສັງຄົມມັນບໍ່ງ່າຍ ແຕ່ກະບໍ່ແມ່ນອຸປະສັກໃນອຸດົມການຂອງຂ້ອຍ” ພຸດອາລີ ກ່າວ. ພ້ອມທັງຂໍເປັນແຮງບັນດານໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງທຸກຄົນ ໃຫ້ຜ່ານຜ່າອຸປະສັກຕ່າງໆ ໄປນຳກັນຈົນປະສົບຜົນສຳເລັດ.

ສູນຫັດຖະກຳ ຄົນພິການ ແລະ ຊົນເຜົ່າ ຕັ້ງຢູ່ບ້ານ ສາລະຄຳ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ແລະ ມີຮ້ານຈຳໜ່າຍ ຊື່ຮ້ານຊົນເຜົ່າ ຢູ່ຕໍ່ໜ້າກັບ ວັດມີໄຊ, ປັດຈຸບັນ ຢູ່ສູນມີສະມາຊິກທັງໝົດ 28 ຄົນ.