ແຂວງ ໄຊສົມບູນ ຖືເປັນອີກໜຶ່ງແຂວງຂອງລາວ ທີ່ມີເເຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ຫຼາຍແຫ່ງ ໜຶ່ງໃນນັ້ນກໍ ແມ່ນພູເບ້ຍ ເຊິ່ງເປັນພູທີ່ສູງທີ່ສຸດໃນ ປະເທດລາວ ມີຄວາມສູງ 2,820 ແມັດ ທຽບໃສ່ລະດັບໜ້ານ້ຳທະເລ.

ໃນວັນທີ 4 ເມນາ 2022 ທີ່ຜ່ານມາ ທາງຄະນະ ວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ກຸ່ມບໍລິສັດຄໍາໄພສົມຊະນະ ຈໍາກັດຜູ້ດຽວ (KPG) ໄດ້ຮ່ວມກັນຈັດ ກອງປະຊຸມສ້າງຄວາມເຂັ້ມແຂງໃນການສໍາຫຼວດ ແລະ ອະນຸລັກຊີວະນາໆ ພັນ ພູເບ້ຍ ທີ່ຫ້ອງປະຊຸມ ແຂວງ ໄຊສົມບູນ ເພື່ອກຽມຄວາມພ້ອມໃນການພັດທະນາ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ອະນຸລັກທຳມະຊາດ ສະຫວັນທະເລໝອກ ພູເບ້ຍ, ໂດຍການເຂົ້າຮ່ວມຂອງທ່ານ ສົມບູນ ຄຳຕາງ, ຮອງຫົວໜ້າຫ້ອງວ່າການແຂວງ ໄຊສົມບູນ, ທ່ານ ຄຳໄພ ສົມຊະນະ ປະທານ KPG ແລະ ທ່ານ ປ.ອ ແຫຼມທອງ ລັດດາວົງ ຮອງຄະນະບໍດີ ຄະນະວິທະຍາສາດ ທຳມະຊາດ ມຊ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ພູເບ້ຍ ຕັ້ງຢູ່ເມືອງ ອານຸວົງ ຫ່າງຈາກເທດສະບານເມືອງ ປະມານ 30 ກິໂລແມັດ ໄປທາງທິດເໜືອ, ຢູ່ເທິງຈອມພູເບ້ຍ ອຸນຫະພູມສະເລ່ຍ ປະມານລົບ 5 ອົງສາ, ອຸດົມສົມບູນດ້ວຍພຶດຊີວະນານາພັນ, ນອກນັ້ນຍັງມີສັດປ່າຫຼາຍຊະນິດທີ່ອາໄສຢູ່, ພິເສດມີພຶດຊະນິດໜຶ່ງປົກຫຸ້ມທົ່ວພື້ນດິນຄ້າຍຄືກອງເຟືອງ ເວລາເຮົາຍ່າງຢຽບຈະຮູ້ສຶກອ່ອນນຸ້ມ ແລະ ມີໄມ້ມຸງຄຸນທີ່ຫາຍາກເຊັ່ນ: ໄມ້ໂລ່ງເລ່ງ ຈຳນວນຫຼາຍພັນຕົ້ນຢັ່ງຢາຍໄປຕາມເປີ້ນພູ, ຢູ່ເທິງພູເບ້ຍອາກາດສົດຊື່ນ ແລະ ຊຸ່ມເຢັນຕະຫຼອດປີເໝາະແກ່ການທ່ຽວຊົມ ພັກຜ່ອນຕາກອາກາດ ຫຼື ຜູ້ທີ່ມັກສຳພັດກັບຄວາມໜາວເຢັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ການຮ່ວມມື ລະຫວ່າງ ຄະນະວິທະຍາສາດທຳມະຊາດ ມຊ ແລະ KPG ເພື່ອສຶກສາສຳຫຼວດ, ເກັບກຳຂໍ້ມູນ ແລະ ຄົ້ນຄວ້າວິໄຈຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ ທີ່ເກີດຂຶ້ນ ແລະ ມີຢູ່ນຳທຳມະຊາດ ເປັນຕົ້ນ: ພືດພັນນາໆ ຊະນິດ, ຕົ້ນໄມ້,ສັດ, ສະພາບແວດລ້ອມອາກາດ, ດິນ ແລະ ແຫຼ່ງນໍ້າທີ່ຢູ່ໃນຂອບເຂດບໍລິເວນດັ່ງກ່າວ ເພື່ອເປັນຂໍ້ມູນປະກອບໃສ່ບົດວິພາກເສດຖະກິດໃຫ້ KPG ເພື່ອກະກຽມເຊັນສັນຍາ ພັດທະນາເປັນແຫຼ່ງທ່ອງທ່ຽວອະນຸລັກທຳມະຊາດ ສະຫວັນທະເລໝອກ ພູເບ້ຍ ຕາມຂັ້ນຕອນຢ່າງເປັນທາງການໃນຕໍ່ໜ້າ ຊຶ່ງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ແກ່ແຂວງ ໄຊສົມບູນ.

ທ່ານ ຄໍາໄພ ສົມຊະນະ ປະທານ KPG ໃຫ້ຮູ້ວ່າ: ແຫຼ່ງທ່ອງທ່ຽວອະນຸລັກທຳມະຊາດ ສະຫວັນທະເລ ໝອກພູເບ້ຍ ເປັນການພັດທະນາແຫຼ່ງທ່ອງທ່ຽວ ແບບອານຸລັກທຳມະຊາດ ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຊຶ່ງໄດ້ເຊັນສັນຍາສຶກສາສຳຫຼວດ ແຕ່ປີ 2019 ເປັນຕົ້ນມາ ແລະ ໃນປີ 2020 ກໍໄດ້ເປີດຂະບວນຄາລະວານ ພີຊິດຂຶ້ນຈອມພູເບ້ຍ ຊຶ່ງມີຫຼາຍຂະບວນການ ໂດຍສະເພາະ ຂະບວນຂອງບັນດາການນຳຂັ້ນສູງ; ມາຮອດ ປັດຈຸບັນ ທາງບໍລິສັດ ກຳລັງຕັດທາງບ່ອນ ທີ່ມີຄວາມສູງຊັນ ເປັນທາງເບຕົງໄລຍະ 20 ກິໂລແມັດ ໄປຫາ ປ່າກ້ວຍ ເພື່ອຂຶ້ນໄປຈອມພູເບ້ຍ.

ພາຍຫຼັງໂຄງການນີ້ສຳເລັດແລ້ວ ພູເບ້ຍ ຈະກາຍເປັນແຫຼ່ງທ່ອງທ່ຽວ ທີ່ສວຍງາມທີ່ສຸດອີກແຫ່ງໜຶ່ງຂອງປະເທດລາວ ສົມດັ່ງຂະໜານນາມວ່າ: “ຫຼັງຄາຂອງປະເທດລາວ” ຈະກາຍເປັນ ທີ່ດຶງດູດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງ ໄຊສົມບູນ ໃຫ້ຫຼາຍຂຶ້ນ.

ເເຫຼ່ງຂໍ້ມູນຈາກ:ສະມາຄົມນັກຂ່າວແຫ່ງ ສປປ ລາວ.

Hits: 15

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້