ຂໍຂອບໃຈນຳຜູ້ສະໜັບສະໜູນ

ດອກອັນຊັນ ເປັນອີກໜຶ່ງດອກໄມ້ ທີ່ມີຄຸນປະໂຫຍດຫຼາກຫຼາຍ ສ່ວນຫຼາຍຈະນໍາດອກອັນຊັນ ມາປຸງເເຕ່ງເປັນອາຫານປະເພດຂອງຫວານເຊັ່ນ: ບົວລອຍ, ເຂົ້າປາດ, ເເລະ ເຮັດເປັນສີອາຫານປະເພດຕ່າງໆໄດ້ ນອກຈາກສາມາດນໍາມາເປັນອາຫານເເລ້ວ ຄົນສ່ວນຫຼາຍຍັງນິຍົມໃຊ້ດອກອັນຊັນໃນການປູກຂົນຄິວ, ປູກໜວດ ເປັນຕົ້ນ.

ຫຼາຍຄົນອາດຈະເຄີຍຮູ້ຈັກດອກອັນຊັນມາເເດ່ແລ້ວ ແຕ່ອາດຈະຍັງບໍ່ຮູ້ວ່າ ມັນມີປະໂຫຍດ ແລະ ສັບພະຄຸນແນວໃດແດ່ຊິ່ງມື້ນີ້ເຮົາຈະມາເເນະນໍາໃຫ້ຮູ້ຈັກ.

 ຮາກຂອງຕົ້ນອັນຊັນ: ສາມາດນໍາມາປຸງເປັນຢາຂັບຖ່າຍ ແລະ ຢາລະບາຍໄດ້ດີ, ແກ້ອາການເຈັບແຂ້ວ ແລະ ເຮັດໃຫ້ແຂ້ວແຂງແຮງ ໂດຍການເອົາຮາກຂອງຕົ້ນອັນຊັນມາຖູທີ່ແຂ້ວ, ຊ່ວຍເພີ່ມປະສິດທິພາບໃນການເບີ່ງເຫັນໄດ້ດີຂື້ນ ໂດຍການເອົາຮາກຂອງຕົ້ນດອກອັນຊັນໄປຝົນໄສ່ກັບນໍ້າສະອາດ ແລ້ວກອງໃຫ້ສະອາດ ເອົາມາຢອດຕາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃບອັນຊັນ: ຊ່ວຍເປັນຢາຂັບຖ່າຍໃຫ້ສະດວກດີ, ຊ່ວຍບຳລຸງສາຍຕາ ແລະ ແກ້ອາການຕາປຽກໄດ້;

ດອກອັນຊັນ: ຊ່ວຍເສີມສ້າງພູມຕ້ານທານໃຫ້ຮ່າງກາຍ ແລະ ເພີ່ມພະລັງເຮັດໃຫ້ຮ່າງກາຍມີຄວາມແຂງແຮງຂື້ນ, ມີສານຕ້ານອະນຸມູນອິດສະຫຼະໃນດອກອັນຊັນ ສາມາດຊ່ວຍໃນເລື່ອງຂອງຜິວພັນບໍ່ຫ້ຽວຍານ ແລະ ຮອຍຫ້ຽວຕາມໄບໜ້າ.

ນໍ້າຈາກດອກອັນຊັນ: ຊ່ວຍບໍາລຸງສະໝອງ, ຊ່ວຍລົດຄວາມສ່ຽງຂອງການເກີດໂລກຫົວໃຈ ແລະ ພາວະຫຼອດເລືອດຫົວໃຈຕີບ, ຊ່ວຍລົດຄວາມສ່ຽງການເກີດໂລກມະເຮັງ, ຊ່ວຍລົດລະດັບນໍ້າຕານໃນເລືອດໃນຜູ້ປ່ວຍທີ່ເປັນໂລກເບົາຫວານ.

ຊ່ວຍຂັບລ້າງສານພິດ ແລະ ຂັບຂອງເສຍອອກຈາກຮ່າງກາຍ, ຊ່ວຍແກ້ອາການເປັນບວມຂອງຮ່າງກາຍ, ຊ່ວຍປ້ອງກັນ ແລະ ບັນເທົາອາການມືນຊາຕາມນີ້ວມືນີ້ວຕີນ, ຊ່ວຍບຳລຸງຮາກເສັ້ນຜົມ ແລະ ເຮັດໃຫ້ເສັ້ນຜົມດົກມັນເງົາງາມ.

ວິທີການປຸງນໍ້າດື່ມສະໝຸນໄພດອກອັນຊັນ:

1 ວີທີການງ່າຍໆ ແມ່ນເອົາດອກອັນຊັນສົດ ຫຼື ດອກແຫ້ງມາໄສ່ນໍ້າຮ້ອນດື່ມຕາມສະບາຍສະຕາຍຂອງໄຜມັນ,

2 ສ່ວນປະກອບການປຸງແຕ່ງນໍ້າດອກອັນຊັນລັກສະນະລວມມີ: ດອກອັນຊັນໜືາງກໍາມື, ຕົ້ນເຕີຍຫອມໜື່ງຕົ້ນນ້ອຍ, ນໍ້າເຜີ້ງສົດທຳມະຊາດໜື່ງບ່ວງແກວ, ເກືອຢິບໜື່ງ, ນໍ້າຕານພໍປະມານ ແລະ ໝາກນາວໜື່ງ

ໜ່ວຍ,

3 ນຳດອກອັນຊັນ ແລະ ເຕີຍຫອມມາຕົ້ມພ້ອມກັນໃນນໍ້າຈົນຟົດເດືອດປະມານ 15 ນາທີ ແລ້ວປົງລົງ, ຕອງເອົາພຽງແຕ່ນໍ້າ ແລ້ວໄສ່ສ່ວນປະກອບຕ່າງໆທີ່ກ່າວມາຕາມຂ້າງເທີງຕາມລົດຊາດທີ່ຕົນມັກ ແລ້ວສາມາດເປັນເຄື່ອງດື່ມເຢັນໆດ້ວຍນໍ້າກ້ອນໄດ້ທັນທີໄດ້ທຸກສະພາບການທຸກງານ.

ດອກອັນຊັນ ນອກຈາກຈະມີປະໂຫຍກ ແລະ ສັບພະຄຸນທີ່ກ່າວມາຂ້າງເທີງແລ້ວ ຍັງສາມາດນໍາມາເປັນຢາສະຜົມໄດ້ອີກດ້ວຍ ໂດຍນໍາເອົາດອກອັນຊັນສົດໆ ມາຄັ້ນເອົາແຕ່ນໍ້າ ເເລ້ວນໍາມາໝັກຜົມໄວ້ ປະມານ 15-30 ນາທີ ຈະຊ່ວຍບໍາລຸງຜົມເຮັດໃຫ້ຜົມດໍາ, ເງົາງາມ ແລະ ມີສຸຂະພາບດີ.

ຂໍ້ມູນຈາກ:https://shopee.co.th/blog/butterfly-pea-health-benefits/

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້