ຂໍຂອບໃຈນຳຜູ້ສະໜັບສະໜູນ

ເພື່ອສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມື 2 ຝ່າຍ ລະຫວ່າງ ລັດຖະບານ ລາວ ແລະ ລັດຖະບານ  ໄທ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ກະຊວງ ພະລັງງານ ຣາຊະອານາຈັກໄທ ທີ່ໄດ້ລົງນາມຮ່ວມກັນມາແຕ່ປີ 1993 ເປັນຕົ້ນມາ ວ່າດ້ວຍການແລກປ່ຽນຊື້-ຂາຍ ພະລັງງານໄຟຟ້າຮ່ວມກັນໃຫ້ມີລັກສະນະຍຸດທະສາດ, ຍາວນານ ແລະ ເພີ່ມຂຶ້ນເລື້ອຍໆ.

ໂດຍພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 4 ມີນາ 2022 ທີ່ຜ່ານມາ ໃນຮູບແບບອອນລາຍ  ຝ່າຍລາວ ລົງນາມໂດຍ ທ່ານ ປອ. ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ ແລະ ຝ່າຍໄທ ລົງນາມໂດຍ ທ່ານ ສຸພັດທະນະພົງ ພັນມີເຊົາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ ໂດຍມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຜູ້ອຳນວຍການລັດວິສາກິດທີ່ຂຶ້ນກັບທັງ 2 ຝ່າຍເຂົ້າຮ່ວມ.

ການຂະຫຍາຍບົດບັນທຶກຄວາມເຂົ້າໃຈໃນແຕ່ລະຄັ້ງນັ້ນ, ທັງສອງ ລັດຖະບານ ກໍ່ໄດ້ເພີ່ມອັດຕາການແລກປ່ຽນຊື້-ຂາຍຮ່ວມກັນເລື້ອຍໆ,  ຢ່າງໃດກໍ່ຕາມ ອີງໃສ່ຄວາມຮຽກຮ້ອງຕ້ອງການ ການຊົມໃຊ້ພະລັງງານໄຟຟ້າຂອງ ຣາຊະອານາຈັກໄທ ນັບມື້ນັບສູງຂຶ້ນ ລັດຖະບານ ຂອງທັງສອງປະເທດຈຶ່ງໄດ້ຕົກລົງໃຫ້ເພີ່ມປະລິມານການສົ່ງພະລັງງານໄຟຟ້າຈາກ ສປປລາວ ຫາ ຣາຊະນາຈັກໄທ ເພີ່ມຂຶ້ນຈາກ 9.000 MW ເປັນ 10.500 MW.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ທັງເປັນການສະໜັບສະໜູນ ແລະ ໃຫ້ຄວາມສໍາຄັນກ່ຽວກັບການຊື້-ຂາຍພະລັງງານສະອາດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ລວມເຖິງກາລະໂອກາດທາງດ້ານການລົງທຶນໃນຂະແໜງພະລັງງານໄຟຟ້າ.

ພ້ອມກັນນີ້, ການຂະຫຍາຍກອບການຮ່ວມມືການຊື້-ຂາຍພະລັງງານໄຟຟ້າສະບັບທີ 6 , ຍັງຈະເປັນພື້ນຖານອັນສໍາຄັນເພື່ອຮອງຮັບໃນການສົ່ງກະແສໄຟຟ້າ ຈາກໂຄງການຂະໜາດໃຫຍ່ ຂອງ ສປປລາວ ໃຫ້ ຣາຊະອານາຈັກໄທ ໃນອະນາຄົດ  ໃນນີ້ລວມມີບັນດາເຂື່ອນໄຟຟ້ານໍ້າຕົກນ້ຳງື່ມ-3, ນ້ຳຂອງຈຸດປາກລາຍ, ນ້ຳຂອງຫຼວງພະບາງ, ນ້ຳຂອງປາກແບງ, ນ້ຳຂອງຊະນາຄາມ ແລະ ໂຄງການເຂື່ອນໄຟຟ້າເຊກອງ 4 A,4B ເຊິ່ງຈະປະກອບສ່ວນສໍາຄັນ ໃນການສ້າງລາຍຮັບທີ່ເປັນພື້ນຖານໃຫ້ແກ່ການພັດທະນາປະເທດຊາດ, ທັງຊຸກຍູ້ໃຫ້ແກ່ການແກ້ໄຂຄວາມທຸກຫຍາກຂອງປະຊາຊົນບັນດາເຜົ່າໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ມາຮອດທ້າຍປີ 2021 ສປປ ລາວ ໄດ້ສົ່ງຂາຍພະລັງງານໄຟຟ້າ ໃຫ້ ຣາຊະອານາຈັກໄທ ທັງໝົດ 8 ໂຄງການ, ລວມກຳລັງຕິດ 5.415,8 MW ແລະ ໃນກາງປີ 2022 ນີ້ ຄາດວ່າຈະສົ່ງອອກຕື່ມອີກ 1 ໂຄງການ ລວມກຳລັງຕິດຕັ້ງ 514 MW. 

ເເຫຼ່ງຂໍ້ມູນຈາກ:ສູນຂ່າວພະລັງງານ ແລະ ບໍ່ເເຮ່.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້