ຂໍຂອບໃຈນຳຜູ້ສະໜັບສະໜູນ

ເພື່ອຍົກລະດັບວິຊາການ ແລະ ແລກປ່ຽນຂໍ້ມູນສື່ແບບໃຫມ່ໃຫ້ສື່ມວນຊົນສັງຄົມລາວກ້າວສູ່ລະດັບມາດຕະຖານ ທາງສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ປະຈຳລາວ ຈຶ່ງໄດ້ຈັດຕັ້ງການສໍາມະນາ ພາຍໃຕ້ຫົວຂໍ້: “ການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່” ໃຫ້ແກ່ນັກຂ່າວລາວໃນທົ່ວປະເທດ ຜ່ານລະບົບອອນລາຍ ລະຫວ່າງວັນທີ 10-11 ມີນາ 2022 ທີ່ ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ  ທ່ານ MO Xiaoling (ແສງແກ້ວ) ຫົວໜ້າວິທະຍຸສາກົນແຫ່ງ ປະເທດຈີນ (CRI) ປະຈຳລາວ; ພ້ອມດ້ວຍ ນັກວິທະຍາກອນລະດັບຊ່ຽວຊານດ້ານຕ່າງໆ ຕິດພັນກັບສື່ມວນຊົນ; ແລະ ບັນດາຄະນະນໍານັກຂ່າວຈາກສໍານັກຂ່າວ ທັງພາກລັດ, ເອກະຊົນຂັ້ນສູນກາງ ແລະທ້ອງຖິ່ນ ເຂົ້າຮ່ວມ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສຂລ ໃຫ້ຮູ້ວ່າ: ການຈັດສໍາມະນາຄັ້ງນີ້ ກໍ່ເພື່ອຍົກລະດັບວິຊາການ ແລະ ພັດທະນາຮູບການ ແລະ ເນື້ອໃນຂອງສື່ແບບໃໝ່ ເຊິ່ງຮ່ວມກັນປຶກສາຫາລືໃນຫົວຂໍ້ທີ່ສໍາຄັນຕ່າງໆ ທີ່ປິ່ນອ້ອມວຽກງານສື່ມວນຊົນໃນໄລຍະໃໝ່. ການສໍາມະນາໃນຄັ້ງນີ້ຍັງແມ່ນການສືບຕໍ່ປະຕິບັດຕາມແຜນການຮ່ວມມືປະຈໍາປີ 2021, ເຊິ່ງຄັ້ງທີ 1 ໄດ້ຈັດຂຶ້ນຕາມຮູບແບບເວທີປຶກສາຫາລື ຕໍ່ມາເນື່ອງຈາກການລະບາດຂອງໂຄວິດ-19 ຈຶ່ງໄດ້ແກ່ຍາວມາເຖິງມື້ນີ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ການສໍາມະນາຄັ້ງນີ້, ມີວິທະຍາກອນທີ່ເປັນຊ່ຽວຊານຈາກພາກວິຊາສື່ສານມວນຊົນ ມະຫາວິທະຍາໄລແຫ່ງຊາດ, ສູນຄົ້ນຄວ້າພາສາລາວ ແລະ ຊ່ຽວຊານການອອກແບບພາບໜ້າປົກຂ່າວໄດ້ຂຶ້ນມາບັນຍາຍ ທິດສະດີກ່ຽວກັບຂ່າວ, ຄວາມແຕກຕ່າງກັນລະຫວ່າງສື່ເກົ່າ ແລະສື່ໃໝ່, ອົງປະກອບ-ປັດໄຈໃນສື່ເກົ່າ-ສື່ໃໝ່, ຄວາມແຕກຕ່າງລະຫວ່າງຂໍ້ມູນ, ຂ່າວ ແລະການນໍາໃຊ້ຂໍ້ມູນມາຂຽນເປັນບົດຄວາມ; ການນໍາໃຊ້ພາສາໃນການຂຽນຂ່າວໃສ່ສື່ເກົ່າ ແລະໃໝ່; ການອອກແບບ, ຂຽນໂຄງສ້າງ ແລະການຖ່າຍທໍາຂ່າວ ແລະສາລະຄະດີ (Video Clip) ລວມເຖິງການໃຊ້ Info graphic ໃນຂ່າວ. ພ້ອມດຽວກັນນັ້ນ, ເພື່ອຄຽງຄູ່ກັບຄວາມຖືກຕ້ອງ ແລະຕາມນະໂຍບາຍພັກລັດ, ການສໍາມະນາຄັ້ງນີ້ຍັງໄດ້ມີການເຜີຍແຜ່ກົດໝາຍສື່ມວນຊົນ, ຈັນຍາບັນ-ຈັນຍາທໍາຂອງນັກຂ່າວ, ການປ້ອງກັນ-ແກ້ໄຂຂໍ້ມູນຂ່າວສານທີ່ເຂົ້າມາທໍາລາຍສື່ອອນລາຍຂອງອົງການ ແລະການຊອກແຫຼ່ງລາຍຮັບ ຜ່ານສື່ອອນລາຍ.

ທ່ານ ນາງ MO Xiaoling (ແສງແກ້ວ) ຫົວໜ້າວິທະຍຸສາກົນ CRI ປະຈໍາລາວ ໄດ້ກ່າວວ່າ: ການຮ່ວມມືດ້ານສື່ມວນຊົນຈີນ-ລາວ ລາວ-ຈີນສອງຝ່າຍ ກໍ່ເພື່ອແນ່ໃສ່ພັດທະນາ ແລະ ປັບປຸງການຂຽນຂ່າວ ແລະ ການອອກຂ່າວໃຫ້ປະທັບໃຈຜູ້ອ່ານ; ການພັດທະນາ ແລະ ນຳໃຊ້ພາສາລາວແບບຖືກຕ້ອງ ບໍ່ໃຫ້ຊອດກະຈາ ແລະ ການພັດທະນາສື່ມວນຊົນ ຈີນ-ລາວ, ລາວ-ຈີນ ໃຫ້ກາຍເປັນຂົວຕໍ່ແຫ່ງນໍ້າໃຈມິດຕະພາບ ຈີນ-ລາວ ລາວ-ຈີນ ຢ່າງແທ້ຈິງ.

ໃນໄລຍະຜ່ານມາ ການຈັດສໍາມະນາ ຫຼື ຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນລາວ ໂດຍ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃນຫຼາຍຫົວຂໍ້ ເປັນຈໍານວນຫຼາຍຄັ້ງ ເຊິ່ງໃນກາງປີ 2021, ວິທະຍຸສາກົນ CRI ປະຈຳລາວ ໄດ້ຈັດຕັ້ງເວທີປຶກສາຫາລືກ່ຽວກັບສື່ມວນຊົນ ລາວ-ຈີນ; ກົມໃຫຍ່ວິທະຍຸ-ໂທລະພາບແຫ່ງສູນກາງປະເທດຈີນ (GMC) ກໍ່ໄດ້ຝຶກອົບຮົມ ກ່ຽວກັບການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີແຜ່ສື່ມວນຊົນຂອງ ສປປ ລາວ ມີບັນດານັກຂ່າວ, ອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມທົ່ວປະເທດເຂົ້າຮ່ວມປະມານ 100 ຄົນ.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້