Saturday, March 22, 2025

ບໍ່ຕ້ອງສົມບູນແບບ ກໍມີຄວາມສຸກໄດ້

ຄວາມຈິງຂອງມະນຸດເຮົານັ້ນ ທຸກຄົນກຳລັງອາໄສຢູ່ໃນໂລກທີ່ບໍ່ສົມບູນ, ຄວາມສົມບູນແບບນັ້ນ ຖ້າເກີດຂຶ້ນໄດ້ ກໍຖືເປັນສິ່ງດີ. ແຕ່ເນື່ອງຈາກຂໍ້ຈຳກັດໃນຊີວິດ ຄົນເຮົາມີເລື່ອງລາວຫຼາຍຢ່າງທີ່ຕ້ອງຮັບຜິດຊອບ ຊຶ່ງການຈະໃຫ້ເຮັດຄົບທຸກບົດບາດ ລວມທັງການເບິ່ງແຍງສຸຂະພາບກາຍ ແລະ ໃຈນັ້ນ ໜ້ອຍຄົນ ຫຼື ເກືອບບໍ່ມີເລີຍ ທີ່ຈະເຮັດໄດ້ຄົບຖ້ວນໃນທຸກໆດ້ານ. ແຕ່ວ່າ ໃຜກໍຕາມທີ່ກຳລັງເຄັ່ງຄຽດ ຫຼື ມີຄວາມທຸກ ຈາກບັນຫາເລື່ອງຄວາມບໍ່ສົມບູນແບບໃນຊີວິດ ເຖິງເວລາຕ້ອງປັບປ່ຽນຕົວເອງ, ປັບປ່ຽນວິທີຄິດໄດ້ແລ້ວ ໂດຍໃຫ້ລອງອ່ານຂໍ້ຄວາມຕໍ່ໄປນີ້ເບິ່ງເດີ້.

  1. ໃນແຕ່ລະມື້ ຄວນຫາເວລາຜ່ອນຄາຍຈາກຄວາມຕຶງຄຽດ ເຊັ່ນ: ພັກຜ່ອນສາຍຕາ, ສະໝອງ, ອາລົມ ຢ່າງໜ້ອຍ ມື້ລະ 30 ນາທີ ເພື່ອໃຫ້ຄວາມຕຶງຄຽດຈະບໍ່ໄດ້ສະສົມໃຈຈິດໃຈ ອາດຈະເຮັດກິດຈະກຳທີ່ຕົນເອງມັກ ເຊັ່ນ ຟັງເພງ, ອ່ານປຶ້ມ, ອອກກຳລັງກາຍ… ການມີເວລາຜ່ອນຄາຍ ຈະຊ່ວຍໃຫ້ການເບິ່ງສິ່ງຕ່າງໆ ທີ່ເກີດຂຶ້ນດ້ວຍອາລົມຂຸນມົວໜ້ອຍລົງ, ມີສະຕິດຫຼາຍຂຶ້ນ, ການຕັດສິນໃຈແກ້ບັນຫາກໍຈະດີຂຶ້ນ, ຜິດພາດໜ້ອຍລົງ.
  2. ຝຶກເບິ່ງສິ່ງຕ່າງໆ ໃນແງ່ບວກ: ເບິ່ງຂໍ້ດີຂອງສິ່ງທີ່ຕົນເອງໄດ້ຮັບ ແລະຊື່ນຊົມຂໍ້ດີນັ້ນໆ, ບໍ່ແມ່ນເນັ້ນແຕ່ຂໍ້ທີ່ຂາດໄປ ຫຼື ຂໍ້ເສຍເທ່ົານັ້ນ. ການສາມາດເບິ່ງດ້ານບວກໄດ້ ຈະເຮັດໃຫ້ເກີດກຳລັງໃຈໃນການຕໍ່ສູ້ແກ້ໄຂບັນຫາ.
  3. ເຕືອນຕົວເອງວ່າ ຄວາມບໍ່ສົມບູນແບບ ບໍ່ໄດ້ແປວ່າ ເຮົາແກ້ໄຂບໍ່ໄດ້: ເຮົາບໍ່ໄດ້ຢູ່ໃນໂລກທີ່ສົມບູນແບບ ຄື ທຸກຄົນມີຂໍ້ດີ ຂໍ້ເສຍ ແລະຂໍ້ຈຳກັດ ເພາະສະນັ້ນ ການແກ້ບັນຫາ, ການຕັ້ງເປົ້າໝາຍ ຫຼື ການຕັ້ງຄວາມຫວັງຕໍ່ສິ່ງຕ່າງໆ ຕ້ອງພິຈາລະນາເຖິງຂໍ້ຈຳກັດ ແລະພື້ນຖານຄວາມເປັນຈິງຂອງປັດໄຈແວດລ້ອມນຳ.
  4. ບໍ່ຕ້ອງ 100% ກັບທຸກເລື່ອງກໍໄດ້: ຄົນເຮົາຍ່ອມມີຄວາມຮັບຜິດຊອບໃນຫຼາຍໆເລື່ອງ ເຊັ່ນ ເປັນລູກ, ເປັນພໍ່, ເປັນແມ່, ເປັນຜົວ-ເມຍ, ເປັນລູກຈ້າງ… ສະນັ້ນ ມັນບໍ່ໄດ້ໝາຍຄວາມວ່າ ເຮົາຕ້ອງເຮັດທຸກເລື່ອງໃຫ້ໄດ້ຜົນສົມບູນ 100% ເຕັມໃນທຸກເລື່ອງ. ມີບາງເລື່ອງທີ່ຄວາມສົມບູນຂອງຜົນງານສຳຄັນຫຼາຍ, ບາງເລື່ອງສຳຄັນປານກາງ, ບາງເລື່ອງສຳຄັນໜ້ອຍ, ບາງເລື່ອງບໍ່ເລັ່ງດ່ວນ. ການຈັດລຳດັບຄວາມສຳຄັນຂອງພາລະແຕ່ລະເລື່ອງ ຖ້າເຮັດໄດ້ດີ ຈະຊ່ວຍຫຼຸດຄວາມຕຶງຄຽດ ແລະແຮງກົດດັນຕໍ່ຕົນເອງໄດ້.
  5. ສື່ສານໃຫ້ເປັນ: ວິທີການສື່ສານກັບຄົນໃນເຮືອນ ແລະຫ້ອງການ ເປັນສິ່ງສຳຄັນ,  ນັ້ນໝາຍເຖິງຄວາມສາມາດໃນການເບິ່ງເຫັນຂໍ້ດີ ຊື່ນຊົມກັນ ແລະໃຫ້ກຳລັງໃຈກັນ ລວມທັງໃຫ້ກຽດກັນ. ຢ່າເປັນຄົນທີ່ມັກເບິ່ງເຫັນແຕ່ຂໍ້ເສຍ ແລະເຖິງແມ່ນວ່າ ເຫັນຂໍ້ເສຍຂອງຄົນອື່ນແທ້ໆ ກໍຕ້ອງເວົ້າສື່ສານໃຫ້ເປັນ, ຖ້າຕ້ອງການໃຫ້ເຂົາແກ້ໄຂ ການໃຊ້ອາລົມ (ຮ້າຍ) ສ່ວນໂຕຂອງເຮົາ ມັກຈະເຮັດໃຫ້ຜູ້ຖືກຕິຕຽນເສຍຄວາມຮູ້ສຶກ ແລະເຂົາມັກບໍ່ໃຫ້ຄວາມຮ່ວມມື.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່