ສປປ ລາວ ແລະ ສປ ຈີນ ຈະຮ່ວມກັນກໍ່ສ້າງສູນຝຶກອົບຮົມ ດ້ານໄອຊີທີ ເພື່ອຍົກລະດັບສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ, ເຊິ່ງພິທີເຊັນສັນຍາໄດ້ຈັດຂື້ນໃນວັນທີ 11 ມີນາ 2022, ຝ່າຍລາວລົງນາມໂດຍທ່ານ ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຕາງໜ້າຝ່າຍຈີນໂດຍທ່ານນາງ ປາລິດາ (LI YAN), ຕາງໜ້າກຸ່ມບໍລິສັດກໍ່ສ້າງທາງລົດໄຟຈີນ ຈໍາກັດ ໂດຍມີ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຈ້າວ ເວີນຢູ (ZHAO WENYU) ທີ່ປຶກສາເສດຖະກິດການຄ້າ ສະຖານທູດຈີນປະຈໍາ ສປປ ລາວ ເຂົ້າຮ່ວມ.

ທ່ານ ປະດັບໄຊ ໄຊຍະໂຄດ ໄດ້ກ່າວໃນພິທີວ່າ: ໂຄງການນີ້ສ້າງຂຶ້ນເພື່ອຊ່ວຍຍົກລະດັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ກາຍເປັນສະຖາບັນໜຶ່ງທີ່ຊ່ວຍສ້າງ ແລະ ພັດທະນາບຸກຄະລາກອນໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອຕອບສະໜອງໃຫ້ແກ່ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດຂອງປະເທດລາວ.
ໂຄງການກໍ່ສ້າງສູນດັ່ງກ່າວຈະເປັນອາຄານ 5 ຊັ້ນຈໍານວນ 1 ຫຼັງ, ມີເນື້ອທີ່ທັງໝົດ 5,500 ກວ່າຕາແມັດ, ປະກອບດ້ວຍຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມ… ໂຄງການຊ່ວຍເຫຼືອດັ່ງກ່າວຍັງຈະໄດ້ສະໜອງອຸປະກອນການຮຽນ-ການສອນທີ່ຈຳເປັນ ລວມເຖິງການສົ່ງຜູ້ບໍລິຫານ, ຄູອາຈານ ແລະ ນັກສຶກສາຈໍານວນໜື່ງເຂົ້າຮ່ວມການຝຶກອົບຮົມທີ່ ສປ ຈີນ ເພື່ອກຽມພ້ອມຮອງຮັບໃນການເປີດສູນ.
ໂຄງການນີ້, ຄາດຄະເນວ່າຈະເລີ່ມການກໍ່ສ້າງໃນທ້າຍເດືອນ ມີນາ ປີ 2022 ແລະ ຈະສຳເລັດການກໍ່ສ້າງ ແລະ ສົ່ງມອບໂຄງການໃນທ້າຍເດືອນ ພະຈິກ 2023 ເຊິ່ງຈະໃຊ້ເວລາໃນການກໍ່ສ້າງປະມານ 20 ເດືອນ.
Hits: 4