ຄົນລາວຊາວພຸດທັງຫຼາຍ ເມື່ອຮອດວັນພະ-ວັນສິນ ຫຼື ການໄປກາບໄຫວ້ຊັກກະລະບູຊາ ພະສົງອົງພະເຈົ້າ ແລະ ສິ່ງສັກສິດຕ່າງໆຢູ່ໃນວັດວາອາຮາມ ແລະ ບ້ານເຮືອນຂອງຕົນຕາມຄວາມເຊື່ອສັດທາ, ສິ່ງທີ່ຂາດບໍ່ໄດ້ນັ້ນກໍຄື ດອກໄມ້ທູບທຽນ ແລະ ເຄື່ອງບູຊາຕ່າງໆ ໂດຍສະເພາະແມ່ນ ໝາກເບັງ.

ຂັນໝາກເບັງ ກໍ່ເປັນອີກໜື່ງເຄື່ອງກາບໄຫວ້ບູຊາທີ່ຂາດບໍ່ໄດ້ ເຊິ່ງຈະເຮັດດ້ວຍໃບຕອງ ແລະ ປະດັບປະດາດ້ວຍດອກໄມ້ຕ່າງໆເຊັ່ນ ດອກດາວເຮືອງ, ດອກຮັກ, ດອກຈຳປາ, ດອກສາມປີ ແລະ ອື່ນໆ ເຊິ່ງໝາກເບັງທີ່ຄົນມັກເຮັດນັ້ນກໍແລ້ວແຕ່ຕາມຄວາມເໝາະສົມ ແລະ ຕາມຄວາມສະດວກຂອງແຕ່ລະຄົນເຊັ່ນ: ໝາກເບັງ 3 ກາບ, 5 ກາບ, 9 ກາບ ແລະ 15 ກາບ ເມື່ອສັງເກດແລ້ວ ຈະເຫັນໄດ້ວ່າຈຸດພິເສດຂອງການເຮັດກາບໝາກເບັງແມ່ນ ຈະເປັ ນເລກຄີກສະເໝີ.

ຕາມການເລົ່າຂານກັນມາ ຂັນໝາກເບັງ ແມ່ນຕິດພັນກັບຊີວິດຄົນລາວຊາວພຸດຂອງພວກເຮົາ ມາເປັນໄລຍະເວລາຍາວນານ ຊຶ່ງປັດຈຸບັນ ຂັນໝາກເບັງ ແມ່ນໄດ້ຖືກນໍາໃຊ້ເຂົ້າໃນພິທີກຳຕ່າງໆເປັນຕົ້ນແມ່ນ ບູຊາພຣະ, ຖວາຍແດ່ພຣະສົງ, ເຮັດບຸນເຮືອນ ຕະຫຼອດຮອດງານມຸງຄຸນຕ່າງໆ ແລະ ຍັງມີກຸ່ມຄົນລາວ ທີ່ອາໃສຢູ່ຕ່າງປະເທດ ຍັງພາກັນຮັກສາ-ສືບສານວັດທະນະທໍາດັ່ງກ່າວ ຈົນເປັນທີ່ຮູ້ຈັກກັນໃນຫຼາຍໆປະເທດ ໃນນີ້ອະນິສົງຂອງການຖວາຍຂັນໝາກເບັງ ຕາມຄວາມເຊື່ອຂອງຊາວລາວເຮົາແມ່ນຈະໄດ້ໄປເກີດໃນສະຫວັນສະເຫວີຍສຸກກັບປະສາດ ຄືກັນກັບຂັນໝາກເບັງນັ້ນເອງ.
ດັ່ງນັ້ນ ເຮົາມັກຈະເຫັນຂັນໝາກເບັງຢູ່ຕະຫຼອດເມື່ອມີພິທີທາງສາສະໜາ ຫຼື ງານມຸງຄຸນ ຕະຫຼອດຮອດງານກິດຈະກໍາຕ່າງໆທາງສາສະໜາ ເປັນຕົ້ນກໍຄືສາສະໜາພຸດ ເວົ້າສະເພາະແມ່ນຊາວລາວເຮົານິຍົມໃຊ້ຊົມຊອບໃນການຜະລິດໝາກເບັງໃສ່ໃນງານຕ່າງໆ.
ຫຼາຍຄົນອາດຈະສົງໄສວ່າເປັນຫຍັງຈຶ່ງເຫັນເພິ່ນນິຍົມເອົາດອກດາວເຮືອງ, ດອກມະລິ ມາປະດັບປະດາ ຂັນໝາກເບັງ ເຊິ່ງມັນມີຄວາມໝາຍດັ່ງນີ້:
ດອກດາວເຮືອງ: ເປັນດອກໄມ້ມຸງຄຸນອີກຊະນິດໜຶ່ງ ຕາມຄວາມເຊື່ອກ່ຽວກັບການປູກດອກດາວເຮືອງກໍຄື ຈະຊ່ວຍນໍາເງິນທອງ ເຂົ້າມາໃນເຮືອນ ເພາະສີເຫຼືອງທອງຂອງດອກດາວເຮືອງ ປຽບສະເໝືອນເງິນທອງ ເຕັມບ້ານເຕັມເຮືອນ ປຸກບໍລິເວນໜ້າບ້ານ ຫຼື ບໍລິເວນເຮືອນໃຫ້ອອກດອກຫຼາຍໆ ຄ້າຍຄືກັບທົ່ງທອງທົ່ງຄຳ ຈະຊ່ວຍເຮັດໃຫ້ກິດຈະການ ຫຼື ທຸລະກິດອັນໃດກໍຈະກ້າວໜ້າຂຶ້ນໄປເລື້ອຍໆ.

ດອກມະລິ: ເປັນອີກຕົ້ນໄມ້ໜຶ່ງທີ່ຄົນນິຍົມພາກັນປູກ ເພື່ອຄວາມເປັນສິຣິມຸງຄຸນຢູ່ພາຍໃນເຮືອນ ນອກຈາກນີ້ດອກມະລິຍັງເປັນດອກໄມ້ທີ່ມີຄວາມຫອມ ແລະ ມີສີຂາວບໍລິສຸດ ຕາມຄວາມເຊື່ອອີກຢ່າງໜຶ່ງນັ້ນກໍຄືຊ່ວຍເຮັດໃຫ້ຈິດໃຈໃສບໍລິສຸດນັ້ນເອງ.

ຂໍ້ມູນຈາກ:Phakhaolao
Hits: 15