ຂໍຂອບໃຈນຳຜູ້ສະໜັບສະໜູນ

ທາດກະເດົາທຶກ ຕັ້ງຢູ່ບ້ານນາໂຄກ, ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງຫ່າງຈາກຕົວເມືອງປະມານ 10 ກວ່າກິໂລແມັດ ເປັນສະຖານທີ່ອີກແຫ່ງໜຶ່ງ ທີ່ມີປະຫວັດຄວາມເປັນມາຍາວນານ, ລຶກລັບສັບຊ້ອນທາງດ້ານປະຫວັດສາດ, ວັດທະນະທຳ ແລະ ກ່ຽວພັນກັບພົງສາວະດານລາວ, ມີເອກະລັັກສະເພາະ ຖືກກໍ່ສ້າງດ້ວຍຫີນດຳລຽນກັນຂຶ້ນຢ່າງປານີດເປັນ 4 ຫຼ່ຽມ ກໍ່ຂຶ້ນເປັນຈອມແຫຼມ ເໝືອນດັ່ງປິລະມິດ.

ທາດກະເດົາທຶກ  ມີຄວາມໂດດເດັ່ນທາງດ້ານສິນລະປະ ກໍຄືໄດ້ກໍ່ລຽນກັນຂຶ້ນເປັນຖ້ານໆ ເຖິງແຈັດຖ້ານ ເເລະ ແກະສະຫຼັກຫີນ ໃຫ້ເປັນຮູບນົກຫົງຕັ້ງຢູ່ທັງ 4 ແຈ ຂອງແຕ່ລະຖ້ານຈົນຮອດຈອມ ຕີນທາດກວ້າງ 17 ແມັດ, ສູງ 15 ແມັດ, ເປັນທາດທີ່ເກົ່າແກ່ ແລະ ສັກສິດອີກແຫ່ງໜຶ່ງ ຂອງເເຂວງ ສາລະວັນ ທີ່ປະຊາຊົນເຄົາລົບນັບຖື.

ເພື່ອປົກປັກຮັກສາ ທາດກະເດົາທຶກ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດ ໃຫ້ຍັງຄົງຢູ່ສູ່ລຸ້ນລູກລຸ້ນຫຼານໄດ້ເຫັນ ທາງ ທ່ານ ມະໄລວອນ ສີປະ ເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສາລະວັນ ພ້ອມຄະນະ ຈື່ງໄດ້ນຳພາທີມງານສຳຫຼວດ ຕິດຕາມສະຖານທີ່, ທີ່ຕັ້ງ, ພື້ນທີ່ຕົວຈິງ ແລະ ຈຸດທີ່ຕັ້ງຂອງທາດກະເດົາທຶກ, ຮ່ວມກັບບ້ານ ແລະ ຂະແໜງທີ່ກ່ຽວຂ້ອງຂອງເມືອງຄົງເຊໂດນ ເພື່ອສຳຫຼວດ ແລະ ເກັບກໍາຂໍ້ມູນ ເພື່ອສະເໜີ ທາດກະເດົາທຶກ ເຂົ້າເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂອງເເຂວງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກ່ອນລົງສຳຫຼວດຄັ້ງນີ້, ໄດ້ມີການຈັດກອງປະຊຸມປຶກສາຫາລື ໃນການຈັດຕັ້ງປະຕິບັດການສໍາຫຼວດ ແລະ ເກັບກຳຂໍ້ມູນ ໃຫ້ລະອຽດ, ຊັດເຈນ ໂດຍໄດ້ມີການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງ ໃຫ້ການຮ່ວມມືດ້ານນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ, ເປັນເອກະພາບດ້ານເນື້ອໃນ, ທັງສົມທົບກັບອຳນາດການປົກຄອງບ້ານ ກໍຄື ປະຊາຊົນ ເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍ ໂດຍສະ ເພາະແມ່ນໃຫ້ຄວາມຮ່ວມມືໃນການເກັບກໍາຂໍ້ມູນຫຼັກແຫຼ່ງທີ່ສຳຄັນ.

ການລົງສໍາຫຼວດໃນຄັ້ງນີ້ ໂດຍທີມພະນັກງານວິຊາການ ຈາກກົມມໍລະດົກ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອເກັບກໍາຂໍ້ມູນທີ່ຖືກຕ້ອງ ແລະ ຄົບຖ້ວນ ເພື່ອສະເໜີ ທາດກະເດົາທຶກ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງ.

ຂໍ້ມູນຈາກ:ໜັງສືພິມສາລະວັນ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້