ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫຼາຍຄົນຄົງຈະຮູ້ຈັກໝາກມອນ ແລະ ເຄີຍກິນມາແລ້ວ ມັນຈະມີລົດຊາດສົ້ມຫວານ ແຕ່ຖ້າສຸກເຕັມທີ່ກໍຈະຫວານໆ ສ່ວນຫຼາຍຄົນນິຍົມປູກໄວ້ໃນເຮືອນ ໝາກມອນ ມີຄຸນປະໂຫຍດທີ່ເຕັມໄປດ້ວຍ ວິຕາມິນບີ 6, ວິຕາມິນບີ 1 ສູງຫຼາຍ ທັງເປັນສານໄຊຍານິນ ແລະ ແອນຕີ້ ອອກຊີເດັນສູງ

ທີ່ໜ້າສົນໃຈໄປກວ່ານັ້ນ ຍັງພົບປະລິມານສານແອນໂທໄຊຍານິນໃນໝາກມອນສູງກວ່າໝາກໄມ້ຕ່າງປະເທດຢ່າງເຊີລີ ປະມານ 10 ເທົ່າ ແລະ ສູງກວ່າ ແບກເບີລີປະມານ 2 ເທົ່າ ເຊິ່ງສານດັ່ງກ່າວມີລິດຊ່ວຍປົກປ້ອງເຊວປະສາດຂອງຜູ້ປ່ວຍພະວະສະໝອງຂາດເລືອດໄດ້, ຫຼຸດໂອກາດສ່ຽງອາການເນື້ອສະໝອງຂາດເລືອດໄດ້, ຫຼຸດໂອກາດສ່ຽງອາການເນື້ອຂາດສະໝອງ ແລະ ການຕາຍຂອງເຊວປະສາດໂຕນິເນີຈິກ (Cholinergic Neuron) ຢຸດຟຣີແຮດິດັສ ເຊິ່ງເປັນເປັນຕົວທໍາຮ້າຍສະໝອງ ສ່ວນຮິບໂປແຄມປັສ (Hippocampus) ໄດ້ດີ.

ນອກຈາກນີ້ ຍັງຊ່ວຍກະຕຸ້ນການຮຽນຮູ້ ແລະ ເພີ່ມຄວາມຈໍາໄດ້ທັງໃນຜູ້ທີ່ມີສຸຂະພາບແຂງແຮງ ຜູ້ທີ່ມີສະະພາວະສະໝອງເຊື່ອມຈາກການຕິດເອວກໍຮໍຊໍ້າເຮື້ອ ແລະ ຜູ້ປ່ວຍຫຼອດເລືອດສະໝອງ,ຊ່ວຍຫຼຸດນໍ້າຕານໃນເລືອດ, ຊ່ວຍບໍາລຸງຫົວໃຈໃຫ້ເເຂງເເຮງ, ຊ່ວຍບໍາລຸງສາຍຕາ ບໍາລຸງເສັ່ນປະສາດຕາດີ,ຫຼຸດຄວາມດັນເລືອດ,ຫຼຸດຄວາມສ່ຽງຕໍ່ການເກີດຫຼອດເລືອດຫົວໃຈອຸດຕັນ ແລະ ປ້ອງກັນການເກີດໂລກມະເຮັງໄດ້ອີກດ້ວຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ປະລິມານທີ່ແນະນໍາຄືກິນມື້ລະ 1-2 ຖ້ວຍຕວງ ແລະ ໃນປັດຈຸບັນ ໝາກມອນຖືກນໍາມາແປຮູບ ແລະ ນໍາມາເຮັດເປັນນໍ້າໝາກມອນໄວ້ດື່ມ ເເນະນໍາໃຫ້ກິນແບບສົດໆເລີຍຈະເປັນການດີກວ່າ ນອກຈາກຈະກິນໝາກໄດ້ເເລ້ວ ໃບຂອງມັນຍັງສາມາດນໍາໄປເປັນສ່ວນປະກອບໃນແກ້ງສົ້ມໄດ້ ຫຼື ກິນກັບລາບ, ກັບກ້ອຍ ກໍໄດ້ເຊັ່ນກັນ.

ຂໍ້ມູນຈາກ:https://www.sanook.com/health/6901/

Hits: 38

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້