ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 10 ມີນາ 2022 ຜ່ານມາ 3 ອົງການຈັດຕັ້ງມະຫາຊົນ ພະແນກ ຖວທ ຮ່ວມກັບອົງການທີ່ກ່ຽວຂ້ອງຂອງພະແນກ ລົງຕິດຕາມ ແລະ ຮ່ວມກິດຈະກໍາຖ່າຍທໍາປະກອບບົດເພງ “ແດນແຫ່ງອິດສະຫຼະ” ທີ່ແຫຼ່ງມໍລະດົກ ທົ່ງໄຫຫີນ 1 ແຂວງ ຊຽງຂວາງ ຂອງຄະນະວົງດົນຕີ ເດິເປຍນິສ ວຽງຈັນ ຫຼື ນັກເປຍໂນວຽງຈັນ (The Pianist Vientiane ) ເຊິ່ງນໍາທີມໂດຍ ທ່ານ ຫຸມພັນ ສີພັນສອນ ຫົວໜ້າຂະແໜງວັດທະນາທໍາ ພະແນກ ຖວທ ແຂວງ ພ້ອມດ້ວຍຄະນະ.

ໂດຍທ່ານ ນາງ ມຸກດາວັນ ຂັດທິຍະ, ເຈົ້າຂອງໂຄງການ ເດິ ອໍເຄສຕຣາ ອ໊ອຟ ລາວ ບາຍ ເດິເປຍນິສ ວຽງຈັນ (The Orchestra of Lao by The Pianist Vientiane ) ທັງເປັນຜູ້ກໍາກັບ ແລະ ສ້າງສັນຜົນງານ ໃຫ້ຮູ້ວ່າ: ໂຄງການ ພັດທະນາວົງອໍເຄສຕ້າ ສປປ ລາວ ແມ່ນເພື່ອສ້າງໂອກາດ ແລະ ເວທີການພັດທະນາ ໃຫ້ແກ່ນັກສິນລະປິນລາວ ທີ່ມີຄວາມຮູ້ ຄວາມສາມາດ, ຕາມເປົ້າໝາຍພັດທະນາ ແຕ່ບໍ່ລືມຄວາມເປັນລາວ. ສື່ໃຫ້ເຫັນເຖິງຊາວໜຸ່ມລາວຍຸກໃໝ່ ທີ່ມີຄວາມຮູ້ຄວາມສາມາດກ້າວສູ່ລະດັບສາກົນ ແຕ່ບໍ່ລືມຮີດຄອງປະເພນີ, ປະຫວັດສາດດ້ານສິນລະປະວັນນະຄະດີລາວ ປະສົມປະສານລະຫວ່າງ ລາວ ແລະ ສາກົນຢ່າງລົງຕົວ, ທັນສະໄໝ ແລະ ຄົງໄວ້ເຊິ່ງຄວາມເປັນລາວ.

ເຫດຜົນທີ່ເລືອກມາຖ່າຍທໍາໃນແຫຼ່ງມໍລະດົກໄຫ້ຫີນຊຽງຂວາງນີ້ ກໍ່ເພື່ອພັດທະນາສິນລະປະ ໂດຍຕິດພັນກັບການສົ່ງເສິມ ແລະ ຟື້ນຟູການທ່ອງທ່ຽວລາວ, ໃຫ້ທັງຄົນລາວ ແລະ ສາກົນໄດ້ເຂົ້າເຖິງ ໂດຍການວາງແຜນການຖ່າຍທຳໃນຈຸດທ່ອງທ່ຽວທາງປະຫວັດສາດຕ່າງໆ ແຕ່ເໜືອເຖິງໄຕ້, ໂດຍສະເພາະແມ່ນທົ່ງໄຫຫີນແຂວງຊຽງຂວາງ ທີ່ໄດ້ຮັບຮອງ ເປັນມໍລະດົກໂລກແຫ່ງ ທີ3 ໃນ ສປປ ລາວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້