ຂໍຂອບໃຈນຳຜູ້ສະໜັບສະໜູນ

ເພື່ອສືບຕໍ່ເສີມຂະຫຍາຍ ພາລະບົດບາດຂອງສະມາຄົມ ໂດຍສະເພາະວຽກງານສ້າງອາຊີບ ດ້ານການເຮັດອາຫານ ແລະ ຍົກລະດັບວຽກແຮງງານໃນຂົງເຂດໂຮງແຮມ ແລະ ຮ້ານອາຫານໃຫ້ສູງຂື້ນ ທາງສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ຈື່ງໄດ້ພ້ອມກັນຈັດງານ ເທດສະການອາຫານສ້າງອາຊີບ ຄັ້ງທີ 2 ຂຶ້ນມາ ໃນລະຫວ່າງວັນທີ 16-20 ມີນາ 2022 ທີີ່ສູນການຄ້າ ວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ພາຍຫຼັງທີ່ງານດັ່ງກ່າວ ປະສົບຜົນສຳເລັດອັນຈົບງາມ ມາແລ້ວໃນປີຜ່ານມາ.

ໂດຍໃຫ້ກຽດເປັນປະທານ ໂດຍທ່ານ ປະກາສິດ ຈັນທະປັນຍາ ປະທານ ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ, ທ່ານ ນາງ ວິໄລວອນ ຈັນທະລັງສີ ຫົວໜ້າ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະຈັດງານ ແລະ ນ້ອງໆອາສາສະໝັກເຂົ້າຮ່ວມ.

ທ່ານ ປະກາສິດ ຈັນທະປັນຍາ ປະທານ ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ໄດ້ໃຫ້ສໍາພາດວ່າ: ການຈັດງານເທດສະການອາຫານສ້າງອາຊີບໃນຄັ້ງທີ 2 ນີ້ ເພື່ອເປັນການກຽມຄວາມພ້ອມທາງດ້ານແຮງງານລາວທຸກຂະແໜງການໂດຍສະເພາະແມ່ນຢູ່ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ເປັນການເຕົ້າໂຮມບັນດາ ຫົວໜ່ວຍທຸລະກິດ ແລະ ພ້ອມກັນເປີດໂອກາດໃຫ້ມີການຈ້າງງານ ໃຫ້ແກ່ນ້ອງໆນັກສຶກສາທີ່ຈົບໃໝ່ ແລະ ການແກ້ໄຂໄພຫວ່າງງານ ໃນຊ່ວງການແຜ່ລະບາດ ຂອງພະຍາດ ໂຄວິດ 19 ໃນໄລຍະທີ່ຜ່ານມາເຖິງປະຈຸບັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນັ້ນ ຍັງມີການເສວະນາຂອງນັກວິຊາການ ແລະ ຊຽວຊານທັງຫຼາຍ ເພື່ອແລກປ່ຽນແນວຄິດ ໃນການພັດທະນາ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນ ຂອງບັນດາຫົວໜ່ວຍທຸລກິດ ແລະ ເປັນການກຳນົດທິດທາງ ແລະ ເປົ້າໝາຍຂອງການກຽມພ້ອມຮອບດ້ານເພື່ອຮ້ອງຮັບ ຫຼັງຈາກການເປີດປະເທດຕ້ອນຮັບນັກທ່ອງທ່ຽວຄືນມາໃໝ່, ເຮັດໃຫ້ນັກທ່ອງທ່ຽວເຊື້ອໜັ້ນຄຸນນະພາບຂອງການໃຫ້ບໍລິການຂອງ ຂະແໜງການບໍລິການ ໂຮງແຮມ ແລະ ຮ້ານອາຫານໃນຂອບເຂດທົ່ວປະເທດ.

ພາຍໃນງານ ຍັງມີກິດຈະກໍາ ຈັດການແຂ່ງຂັນຂັດເລືອກເອົາສີມືແຮງງານ ລະດັບນະຄອນຫຼວງ ແລະ ລະດັບປະເທດ ໃນຂະແໜງການບໍລິການ ຮ້ານອາຫານ ແລະ ໂຮງແຮມ ແລະ ໃນສາຍອາຊີບຕ່າງໆເພື່ອກ່າວສູ່ການແຂ່ງຂັນລະດັບອາຊຽນ ASEA.

ທ່ານ ປະກາສິດ ຈັນທະປັນຍາ ຍັງໃຫ້ສໍາພາດຕື່ມອີກວ່າ: ການຈັດງານໃນປີນີ້ ກໍຖືວ່າຍຸ້ງຍາກພໍສົມຄວນເນື່ອງຈາກມີການແຜ່ລະບາດຂອງໂຄວິດ ເຮັດໃຫ້ການຈັດງານຫຼ້າຊ້າ ແຕ່ທາງຄະຄະຈັດງານເຮົາກໍໄດ້ກະກຽມຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະ ແມ່ນການຮັກສາມາດຕະການປ້ອງກັນ ການແຜ່ລະບາດຂອງໂຄວິດ ທີ່ທາງຂັ້ນເທິງໄດ້ວາງອອກຢ່າງເຂັມງວດ ຄື ແມ່ຄ້າ ແລະ ແຂກທີ່ເຂົ້າມາຮ່ວມງານຕ້ອງໃສ່ຜ້າປິດປາກ, ມີນໍ້າຢາລ້າງມື, ແລະ ມີໂຕະຕັ້ງໄວ້ສໍາລັບນັ່ງກິນອາຫານ ໄວ້ໃຫ້ບໍລິການແຂກທີ່ມາທ່ຽວຊົມ.

ຄາດໝາຍຂອງການຈັດງານໃນຄັ້ງນີ້ ເພື່ອເຕົ້າໂຮມຄວາມສາມັກຄີຂອງສະມາຊິກສະມາຄົມ ໂຮງແຮມ ແລະ ອາຫານລາວ ເພື່ອສົ່ງເສີມການຂາຍຂອງຮ້ານອາຫານທີ່ເຂົ້າຮ່ວມ ເປັນການສົ່ງເສີມໃຫ້ນັກສຶກສາ, ໄວຫນຸ່ມ ຫຼື ບຸກຄົນທົ່ວໄປ ສາມາດນຳເອົາ ທັກສະການປຸງແຕ່ງອາຫານມາສ້າງເປັນອາຊີບເສີມ ຫຼື ອາຊີບຫຼັກໄດ້ “ທ່ານ ປະກາສິດ ຈັນທະປັນຍາ ກ່າວ”.

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້