ໃນວັນທີ 15 ມີນາ 2022 ທີ່ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ, ໃນໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສຳລັບ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ລວມມູນຄ່າທັງໝົດ 2,105 ຕື້ເຢນ (ປະມານ 19,4 ລ້ານໂດລາ ສະຫະລັດ).
ໃຫ້ກຽດລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານ ປະເທດຍີ່ປຸ່ນ ໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ການຊ່ວຍເຫຼືອຂອງລັດຖະບານຢີ່ປຸ່ນຄັ້ງນີ້ ກໍເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດ ຂອງ ສປປ ລາວ ແລະ ແນ່ໃສ່ຍົກລະດັບຄຸນນະພາບ ແລະ ຄວາມອາດສາມາດໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ທຽບເທົ່າສາກົນ ເພື່ອອອກຮັບໃຊ້ສັງຄົມ ແລະ ທັນກັບຄວາມຮຽກ ຮ້ອງຕ້ອງການຂອງຍຸກສະໄໝປະຈຸບັນ ໃນການຫັນສູ່ອຸດສາຫະກໍາ 4.0 ທັງເປັນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ.
ໃນພິທີດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງຕ່າງປະເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ແລະ ສ້າງສາ ສປປ ລາວ ກໍ່ຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.
Hits: 11