Friday, July 18, 2025
Kbank Laos โอน รับ จ่าย

ໄອເດຍດີ! ປະຍຸກເມນູໃໝ່ ຈາກໜ້າເຂົ້າຊອຍ 

“ເຂົ້າຊອຍ” ຖືວ່າເປັນອາຫານຍອດນິຍົມ ທາງພາກເໜືອຂອງລາວ ໂດຍສະເພາະແມ່ນຢູ່ທາງ ແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ຫຼວງພະບາງ ເຊິ່ງເປັນທີ່ຮູ້ຈັກທົ່ວໄປ ແຕ່ທີ່ຢາກນຳສະເໜີໃນມື້ນີ້ແມ່ນເຂົ້າຊອຍຈາກ ຫຼວງພະບາງ ສູດດັ້ງເດີມ ທີ່ເພິ່ນສືບທອດກັນມາແຕ່ລຸ້ນປູ່ລຸ້ນຍ່າ ເຊິ່ງມີຣົດຊາດ ທີ່ເປັນເອກະລັກບໍ່ຄືໃຜ ແລະ ທີ່ພິເສດໄປກວ່ານັ້ນ, ເພິ່ນໄດ້ມີການນຳເອົາໜ້າເຂົ້າຊອຍ ມາປະຍຸກໃສ່ກັບເມນູອາຫານຍຸກໃໝ່ຂຶ້ນມາຫຼາກຫຼາຍເມນູ ບໍ່ວ່າຈະເປັນ ເຂົ້າຜັດ ໜ້າເຂົ້າຊອຍ, ຜັດຊີອິ້ວ ໜ້າເຂົ້າຊອຍ, ເຂົ້າຊອຍພັນ ແລະ ເມນູອື່ນໆອີກ ໂດຍສື່ເຖິງຣົດຊາດຂອງໜ້າເຂົ້າຊອຍໄດ້ເປັນຢ່າງດີ. 

ທ່ານນາງ ສຸກສະຫວັນ ຈັນທະລາ (ລິລີ່) ເຈົ້າຂອງຮ້ານ Grace Cafe & Roastery ເລົ່າໃຫ້ຟັງວ່າ: ໜ້າເຂົ້າຊອຍ ຫຼວງພະບາງ ສູດບູຮານນີ້ ແມ່ນເປັນສູດຂອງແມ່ຍ່າ ເຊິ່ງເພິ່ນເປັນຄົນພື້ນຖານຢູ່ແຂວງ ຫຼວງພະບາງ ທີ່ໄດ້ສືບທອດການເຮັດໜ້າເຂົ້າຊອຍນີ້ ມາແຕ່ລຸ້ນປູ່ລຸ້ນຍ່າ, ແຕ່ຕອນນັ້ນ ເພິ່ນບໍ່ໄດ້ເຮັດເພື່ອຈຳໜ່າຍ ພຽງແຕ່ເຮັດກິນສະເພາະພາຍໃນຄອບ ຄົວຢູ່ບ້ານເທົ່ານັ້ນ. 

ເຂົ້າຊອຍ ຫຼວງພະບາງ ສູດບູຮານ

ຫຼັງຈາກທີ່ທາງຄອບຄົວໄດ້ເປີດຮ້ານ ໃນນາມທີ່ເປັນລູກໄພ້ ພ້ອມກັບລູກໆ ຂອງເພິ່ນ ກໍແນະນຳໃຫ້ແມ່ເຮັດເມນູເຂົ້າຊອຍໃສ່ໃນຮ້ານ ເພາະເຫັນວ່າຣົດຊາດ ເຂົ້າຊອຍ ທີ່ແມ່ເຮັດໃຫ້ກິນນັ້ນ ແຊບ, ບໍ່ຄືໃຜ ແລະ ຍັງເປັນສູດບູຮານແທ້ໆ ນຳອີກ. ພາຍຫຼັງທີ່ນຳເມນູເຂົ້າຊອຍຫຼວງພະບາງ ສູດບູຮານ ມາຂາຍຢູ່ທີ່ຮ້ານກໍເຫັນວ່າ ໄດ້ຮັບຜົນຕອບຮັບຈາກລູກຄ້າເປັນຢ່າງດີ. 

ເຂົ້າຜັດ ໜ້າເຂົ້າຊອຍ

ທ່ານນາງ ສຸກສະຫວັນ ບອກວ່າ: ການເຮັດ ໜ້າເຂົ້າຊອຍ ຫຼວງພະບາງ ສູດດັ້ງເດີມນີ້, ວັດຖຸດິບຫຼັກທີ່ຂາດບໍ່ໄດ້ ຕ້ອງແມ່ນໝາກຖົ່ວເໜົ່າທີ່ໃຊ້ເວລາໝັກເປັນປີຈາກ ແຂວງ ບໍ່ແກ້ວ ແລ້ວນຳມາປຸງຕາມສູດເຮັດໜ້າເຂົ້າຊອຍດັ້ງເດີມ (ຂໍສະຫງວນສູດໃນການເຮັດເດີ້) ເຊິ່ງຈະໄດ້ຣົດຊາດເຂົ້າຊອຍທີ່ຫອມແຊບ ບໍ່ຄືໃຜ ແລະ ບໍ່ມີໃຜຄື. ນອກຈາກໜ້າເຂົ້າຊອຍທີ່ມີຄວາມເປັນເອກະລັກແລ້ວ, ເສັ້ນເຂົ້າຊອຍເພິ່ນກໍມີຄວາມພິຖີພິຖັນໃນການເຮັດ ເມື່ອກ່ອນເພິ່ນຈະເຮັດເສັ້ນເຂົ້າຊອຍເອງ ແຕ່ໃນປັດຈຸບັນ ເນື່ອງຈາກວ່າເພິ່ນບໍ່ມີເວລາເຮັດ ເພິ່ນຈຶ່ງສັ່ງເຮັດໂດຍກົງຈາກແຂວງ ຫຼວງພະບາງ ໂດຍຈະເນັ້ນເລື່ອງມາດຕະ ຖານ ແລະ ຄຸນນະພາບເປັນຫຼັກ.  

ແຕ່ເພື່ອສ້າງຄວາມແປກໃໝ່ໃຫ້ກັບອາຫານ ເພິ່ນຈຶ່ງມີການປະຍຸກເມນູອາຫານຂຶ້ນມາໃໝ່ ໂດຍການປະສົມປະສານລະຫວ່າງ ອາຫານຍຸກໃໝ່ ກັບ ໜ້າເຂົ້າຊອຍ ເຂົ້າກັນ ເພື່ອໃຫ້ໄດ້ຣົດຊາດອາຫານທີ່ແປກໃໝ່ ໂດຍມີກິ່ນອາຍທີ່ເປັນເອກະລັກຂອງໜ້າເຂົ້າຊອຍຜະສົມຢູ່ນຳ. 

ຜັດຊີອິ້ວ ໜ້າເຂົ້າຊອຍ

ນອກຈາກເຂົ້າຊອຍ ແລະ ອາຫານປະຍຸກຈາກໜ້າເຂົ້າຊອຍ ທີ່ເປັນເອກະລັກຂອງຮ້ານແລ້ວ, ຍັງມີເມນູອາຫານອີກຫຼາຍຫຼາຍໄວ້ບໍລິການ, ໂດຍທາງຮ້ານໄດ້ເນັ້ນເຖິງຄວາມສະອາດເປັນຫຼັກ ບໍ່ວ່າຈະເປັນອາຫານ, ພາຍໃນຮ້ານ ແລະ ພະນັກງານທີ່ໃຫ້ບໍລິການ.  

 ທ່ານໃດຢາກໄປລອງຊິມເຂົ້າຊອຍ ຫຼວງພະບາງ ສູດບູຮານ ແລະ ເມນູອາຫານຈາກໜ້າເຂົ້າຊອຍ ກໍສາມາດໄປທີ່ຮ້ານຂອງເພິ່ນໄດ້ ຢູ່ທີ່ບ້ານ ໂພນທັນເໜືອ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.