ໃນວັນທີ 18 ມີນາ 2022 ທີ່ຜ່ານມາ ທາງຄະນະຜູ້ແທນ ສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ນຳໂດຍ ທ່ານ ຄຳສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ -ສ.ເກົາຫຼີ ພ້ອມດ້ວຍຜູ້ຕາງໜ້າ ຄະນະພົວພັນ ການຕ່າງປະເທດ ສູນກາງພັກ; ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕາງໜ້າມອບເຄື່ອງຊ່ວຍເຫຼືອໃຫ້ເເກ່ ໂຮງຮຽນ ປະຖົມສົມບູນ ຫ້ວຍລ້າ, ບ້ານ ຫ້ວຍລ້າ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ເຊິ່ງໂຮງຮຽນດັ່ງກ່າວ ໄດ້ສ້າງຂຶ້ນໃນ ປີ 2017 ໂດຍໄດ້ຮັບການສະໜັບສະໜູນທຶນກໍ່ສ້າງ ແລະ ຊ່ວຍເຫຼືອລ້າ ຈາກສະມາຄົມມິດຕະພາບ ສ. ເກົາຫຼີ-ລາວ.

ໂດຍເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ (ຜ້າອັດປາກ-ດັງ, ເຈວລ້າງມື) ລວມມູນຄ່າທັງໝົດ 172.135.180 ກີບ (ປະມານ 14.980 ໂດລາສະຫະລັດ) ໂດຍສະມາຄົມມິດຕະພາບ ສ.ເກົາຫລີ-ລາວ ໄດ້ລະດົມທຶນ ຈາກປະຊາຊົນ ສ.ເກົາຫຼີ.
ການຊ່ວຍເຫຼືອຂອງ ສະມາຄົມມິດຕະພາບ ສ.ເກົາຫຼີ -ລາວ ໃນຄັ້ງນີ້ ເປັນການສະແດງເຖິງນ້ຳໃຈໄມຕີຈິດມິດຕະພາບ ແລະ ຄວາມຮັກແພງຊ່ວຍເຫຼືອກັນ ລະຫວ່າງປະຊາຊົນລາວ ແລະ ສ.ເກົາຫຼີ ກໍ່ຄືການພົວພັນຮ່ວມມື ລະຫວ່າງ 2 ສະມາຄົມ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ສ.ເກົາຫລີ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ທ່ານ ສົມພອນ ແສງແກ້ວມີໄຊ ອໍານວຍການໂຮງຮຽນບ້ານຫ້ວຍລ້າ, ຕາງໜ້າໃຫ້ຄູອາຈານ ແລະ ນັກ ຮຽນທຸກຄົນໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະມາຄົມມິດຕະພາບ ລາວ- ສ. ເກົາຫລີ ແລະ ສ.ເກົາຫລີ – ລາວ ທີ່ຍາມໃດກໍ່ເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອ ດ້ວຍດີຕະຫຼອດມາ ຊຶ່ງເປັນການປະ ກອບສ່ວນອັນສົມກຽດ ແລະ ໃຫຍ່ ຫຼວງເຂົ້າໃນການພັດທະນາການສຶກສາຂອງລາວ ໂດຍສະເພາະໂຮງ ຮຽນປະຖົມບ້ານຫ້ວຍລ້າ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ຈະນຳເອົາວັດຖຸສິ່ງຂອງດັ່ງກ່າວນຳໃຊ້ໃຫ້ທົ່ວເຖິງ ແລະ ເປັນປະໂຫຍດແກ່ ຄູ ແລະ ນ້ອງໆນັກຮຽນ.
Hits: 5