ໃນວັນທີ 22 ມີນາ 2022 ອົງການອາຫານໂລກ ຮ່ວມກັບ ລັດຖະບານລາວ ໄດ້ຈັດພິທີເປີດໂຕໂຄງການອາຫານທ່ຽງໃນໂຮງຮຽນໄລຍະໃໝ່ ຂຶ້ນຢ່າງເປັນທາງການ ທີ່ເມືອງ ສັງທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ຂັນທະລີ ສິລິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ.

ການຈັດໂຄງການດັ່ງກ່າວ ເພື່ອເປັນການສະໜັບສະໜູນວຽກງານອາຫານທ່ຽງໃນໂຮງຮຽນຂອງລັດຖະບານແຫ່ງ ສປປ ລາວ, ເຊິ່ງມີນັກຮຽນຊັ້ນປະຖົມ ປະມານ 64.000 ຄົນ ຈາກ 707 ໂຮງຮຽນ ໃນ 17 ເມືອງເປົ້າໝາຍບຸລິມະສິດ ຂອງ 11 ແຂວງ ໃນທົ່ວປະເທດ, ຈະໄດ້ຮັບອາຫານທ່ຽງທີ່ມີໂພຊະນາການທຸກໆມື້ເຂົ້າຮຽນ ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງກະສິກຳ ສະຫະລັດອາເມລິກາ ຜ່ານໂຄງການແມັກກາວັນໂດ ອາຫານສາກົນ ເພື່ອການສຶກສາ ແລະ ໂພຊະນາການຂອງເດັກ.

ອົງການອາຫານໂລກ ໄດ້ສະໜອງຊຸດບໍລິການດ້ານ ສຸຂະພາບ ແລະ ໂພຊະນາການໃນໂຮງຮຽນ ລວມມີອາຫານທ່ຽງໃນໂຮງຮຽນ, ການຕິດຕັ້ງຕໍ່ນ້ຳເຂົ້າຮງຮຽນ, ສຸຂາພິບານ ແລະ ສຸຂະອະນາໄມ, ສະໜັບສະໜູນຊຸມຊົນໃນການກໍ່ສ້າງຫ້ອງກິນອາຫານ, ສາງອາຫານ ແລະ ເຮືອນຄົວ, ສວນຄົວໂຮງຮຽນ, ເຮືອນຮົ່ມ ແລະ ໜອງປາ, ພ້ອມທັງຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມການອ່ານ. ນອກນີ້ ອົງການອາຫານໂລກ ຍັງໃຫ້ການສະໜັບສະໜູນດ້ານກະສິກຳ ແລະ ນະໂຍບາຍແກ່ຊຸມຊົນ ແລະ ອຳນາດການປົກຄອງ ໂດຍຮ່ວມມື ກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການບັນເທົາທຸກກາໂຕລິກ.

ໂຄງການແມັກກາວັນໂດ ຂອງກະຊວງກະສິກຳ ສະຫະລັດອາເມລິກາ ໄດ້ລົງທຶນໃຫ້ອົງການອາຫານໂລກ ໃນການສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນຂອງລັດຖະບານນັບແຕ່ປີ 2008 ຜ່ານການຈັດຕັ້ງປະຕິບັດໂຄງການອາຫານທ່ຽງເກືອບ 20 ປີ ດ້ວຍມູນຄ່າການປະກອບສ່ວນ ທັງໝົດເຖິງປັດຈຸບັນແມ່ນປະມານ 85 ລ້ານໂດລາສະຫະລັດ.

ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາສຸມໃສ່ວຽກ ດ້ານສຸຂະພາບ ແລະ ໂພຊະນາການຂອງເດັກນ້ອຍຢູ່ໃນ ສປປ ລາວ ໂດຍສອດຄ່ອງກັບການຮ່ວມມືຮອບດ້ານ ຂອງສະຫະລັດອາເມລິກາ – ລາວ. ອາຫານທ່ຽງໃນໂຮງຮຽນ ຈະຊ່ວຍສ້າງຄົນຮຸ່ນຕໍ່ໄປໃຫ້ມີສຸຂະພາບດີ, ເຊິ່ງເປັນພື້ນຖານ ການຂັບເຄື່ອນຂອງເສດຖະກິດ.”

ທ່ານ ຢານ ເດເບວ, ຜູ້ອຳນວຍການ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກ ປະຈຳລາວ ໄດ້ໃຫ້ຮູ້ວ່າ “ໃນຕໍ່ໜ້າ, ໂຄງການດັ່ງກ່າວຈະຖືກມອບໂອນໃຫ້ໂຄງການອາຫານທ່ຽງໃນໂຮງຮຽນແຫ່ງຊາດ ໂດຍມີເປົ້າໝາຍສູງສຸດຄືຊ່ວຍ ລັດຖະບານສະໜອງອາຫານທ່ຽງປະຈຳວັນ ໃຫ້ແກ່ເດັກນ້ອຍໃນທຸກໂຮງຮຽນຂອງ ສປປ ລາວ. ພວກເຮົາໄດ້ຮັບການຊີ້ນໍາ ຈາກຄະນະນໍາຂອງອົງການອາຫານໂລກ ເພື່ອສຸມໃສ່ວຽກຫຼຸດຜ່ອນການຂາດສານອາຫານ ແລະ ການຮຽນຮູ້ຂອງເດັກ. ເປັນເທື່ອທໍາອິດທີ່ໂຄງການສະໜອງເຂົ້າສານຈ້າວປະສົມທາດວິຕາມິນໃຫ້ໂຮງຮຽນເປົ້າໝາຍ.”
Hits: 24