ຄວາມພະຍາຍາມ ແລະ ມີມານະອົດທົນ ພາກພຽນ ຄືໝາກຜົນຂອງຄວາມສໍາເລັດ ອີກບາດກ້າວໜຶ່ງຂອງຊີວິດ ຄືດັ່ງ ເລື່ອງລາວຂອງ ນາງ ຕາວັນທອງ ກອງສີຫາລາດ ທີ່ສາມາດຄວ້າກຽດນິຍົມມາໄດ້ສໍາເລັດ ຈາກ ຄະນະກະເສດສາດ ສາຂາການປູກຝັງ ຮຸ່ນທີ 22 ມະຫາວິທະຍາໄລ ແຫ່ງຊາດ.

ຕາວັນທອງ ໄດ້ໃຫ້ສໍາພາດກັບ ອິນໄຊລາວ ວ່າ: ຕົນເອງ ຮູ້ສຶກພາກພູມໃຈຫຼາຍ ທີ່ສາມາດຄວ້າກຽດນິຍົມມາໄດ້ຕາມເປົ້າໝາຍທີ່ໂຕເອງຕັ້ງໄວ້ຈົນສຳເລັດ. ແນ່ນອນວ່າບໍມີສິ່ງໃດໄດ້ມາງ່າຍດາຍ ທຸກຢ່າງຕ້ອງໃຊ້ເວລາ ແລະ ພະລັງແຫ່ງການທຸ່ມເທ ເຊິ່ງເປັນເວລາເກືອບ 5 ປີ ຈຶ່ງສາມາດຮຽນຈົບ ເພາະຍ້ອນ ໂຄວິດ ລະບາດຈຶ່ງເຮັດໃຫ້ການຮຽນອາດຈະຊັກຊ້າ ແຕ່ກວ່າຈະມາຮອດຈຸດນີ້ໄດ້ ຕ້ອງຂອບໃຈພໍ່ແມ່, ລຸງປ້າອາວອາ, ທຶນການສຶກສາ ນາກາໂອະ ແລະ ຄູອາຈານ ຄະນະກະເສດສາດ ລວມເຖິງໝູ່ເພື່ອນທຸກໆ ຄົນທີໃຫ້ການສະໜັບສະໜູນຈົນສຳເລັດຕາມເປົ້າໝາຍໃນຄັ້ງນີ້.

ພື້ນຖານ ຕາວັນ ເປັນຄົນບ້ານ ໂພນຄູນ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ໄດ້ຍ້າຍເຂົ້າມາຮຽນຢູ່ ນະຄອນຫຼວງ ວຽງຈັນ ດ້ວຍຖານະທາງຄອບຄົວຂອງຕົນເອງບໍ່ຄ່ອຍດີປານໃດ ຫາເຊົ້າກິນຄໍ່າ ບໍ່ໄດ້ລ້ຳລວຍ ຈຶ່ງຕ້ອງພະຍາຍາມກວ່າຄົນອຶ່ນໆ ຫຼາຍເທົ່າ, ຕັ້ງໃຈຮຽນ ແລະ ປະຢັດເທົ່າທີ່ຈະປະຢັດໄດ້ ແຕ່ໂຊກດີທີ່ ທາງປະເທດຢີ່ປຸ່ນໄດ້ມອບທຶນການສຶກສາ ນາກາໂອະ ໃຫ້ເລີຍສາມາດຫຼຸດຄ້າໃຊ້ຈ່າຍ ຊ່ວຍຄອບຄົວໄດ້ຫຼາຍ.

ການທີ່ເດັກນ້ອຍຕ່າງເເຂວງ ເຂົ້າມາອາໃສຢູ່ໃນເມືອງໃຫຍ່ ມັນມີຄວາມກົດດັນຫຼາຍໆຢ່າງ ຈາກຄົນອ້ອມຂ້າງທີ່ບໍ່ເຂົ້າໃຈໃນໂຕເຮົາ ເຮັດໃຫ້ມີຊ່ວງໜຶ່ງທີ່ໝົດກຳລັງໃຈໃນການຮຽນ ແລະ ຄິດຢາກອອກຮຽນ ແຕ່ກໍມີຄອບຄົວທີ່ເຂົ້າໃຈ ແລະ ໃຫ້ກຳລັງໃຈເລື້ອຍໆມາ ຈຶ່ງສາມາດກ້າວຜ່ານອຸປະສັກໃນຊ່ວງເວລານັ້ນມາໄດ້ ແລະ ມັນໄດ້ເຮັດໃຫ້ເຮົາມີຄວາມເຂັ້ມແຂງຂຶ້ນຫລາຍ ຕາວັນໄດ້ເລົ່າ.
ສໍາລັບວິທີການຮຽນໃນເເບບຂອງຕາວັນ ແມ່ນຕັ້ງໃຈຮຽນຮູ້ ເວລາອາຈານອະທິບາຍເນື້ອໃນບົດຮຽນທີ່ສຳຄັນແມ່ນເຮົາຈະຕັ້ງໃຈຟັງ, ເກັບກໍາເນື້ອໃນບົດຮຽນໃຈຄວາມສໍາຄັນ, ສ່ວນທີ່ເຮັດໃຫ້ໄດ້ຄະແນນດີແມ່ນໃນຂະນະທີ່ກຽມເສັງນັ້ນແມ່ນເຮົາຈະໄດ້ມີການຝຶກບົດຮຽນກັບໝູ່ ປ່ຽນກັນຖາມ ປ່ຽນກັນຕອບ ເຊິ່ງວິທີນີ້ໄດ້ຜົນແທ້ ມັນຈະເຮັດໃຫ້ເຮົາຈື່ບົດຮຽນໄດ້ດີ.

ຕາວັນ ເລົ່າຕື່ມວ່າ: ເຫດຜົນທີ່ຕົນເອງເລືອກຮຽນ ສາຂາການປູກຝັງນີ້ ກໍຍ້ອນວ່າ ຢາກເປັນນັກທຸລະກິດທາງດ້ານການກະເສດໃນລາວ ທີ່ສາມາດຜະລິດພືດທີ່ໄດ້ມາດຕະຖານ ແລະ ສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ.
Hits: 19