ສປປ ລາວ ແລະ ສາທາລະນະລັດ ສະຫະພັນ ບຣາຊິນ ໄດ້ຮ່ວມກັນລົງນາມສັນຍາ ການຮ່ວມມືດ້ານເຕັກນິກ ໂດຍມີເປົ້າໝາຍໃນການສົ່ງເສີມການຮ່ວມມືທາງດ້ານວິຊາ ໃນຂະແໜງການທີ່ເປັນບຸລິມະສິດຂອງສອງຝ່າຍ ເຊັ່ນ: ກະສິກໍາ, ລ້ຽງສັດ, ສາທາລະນະສຸກ, ການສຶກສາ, ການຫຼຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານອາຫານ, ການເປັນມືອາຊີບ ແລະ ຂະແໜງການອື່ນໆ ທີ່ມີຄວາມສົນໃຈ ເພື່ອການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ.
ເຊິ່ງພິິທີລົງນາມດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ, ຕາງໜ້າໃຫ້ລັດຖະບານລາວ ໂດຍ ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ ແມ່ນ ທ່ານ ໂຈເຊ ໂບເຈດ ໂດດ ຊານໂຕດ ຈູເນຍ (José Borges dos Santos Júnior) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ ປະຈໍາຢູ່ຣາຊະອານາຈັກໄທໄທ.

ທ່ານເອກອັກຄະລັດຖະທູດ ຂອງທັງສອງປະເທດ ໄດ້ສະແດງຄວາມ ປິຕິຍິນດີ ແລະ ເຊື່ອໝັ້ນວ່າ ສັນຍາວ່າດ້ວຍການຮ່ວມມືດ້ານເຕັກນິກ ຈະສ້າງເງື່ອນໄຂສະດວກ ໃຫ້ແກ່ການຮ່ວມມືໃນຂະແໜງການຕ່າງໆ ໂດຍສະເພາະການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ສອງປະເທດ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ບຣາຊິນ ໃນຊຸມປີຕໍ່ໜ້າ.
ສອງປະເທດ ລາວ ແລະ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນມາ ແຕ່ວັນທີ 12 ມິຖຸນາ 1995 ນັບແຕ່ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ບຣາຊິນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍທັງສອງຝ່າຍ ໄດ້ມີການແລກປ່ຽນ ແລະ ການຢ້ຽມຢາມຂອງຄະນະຜູ້ແທນໃນຫຼາຍລະດັບ ຕະຫຼອດມາ.
ຜ່ານມາ, ລັດຖະບານບຣາຊິນ ເຄີຍໃຫ້ທຶນຝຶກອົບຮົມສໍາລັບນັກການທູດໜຸ່ມນ້ອຍ, ກິລາບານເຕະ ແລະ ຂໍ້ລິເລີ່ມໂຄງການຊົນລະປະທານແກ່ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ພ້ອມນີ້, ບຣາຊິນ ຍັງສະແດງຄວາມສົນໃຈການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືດ້ານການລ້ຽງງົວ ພັນຊີ້ນເພື່ອສົ່ງອອກຂາຍໃຫ້ແກ່ ສປ ຈີນ.
ຂໍ້ມູນ ແລະ ພາບຈາກ:ກະຊວງການຕ່າງປະເທດ.
Hits: 5