ນັກສຶກສາ ໃຊ້ຊີວິດແບບໃດໃນຫໍພັກ? 

ໂຄວິດ-19 ເປັນອີກສ່ວນໜຶ່ງ ທີ່ສົ່ງຜົນກະທົບກັບການໃຊ້ຊີວິດປະຈຳວັນຂອງຄົນເຮົາ, ລວມທັງນັກສຶກສາໃນຫໍພັກ ທີ່ຕ້ອງໄດ້ມີການປັບຕົວຫຼາຍຂຶ້ນໃນການໃຊ້ຊີວິດຢູ່ໃນຫໍພັກ. ຈາກການໃຫ້ສຳພາດຂອງນັກສຶກສາບາງສ່ວນ, ບາງຄະນະ ທີ່ໄດ້ໃຫ້ທັດສະນະກ່ຽວກັບການໃຊ້ຊີວິດໃນຫໍພັກ ສ່ວນຫຼາຍກໍຈະເປັນບັນດານັກສຶກສາທີ່ມາຈາກຕ່າງແຂວງງ, ຕ່າງເມືອງທີ່ອາໄສຢູ່. 

ຕາມການໃຫ້ສຳພາດຂອງ ນາງ ຫັດສະດີ ແພງຄຳຫຼ້າ ໃຫ້ຮູ້ວ່າ ການໃຊ້ຊິວິດໃນຫໍພັກນັກສຶກສາ ໄດ້ສອນໃຫ້ເຮົາເປັນຜູ້ໃຫຍ່ຂຶ້ນ, ຮູ້ຈັກຕັດສິນໃຈດ້ວຍໂຕເອງ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ ເຖິງວ່າຈະໄດ້ຮັບຜົນກະທົບກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ເຮົາກໍຕ້ອງຢູ່ໃຫ້ໄດ້ ເພື່ອເປົ້າໝາຍສູງສຸດຂອງເຮົາ. 

ສ່ວນທ້າວ ບີບີ້ ຄຳມີໄຊ, ໄດ້ໃຫ້ທັດສະນະວ່າ ຢູ່ຫໍພັກຫຼາຍຄົນຕ້ອງໄດ້ທຳຄວາມຂົ້າໃຈກັນຢ່າງເລິກເຊິ່ງ, ຈະຊື້ອາຫານແຕ່ລະຄາບ ຕ້ອງແບ່ງກັນອອກຕະຫຼາດ ເພື່ອຄວາມສະມັກຄີ ແລະ ຄວາມສະເໝີພາບກັນ ເຖິງວ່າຈະມີຄວາມຫຍຸ້ງຍາກແດ່ ເຮົາກໍຕ້ອງມີຄວາມອົດທົນ. 

ນອກຈາກນີ້ ກໍຍັງມີນ້ອງໆ ນັກສຶກສາຂອງຫໍພັກໃນບາງສ່ວນ ທີ່ບໍ່ປະສົງອອກນາມ ກໍໄດ້ກ່າວໃຫ້ຮູ້ກ່ຽວກັບການໃຊ້ຊີວິດໃນຫໍພັກ ເຮັດໃຫ້ຮູ້ຈັກການປັບຕົວເຂົ້າຫາກັນ, ປັບຕົວເຂົ້າກັບສະພາບແວດລ້ອມທີ່ບໍ່ເຄີຍພົບມາກ່ອນ ຄືການຢູ່ກັບຄົນຕ່າງຖິ່ນໃນຫຼາຍໆ ເຜົ່າຫຼາຍໆ ແຂວງມາລວມກັນບໍ່ວ່າຈະເປັນພາກເໜືອ, ພາກກາງ ແລະ ພາກໃຕ້.  

ເຖິງຢ່າງໃດກໍຕາມ ການຢູ່ຫໍພັກກໍມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເຊັ່ນເລື່ອຂໍ້ສະດວກ: ແມ່ນຢູ່ໃກ້ກັບໂຮງຮຽນ, ຢູ່ໃກ້ກັບຕະຫຼາດ, ເສຍຄ່າຫ້ອງຖືກ ແລະ ປະຍັດລາຍຈ່າຍອີກດ້ວຍ. ສ່ວນຂໍ້ຫຍຸ້ງຍາກ: ແມ່ນບໍ່ມີຄວາມເປັນສ່ວນຕົວ, ເວລາອອກໄປເຮັດວຽກເສີມກໍບໍ່ສະດວກ, ບໍ່ສາມາດແຕ່ງກິນໃນຫ້ອງໄດ້, ນ້ຳໃຊ້ ແລະ ໄຟຟ້າມາບໍ່ປົກກະຕິ. 

ສຳລັບເວລາວ່າງຂອງນັກສຶກສາຫໍພັກ ສ່ວນຫຼາຍ ຈະມັກຫຼິ້ນກິລາຢູ່ພາຍໃນຮົ້ວໂຮງຮຽນເຊັ່ນ: ແລ່ນອອກກຳລັງກາຍ, ຕີດອກປີກໄກ່, ຕີບານ, ເຕະບານ ແລະ ເຕະກະຕໍ້ ເປັນຕົ້ນ. 

ສ່ວນວິທີຄາຍຄຽດ ຫຼື ຄາຍຄວາມກົດດັນຈາກການຮຽນມາ ມັກຈະປຶກສາກັບໝູ່, ຟັງເພງ ຫຼື ຫຼິ້ນເກມ ມັນສາມາດຄາຍຄວາມຄຽດໄດ້ໃນຊ່ວງໄລຍະ ແລະ ສິ່ງທີ່ຄວນລະວັງໃຫ້ຫຼາຍໃນການຢູ່ນຳຫຼາຍຄົນຄື: ການຂີ້ລັກມັກຈົກ, ຄວາມລອບຄອບໃນການໃຊ້ໄຟຟ້າ ແລະ ຄວນລະວັງໃຫ້ຫຼາຍຄືຄໍາເວົ້າຄໍາຈາ. 

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...