ຂໍຂອບໃຈນຳຜູ້ສະໜັບສະໜູນ

ຖືວ່າຈົບລົງໄປເປັນທີ່ຮຽບຮ້ອຍ ສໍາລັບເວທີ່ປະກວດຊາຍງາມ Mister Global ທີ່ໄດ້ຈັດຂຶ້ນຢູ່ ປະເທດໄທ ໃນຄໍ່າຄືນຂອງວັນທີ 15 ມີນາ 2022 ທີ່ຜ່ານມານີ້ ແລະ ໂຕແທນໝຸ່ມລາວ ແສງອາພອນ ສຸລິຍະມາດ ຫຼື ເປ້ ໜຸ່ມຫຼໍ່ ເຈົ້າຂອງຕໍາແໜ່ງ Mister Global Laos 2021 ກໍສາມາດຜ່ານເຂົ້າຮອບ 17 ຄົນສຸດທ້າຍ.

ມື້ນີ້ ທີມຂ່າວບັນເທີງຂອງພວກເຮົາກໍໄດ້ມີໂອກາດສໍາພາດ ໝຸ່ມເປ້ ເຖິງຄວາມຮູ້ສຶກຫຼັງຈົບການປະກວດ Mister Global ທີ່ປະເທດໄທ ໂດຍໝຸ່ມເປ້ໄດ້ບອກວ່າ: ຄວາມຮູ້ສຶກທີ່ຕົນເອງໄດ້ຜ່ານເຂົ້າຮອບ 17 ຄົນສຸດທ້າຍແມ່ນຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ເພາະວ່າປະກາດຮອດຄົນທີ 12ແລ້ວ ລະຄິດວ່າໂຕເອງໜ້າຈະບໍ່ມີໂອກາດໄດ້ເຂົ້າຮອບແລ້ວ ແຕ່ຕອນທີ່ໄດ້ຍິນພິທິກອນປະກາດຄໍາວ່າ ລາວ ຄວາມຮູ້ສຶກຕອນນັ້ນຄືດີໃຈເເຮງ ທີ່ຄໍາວ່າລາວໄດ້ດັງຢູ່ໃນເວທີລະດັບສາກົນ ແລະ ເຮັດໃຫ້ປະເທດເຮົາມີຄົນຮູ້ຈັກຫຼາຍຂຶ້ນ.

ການທີ່ໄດ້ເປັນໂຕແທນຂອງຄົນລາວໃນການປະກວດຄັ້ງນີ້ ເປ້ ຮູ້ສຶກດີໃຈ ແລະ ເປັນກຽດຫຼາຍທີ່ສຸດໃນຊີວິດ ທີ່ໄດ້ເຂົ້າຮ່ວມການປະກວດດີໆແບບນີ້ ແລະ ພູມໃຈທີ່ສຸດທີ່ຄັ້ງໜຶ່ງໄດ້ຂຶ້ນໄປຢືນຢູ່ເທິງເວທີສາກົນໃນນາມໂຕແທນປະເທດລາວ ເພື່ອສະແດງຄວາມສາມາດ ໄດ້ພິສູດໂຕເອງ ເຮັດໃຫ້ຄົນອື່ນຮູ້ຈັກປະເທດລາວຫຼາຍຂຶ້ນ ມັນເປັນສິ່ງທີ່ວິເສດ ເປັນໂອກາດ ແລະ ປະສົບການດີໆ ເຮັດໃຫ້ເຮົາໄດ້ຮຽນຮູ້ສິ່ງໃໝ່ໆ, ໄດ້ປະສົບການໃໝ່ໆ, ແລະ ສິ່ງທີ່ມັກທີ່ສຸດໃນການປະກວດຄື ການທີ່ເຮົາໄດ້ພັດທະນາໂຕເອງໂດຍທີ່ບໍ່ຮູ້ໂຕທີ່ເຮົາຫາຊື້ບໍ່ໄດ້ ເປ້ໄດ້ກ່າວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເປ້ ຍັງໄດ້ກ່າວຕື່ມອີກວ່າ: ຫຼັງຈາກຈົບການປະກວດ ຕົນເອງກໍຈະສຶບຕໍ່ເຮັດວຽກປະຈຳຄືເກົ່າ ສ່ວນວຽກໃນວົງການບັນເທິງນອກຈາກນາຍແບບແລ້ວ ຖ້າມີໂອກາດກໍຢາກເປັນນັກສະເເດງ ຢາກເຮັດຫຍັງໃຫມ່ໆເພື່ອທີ່ຈະໄດ້ພັດທະນາຕົນເອງໃນຫຼາຍດ້ານ.

ສຸດທ້າຍນີ້ ເປ້ ຂໍຂອບໃຈທີມງານ Mister Global ທຸກຄົນສໍາລັບການເບິ່ງແຍງດູແລຢ່າງດີ, ຂອບໃຈສໍາລັບໂອກາດ ແລະ ປະສົບການດີໆແບບນີ້, ຂອບໃຈແຟນຄັບທຸກຄົນທີ່ຕິດຕາມ ແລະ ສົ່ງກໍາລັງໃຈໃຫ້ເປ້ຕະຫຼອດການປະກວດ ຂອບໃຈອີ່ຫຼີ.

ສາມາດຕິດຕາມຜົນງານຂອງໝຸ່ມເປ້ໄດ້ທີ່: FB: Pay Souliyamath, Ig: Pay_souliyamath, Page: Mister Global Laos.

Hits: 36

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້