ຂໍຂອບໃຈນຳຜູ້ສະໜັບສະໜູນ

ງານວາງສະແດງສິນຄ້າຈີນ-ອາຊຽນເປັນງານບຸນໃຫຍ່ທາງດ້ານການຄ້າ-ການລົງທຶນຂອງ ສປ ຈີນ ແລະ 10 ປະເທດອາຊຽນທີ່ຈັດຂຶ້ນທຸກໆປີ, ເຊິ່ງປີ 2022 ນີ້ ກໍເປັນຄັ້ງທີ 19 ແລ້ວຂອງການຈັດງານ.

ເຊິ່ງໃນທຸກໆປີ ຈະຕ້ອງມີເມືອງແຫ່ງສະເໜ່ ທີ່ເປັນຕົວແທນຂອງແຕ່ລະປະເທດ ໝູນວຽນປ່ຽນກັນໄປ ແລະ ປີນີ້ ທາງລັດຖະບານລາວ ກໍໄດ້ເລືອກເອົາແຂວງຊຽງຂວາງ ເປັນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເພື່ອເຂົ້າຮ່ວມໃນງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 19 ປະຈໍາປີ 2022 ທີ່ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 16-19 ກັນຍາ 2022 ທີ່ ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຜູ້ຊີ້ນໍາວຽກງານສົ່ງເສີມຜະລິດຕະພັນລາວ ໄດ້ໃຫ້ສໍາພາດ ກ່ຽວກັບເຫດຜົນທີ່ ສປປ ລາວ ໄດ້ເລືອກເອົາແຂວງຊຽງຂວາງ ເປັນເມືອງແຫ່ງສະເໜ່ໃນງານວາງສະແດງສິນຄ້າຈີນ-ອາຊຽນ 2022 (CAEXPO) ເຊິ່ງຈະຈັດຂຶ້ນຢູ່ ສປ ຈີນ ໃນທ້າຍປີ 2022 ນີ້ວ່າ:  ເນື່ອງຈາກແຂວງຊຽງຂວາງ ເປັນສູນກາງທາງຜ່ານ ທີ່ມີຊາຍແດນເຊື່ອມຈອດກັບປະເທດຫວຽດນາມ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ມີພື້ນຖານໂຄງລ່າງທີ່ແທດເໝາະທີ່ສາມາດຮອງຮັບວຽກງານດຶງດູດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທີ່ມີທົ່ງໄຫຫີນເປັນສະຖານທີ່ທ່ອງທ່ຽວຍອດນິຍົມ ທີ່ຖືກຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກໂລກ, ມີທ່າແຮງດ້ານການຜະລິດສິນຄ້າກະສິກໍາ ໂດຍສະເພາະການປູກເຂົ້າໄກ່ນ້ອຍ, ຊາພູສັນ, ພືດຜັກ, ລ້ຽງສັດໃຫຍ່ (ງົວ, ຄວາຍ) ທີ່ຈະກາຍເປັນປະຕູສໍາຄັນເຊື່ອມໂຍງກັບຍຸດທະສາດໜຶ່ງແລວ ໜຶ່ງເສັ້ນທາງຂອງສປ ຈີນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ປະເທດລາວເລີ່ມເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ CAEXPO ໃນປີ 2004, ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ວໍລະຈິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໃນເວລານັ້ນ.  ຜ່ານມາສະພາການຄ້າລາວ ໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດນໍາເອົາສິນຄ້າທີ່ີມີທ່າແຮງ ແລະ ເອກະລັກຂອງລາວເຂົ້າຮ່ວມງານໃນ 18 ຄັ້ງ ເຊິ່ງລວມມີຊາບູຮານ, ກາເຟ, ເຂົ້າ, ເບຍລາວ, ເຄື່ອງຫັດຖະກໍາ, ເຄື່ອງປະດັບ, ເຟີນີເຈີ, ເຄື່ອງແກະສະຫຼັກຕ່າງໆ, ໄດ້ສ້າງຄວາມສົນໃຈໃຫ້ແກ່ນັກລົງທຶນຕ່າງປະເທດ ເຮັດໃຫ້ນັກລົງທຶນຫັນມາລົງທຶນຢູ່ ສປປ ລາວ ນັບມື້ເພີ່ມຂື້ນ.

ທ່ານ ນາງ ຈັນທະຈອນ ວົງໄຊ ຍັງໄດ້ກ່າວອີກວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ປີ 2022 ນີ້,ຈະເປັນອີກງານໜຶ່ງທີ່ສໍາຄັນ ແລະ ຈະກາຍເປັນຂົວຕໍ່ການເພີ່ມທະວີການພົວພັນຮ່ວມມືລະຫວ່າງລາວ-ຈີນ-ອາຊຽນ ແລະ ເປັນການກ້າວເຂົ້າສູ່ໄລຍະໃໝ່ຂອງການຮ່ວມມືທີ່ໃຫຍ່ກວ່າເກົ່າ ເຊິ່ງສະພາການຄ້າລາວ ໄດ້ລະດົມນັກທຸລະກິດ ເພື່ອດໍາເນີນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງລາວ-ຈີນ-ອາຊຽນ ໃຫ້ນັບມື້ນັບຂະຫຍາຍຕົວ ໂດຍສະເພາະການຮ່ວມມືລະຫວ່າງ ລາວ-ຈີນ.

ແຫຼ່ງຂໍ້ມູນຈາກ:CRI-FM93

ຮູບພາບປະກອບ: ເສດຖະກິດການຄ້າ

Hits: 59

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້