ຂໍຂອບໃຈນຳຜູ້ສະໜັບສະໜູນ

ໝາກລີ້ນໄມ້ ມີຊື່ເອີ້ນທາງວິທະຍາສາດວ່າ: Oroxylum indicum ຈັດເປັນພືດຜັກພື້ນບ້ານ ທີ່ມີປະໂຫຍດຫຼາຍຢ່າງ ເຊິ່ງມັນມັກຈະເກີດຂຶ້ນເອງຕາມທໍາມະຊາດ ຕາມປ່າເຂດຊົນນະບົດ ມີລັກສະນະຕົ້ນສູງ, ໝາກຂອງມັນມີລັກສະນະຍາວຄ້າຍຄືກັບດາບ ສ່ວນຫຼາຍຄົນມັກຈະນໍາເອົາ ໝາກລີ້ນໄມ້ ມາເຮັດເປັນອາຫານໄດ້ຫຼາຍເມນູບໍ່ວ່າຈະເປັນ ຊຸບ ຫຼື ກ້ອຍໝາກລີ້ນໄມ້, ເຜົາຈໍ້າເເຈ່ວ, ສ່ວນຍອດອ່ອນຂອງມັນ ສາມາດນໍາມາເປັນຜັກ ກິນກັບລາບ, ກ້ອຍ ແລະ ອີກຫຼາຍເມນູ.

ນອກຈາກກິນເປັນອາຫານເເລ້ວ ໝາກລີ້ນໄມ້ ຍັງຈັດເປັນພືດສະໝຸນໄພອີກຊະນິດໜຶ່ງ ທີ່ນິຍົມນໍາມາໃຊ້ປະໂຫຍດໃນການປິ່ນປົວໂຣກຕ່າງໆ ດັ່ງນີ້:

ໝາກອ່ອນ: ຊ່ວຍປ້ອງກັນອະນຸມູນອິດສະຫຼະ, ຫຼຸດອາການເຊື່ອມສະພາບຂອງເຊວໃນຮ່າງກາຍ, ຊ່ວຍຈະເລີນອາຫານ, ບໍາລຸງສາຍຕາ, ຫຼຸດອາການອັກເສບ ຫຼື ອາການເຈັບຄໍ, ຊ່ວຍບັນເທົາອາການໄອ, ຊ່ວຍປິ່ນປົວໂຣກໃນລະບົບທາງເດີນອາຫານ ແລະ ຊ່ວຍປິ່ນປົວໂຣກທ້ອງບິດ ຫຼື ຖອກທ້ອງ, ແກ້ອາການຮ້ອນໃນ, ມີສັບພະຄຸນເປັນຢາລະບາຍ, ຊ່ວຍປິ່ນປົວບາດແຜໃນຊ່ອງປາກ ແລະ ຊ່ວຍປິ່ນປົວ ຫຼື ປ້ອງກັນໂຣກມະເຮັງໄດ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ


ແກ່ນໝາກລີ້ນໄມ້: ຊ່ວຍບັນເທົາອາການໄອ ແລະ ເຈັບຄໍ, ຊ່ວຍແກ້ອາການຮອຍຊໍ້າ, ເປັນຢາລະບາຍ ແລະ ຊ່ວຍລ້າງສານພິດໃນລໍາໄສ້.
ຍອດອ່ອນ ຫຼື ໃບອ່ອນ: ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ, ຊ່ວຍບໍາລຸງຫົວໃຈ ແລະ ຫຼອດເລືອດ, ແກ້ອາຫານເປັນພິດ, ຊ່ວຍບັນເທົາອາການໄຂ້ຫວັດ ແລະ ຊ່ວຍປິ່ນປົວບາດແຜພາຍນອກໃຫ້ຫາຍດີໄວ.


ເປືອກ: ຊ່ວຍຂັບປັດສະວະ, ຊ່ວຍແກ້ອາການຮ້ອນໃນ ຫຼື ຮອຍຊໍ້າຕາມຮ່າງກາຍ, ບັນເທົາອາການໄອ ແລະ ເຈັບຄໍ, ຊ່ວຍປິ່ນປົວໂຣກລິດສະດວງທະວານ.
ຮາກ: ຊ່ວຍປິ່ນປົວອາການເຈັບບວມຂອງຝີ ໂດຍການນໍາເອົາຮາກມາຝົນ ຫຼື ບົດ ແລ້ວນໍາມາທາ, ຊ່ວຍໃຫ້ບາດແຜແຫ້ງໄວ, ຊ່ວຍຂັບເຫື່ອ ຫຼື ສານພິດໃນຮ່າງກາຍ ແລະ ຊ່ວຍໃນການຈະເລີນອາຫານນໍາອີກດ້ວຍ.

ນອກຈາກນີ້ ຕາມຄວາມເຊື່ອຂອງຄົນສະໄໝບູຮານ ເຊື່ອກັນວ່າ ຫ້າມປູກຕົ້ນລີ້ນໄມ້ໄວ້ໃກ້ບໍລິເວນເຮືອນ ເພາະໝາກຂອງມັນມີລັກສະນະຄ້າຍຄືດາບ ຫຼື ປາຍຫອກ ອາດນໍາເອົາເລື່ອງບໍ່ດີ ຫຼື ເລືອດຕົກຍາງອອກ ມາຫາເຈົ້າຂອງເຮືອນໄດ້.

ຂໍ້ມູນຈາກ:https://kaset.today

Hits: 23

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້