ເຊື່ອວ່າໝຸ່ມໆສາວໆ ຫຼາຍຄົນຕ່າງກໍຢາກມີຫຸ່ນທີ່ດີ ສຸຂະພາບດີກັນທັງນັ້ນ ມື້ນີ້ ທີມຂ່າວຂອງພວກເຮົາ ຈະພາທຸກຄົນມາຮູ້ຈັກກັບໜຸ່ມຫຼໍ່ ຊິກແຟັກເເໜ້ນ ຂວັນໃຈສາວນ້ອຍ ສາວໃຫ່ຍ ພ້ອມກັບເຜີຍເຄັດລັບ ໃນການອອກກໍາລັງກາຍແນວໃດໃຫ້ມີກ້າມເນື້ອ ກັບ ວຽງຄໍາ ຈັນທະວົງສາ Mister Model Laos 2021.


ປັດຈຸບັນ ວຽງຄຳ ຈັນທະວົງສາ, ອາຍຸ 23ປີ, ເປັນນັກສຶກສາປີສຸດທ້າຍ ສາຂາກົດໝາຍ ຈາກມະວິທະຍາໄຍ ສປ ຈີນ ແລະ ຍັງໄດ້ສຶກສາຢູ່ວິທະຍາໄລໂລໂກສ ສາຂາ ພາສາອັງກິດ ລະດັບປະລິຍາຕີ, ວຽງ ເລີ່ມເຂົ້າວົງການ ຈາກການປະກວດ Mister International Laos 2021 ແລະ ໄດ້ຕໍາເເໜ່ງ Mister Model Laos 2021 ມາຄອງ ແລະ ຕອນນີ້ເຮັດອາຊີບເປັນເທຣນເນີ້, ນັກສະແດງ ແລະ ນາຍແບບ.


ໂດຍໝຸ່ມວຽງ ໄດ້ໃຫ້ສໍາພາດວ່າ: ຕົນເອງເປັນຄົນທີ່ມັກຮັກໃນການອອກກຳລັງກາຍ ມັນເປັນສ່ວນໜຶ່ງຂອງຊີວິດເລີຍ, ແຕ່ລະມື້ຕ້ອງຫາເວລາໃຫ້ຕົນເອງຢ່າງໜ້ອຍ 1 ຊົ່ວໂມງເພື່ອອອກກໍາລັງກາຍ. ສໍາລັບເຄັດລັບໃນການຮັກສາຫຸ່ນ ຫຼື ສ້າງກ້າມ ວຽງເອງຈະມີກົດຢູ່ 4 ຂໍ້ເພື່ອຮັກສາຫຸ່ນຕົນເອງຄື:


- ກິນໃຫ້ເຖິງບໍ່ວ່າຈະເປັນໂປຣຕີນ, ແປ້ງ ແລະ ໄຂມັນ.
- ຫຼິ້ນໃຫ້ເຖິງ ຫຼິ້ນໃນທີ່ນີ້ແມ່ນອອກກຳລັງກາຍ, ຫຼິ້ນໃຫ້ສົມກັບເຮົາກິນ.
- ພັກຜ່ອນໃຫ້ພຽງພໍນອນໃຫ້ໄດ້ 6-8ຊົ່ວໂມງຕໍ່ມື້.
- ຄວາມສະໝໍ່າສະເໝີ, ຄວາມຕໍ່ເນື່ອງໃນການອອກກຳລັງກາຍ ( ບໍ່ແມ່ນຫຼິ້ນ 3 ມື້ ພັກ 4ມື້ )

ວຽງ ຍັງໄດ້ເເນະນໍາເຖິງຜູ້ທີ່ກໍາລັງຈະຫຼຸດນໍ້າໜັກ ແລະ ສ້າງກ້າມເນື້ອວ່າ: ທໍາອິດເລີຍທຸກຄົນຄວນເລີ່ມຈາກຄວາມຄິດຂອງຕົນເອງ, ຄຳນຶ່ງເຖິ່ງການໃຊ້ຊີວິດປະຈຳວັນຂອງຕົນໃນແຕ່ລະມື້ ວ່າມິເວລາຕອນໃດຫຼາຍຊໍ່າໃດ, ຕໍ່ມາກໍຫາຄວາມຮູ້ໃນອິນເຕີເນັດ, ດ່ຽວນີ້ຫຼາຍໆຢ່າງເຮົາສາມາດຫາໄດ້ດ້ວຍຕົນເອງ ແລະ ເລີ່ມລົງມືເຮັດບໍ່ມີຫຍັງທີ່ສາຍເກີນໄປ, ຫາເວລາໃນການອອກກໍາລັງກາຍໃຫ້ໄດ້ ຢ່າງໜ່ອຍມື້ລະ 30 ນາທີ -1 ຊົ່ວໂມງ ເຮັດເປັນປະຈໍາ ເພື່ອເຝີກໃຫ້ຕົນເອງລື້ງເຄີຍ ແລະ ກາຍເປັນຄົນທີ່ມັກອອກກໍາລັງກາຍ ແລະ ຢ່າອ້າງວ່າບໍ່ມີເວລາ ເພາະທຸກຄົນມີເວລາເທົ່າກັນໝົດ.

ວຽງ ຍັງໄດ້ບອກອີກວ່າ: ກ່ອນທີ່ຈະມາປະກວດຊາຍງາມ Mister International Laos 2021 ຕົນເອງກໍບໍ່ໄດ້ຫຸ່ນດີ ແລະ ມີກ້າມເທົ່າຕອນນີ້ ແຕ່ຍ້ອນຄວາມມັກຮັກໃນສິ່ງທີ່ຢາກເຮັດ ຈຶ່ງເຮັດໃຫ້ເຮົາຢາກປ່ຽນແປງໂຕເອງ ບໍ່ວ່າຈະເປັນເລື່ອງບຸກຄະລິກ, ມີວິໄນໃນການອອກກໍາລັງກາຍຫຼາຍຂຶ້ນ, ກຽມພ້ອມຄວາມສາມາດຕ່າງໆ, ພາສາ, ຄວາມຮູ້ຮອບໂຕ, ການເຂົ້າຮ່ວມກຸ່ມກັບເພື່ອນໆ, ສ້າງໃຫ້ຕົນເອງຊິນເຄີຍ ແລະ ເປັນທີ່ເຄົາລົບໃນສາຍຕາຂອງຄົນອື່ນໆ ກ່ອນທີ່ວຽງຈະມາຢືນຢູ່ຈຸດນີ້ໄດ້ມັນບໍ່ງ່າຍເລີຍ ແຕ່ມັນກໍບໍ່ຍາກເກີນຄວາມຕັ້ງໃຈ ແລະ ມຸ້ງໝັ້ນຂອງເຮົາ ວຽງເຊື່ອວ່າທຸກຄົນສາມາດເຮັດໄດ້ ຂໍພຽງເຮົາເຊື່ອໝັ້ນໃນໂຕເຮົາເອງ ວຽງຂໍເປັນກໍາລັງໃຈໃຫ້ເດີ.



ສໍາລັບໃຜທີ່ກໍາລັງເລີ່ມຕົ້ນທີ່ຈະຫຼຸດນໍ້າໜັກ, ເລີ່ມອອກກໍາລັງກາຍ ແລະ ຮັກສາຫຸ່ນ ສ້າງກ້າມເນື້ອ ກໍສາມາດນໍາເອົາ ວິທີການ ຫຼື ເຄັດລັບ ທີ່ໝຸ່ມວຽງໄດ້ເເນະນໍາມາລອງໄປເຮັດຕາມກັນເບິ່ງ.
ເເອັດເຊື່ອວ່າທຸກຄົນເຮັດໄດ້.
Hits: 33