Monday, May 19, 2025
Kbank Laos โอน รับ จ่าย

ເຕັກນິກຝຶກສະໝອງ ໃຫ້ຄິດເກັ່ງ

ວິທີງ່າຍໆ ໃນການບໍລິຫານສະໝອງຊີກຂວາ (ການໃຊ້ຈິນຕະນາການ, ຄວາມຮູ້ສຶກ) ແລະຊີກຊ້າຍ (ການໃຊ້ເຫດຜົນ) ກໍຄື ໃຫ້ຝຶກຂີດຂຽນອັນໃດກໍໄດ້ ໂດຍໃຊ້ທັງມືຂ້າງທີ່ຖະໜັດ ແລະບໍ່ຖະໜັດ ແລ້ວສະໝອງຈະປະສານງານກັນໄດ້ດີ. ຕໍ່ໄປຄືເຕັກນິກເລັກໆນ້ອຍໃນການຝຶກສະໝອງໃຫ້ຄິດເກັ່ງ.

  • ຄິດແລ້ວເຮັດ: ການລົງມືເຮັດເປັນຜົນໄດ້ຮັບຂອງການຄິດ, ຖ້າຄິດແລ້ວເຮັດຢ່າງຕໍ່ເນື່ອງ ຈະເຮັດໃຫ້ສະໝອງໄດ້ຈື່ຈຳວິທີການ ທີ່ເປັນຮູບປະທຳ ຈາກລົງມືເຮັດ, ສາມາດຫາແນວທາງພັດທະນາ ຂະບວນການຄິດ ແລະການເຮັດຂອງຕົວເອງໃຫ້ດີຂຶ້ນຕໍ່ໄປໄດ້.
  • ລອງເຮັດໃນສິ່ງທີ່ບໍ່ເຄີຍເຮັດ: ຫຼັງຈາກເຮັດສິ່ງໃດນຶ່ງ ຈົນຊຳນານແລ້ວ ລອງອອກໄປເຮັດໃນສິ່ງທີ່ບໍ່ເຄີຍເຮັດແດ່ ເພື່ອເປີດມູມມອງ ແລະຝຶກສະໝອງ ໃຫ້ໄດ້ຮຽນຮູ້ທັກສະໃໝ່ໆ.
  • ບໍລິຫານສະໝອງ 2 ຊີກ: ຕາມປົກກະຕິແລ້ວ ສະໝອງຊີກຊ້າຍ ແລະ ຊີກຂວາ ຊຶ່ງມີໜ້າທີ່ຕ່າງກັນ ຈະເຮັດວຽກປະສານເຊື່ອມໂຍງກັນ ໂດຍອັດຕະໂນມັດ. ສະນັ້ນ ການຝຶກບໍລິຫານສະໝອງທັງຂ້າງເລື້ອຍໆ ຈະຊ່ວຍໃຫ້ສະໝອງເຮັດວຽກຮ່ວມກັນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ, ຜົນທີ່ໄດ້ຮັບຈາກການຄິດຈຶ່ງມີຄຸນນະພາບຫຼາຍຂຶ້ນອີກ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້