ຕົ້ນຕໍາເເຍ ມີຊື່ທາງວິທະຍາສາດວ່າ: Mucuna pruriens ເປັນພືດທີມີລັກສະນະເປັນເຄືອລາມໄປຕາມພຸ່ມໄມ້ ໂດຍສ່ວນໃຫ່ຍມັກຈະເກີດຕາມປ່າດົງແຖວເຂດຊົນນະບົດ ມີໝາກຄ້າຍຄືໝາກຖົ່ວລັນເຕົາ ເຊິ່ງຂົນຂອງມັນ ຈະເປັນສີນໍ້າຕານ ຖ້າຂົນຂອງຕໍາເເຍຖືກຮ່າງກາຍຈະເຮັດໃຫ້ເກີດອາການຄັນ.


ນອກຈາກນີ້ ໝາກຕໍາເເຍ ຍັງຖືກນໍາໃຊ້ປະໂຫຍດຢ່າງຫຼວງຫຼາຍ ໃນການປິ່ນປົວໂຣກຕ່າງໆ ແລະ ຍັງເປັນຢາດີ ຊ່ວຍບໍາລຸງເພີ່ມກໍາລັງທາງເພດໄດ້ດີອີກດ້ວຍ ເຊິ່ງເຮົາມາເບິ່ງນໍາກັນວ່າໝາກຕໍາເເຍ ມີສັບພະຄຸນ ແລະ ປະໂຫຍດແນວໃດແດ່.

1. ໃຊ້ເປັນຢາບຳລຸງກຳລັງທີ່ເຮັດໃຫ້ຮ່າງກາຍບໍ່ເມື່ອຍງ່າຍ, ເຮັດໃຫ້ຮ່າງກາຍສົດຊື່ນ
2. ຊ່ວຍໃຫ້ນອນຫຼັບສະບາຍ ຈິດໃຈເບິກບານແຈ່ມໃສ
3. ຊ່ວຍເພິ່ມສະມັດຖະພາບທາງເພດໃຫ້ດີ ແລະ ແຂງເເຮງຫຼາຍຂື້ນ
4. ຊ່ວຍກະຕຸ້ນການສ້າງນ້ຳອາສຸຈິ ແລະ ຊ່ວຍປັບຄຸນນະພາບຂອງນ້ຳເຊື້ອໃຫ້ດີຂຶ້ນ
5. ຊ່ວຍເພິ່ມການເຄື່ອນໄຫວຂອງຕົວ ອາສຸຈິ (ເພິ່ມໂອກາດການມີລູກຫຼາຍຂື້ນ)
6. ຊ່ວຍກະຕຸ້ນຄວາມຕ້ອງການທາງເພດ, ເພິ່ມຄວາມຖີ່ຂອງການມີເພດສໍາພັນ
7. ຊ່ວຍບັນຫາອາໄວຍະວະແຂງຕົວຊ້າ
8. ຊ່ວຍຍືດເວລາໃນການມີເພດສຳພັນ ແກ້ບັນຫາການຫຼັ່ງໄວ, ເພິ່ມປະລິມານ ຮໍໂມນເພດ
9. ມີສ່ວນຊ່ວຍໃຫ້ຊ່ອງຄອດກະຊັບເຂົ້າຫຼາຍ
10. ຊ່ວຍຮັກສາການມີລູກຍາກ ທັງຍິງ ແລະ ຊາຍ
11. ຊ່ວຍເພິ່ມການເຜົາຜານ ແລະ ມວນຂອງກ້າມຊີ້ນ
12. ໃຊ້ແກ້ພິດແມງງອດໄດ້ໂດຍໃຊ້ເມັດຕຳເປັນຜົງແລ້ວທາບໍລິເວນທີ່ຖຶກຕອດ
13. ຮາກຕໍາແຍໃຊ້ເປັນຢາແກ້ພິດ ແລະ ຖອນພິດ

ຄຳເຕືອນ ຫ້າມໃຊ້ກັບ ເດັກ ແມ່ຍິງຖືພາ ຜູ້ປ່ວຍທີ່ເປັນໂລກຄວາມດັນສຸງ ຜູ້ປ່ວຍທາງຈິດ ຜູ້ທີ່ເປັນໂລກຕັບ ແລະ ຜູ້ປ່ວຍທີ່ ຊັກ ຫຼື ບ້າໝູ ແມ່ນຫ້າມກິນ.
ຂໍ້ມູນຈາກ: https://medthai.com
Hits: 12