ຂໍຂອບໃຈນຳຜູ້ສະໜັບສະໜູນ

ເພື່ອເປັນການສືບຕໍ່ເສີມສ້າງສາຍພົວພັນຮ່ວມມື ລະຫວ່າງສອງຊາດ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນໂອກາດທີ່ ທ່ານ ອະເນກ ເຫຼົ່າທຳມະທັດ ລັດຖະມົນຕີວ່າການ ກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ໄດ້ເດີນທາງມາຢ້ຽມຢາມພົບປະກັບ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້, ທ່ານກໍ ໄດ້ຕາງໜ້າໃຫ້ລັດຖະບານໄທ ໄດ້ສະເໜີໃຫ້ທຶນການສຶກສາແກ່ນັກສຶກສາລາວ ໄປສຶກສາຕໍ່ທີ່ຣາຊະອານາຈັກໄທ ລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນ ຍາເອກ ໃນສາຂາຕ່າງໆ.

ທ່ານ ອະເນກ ເຫລົ່າທຳມະທັດ ໄດ້ກ່າວວ່າ: ການມາຢ້ຽມຢາມ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ແມ່ນມີຈຸດປະສົງ ແລະ ເປົ້າໝາຍຫຼັກ ຢາກຈະປະກອບສ່ວນສະໜັບສະໜູນທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ບໍ່ເປັນທາງການ ຈຳນວນ 300 ກວ່າທຶນ. ໃນນັ້ນ, ທຶນປະລິນຍາຕີ 85 ທຶນ, ປະລິນຍາໂທ 150 ກວ່າທຶນ ແລະ ປະລິນຍາເອກ 80 ກວ່າທຶນ ໃນສາຂາວິຊາຊີບຕ່າງໆ ແລະ ຖ້າຫາກວ່າທາງລັດຖະບານ ສປປ ລາວ ມີຄວາມສົນໃຈຢາກຈະໄດ້ທຶນການສຶກສາໃດເປັນພິເສດ ກໍສາມາດແຈ້ງມາໄດ້ ເຊິ່ງລັດຖະບານໄທ ພ້ອມທີ່ຈະສະໜັບສະໜູນຢ່າງເຕັມທີ່ ເພື່ອສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ດີລະຫວ່າງໄທ-ລາວ, ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ໃນໂອກາດນີ້, ທ່ານ ພຸດ ສິມມາລາວົງ ກໍໄດ້ກ່າວສະແດງຄວາມຕ້ອນຮັບ ຄະນະນຳກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ທີ່ໄດ້ມາຢ້ຽມຢາມເພື່ອແລກປ່ຽນຄຳຄິດຄຳເຫັນ ແນໃສ່ສືບຕໍ່ເສີມສ້າງການຮ່ວມມືສາຍພົວພັນທີ່ດີງາມ ແລະ ເປັນມິດຕະພາບທີ່ດີ ລະຫວ່າງສອງຊາດ ລາວ-ໄທ ແລະ ຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ທາງລັດຖະບານໄທ ໄດ້ສະເໜີໃຫ້ ການສະໜັບສະໜູນທຶນການສຶກສານັ້ນ, ເຊິ່ງທາງ ສປປ ລາວ ແມ່ນມີຄວາມຕ້ອງຫຼາຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: ກະຊວງສຶກສາທິການ ແລະ ກິລາ

Hits: 48

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້