Thursday, March 20, 2025

5 ສິ່ງ​ ​ຊ່ວຍເສີມ​ສະ​ເໜ່ ໃຫ້​ສາວ​ຍຸກ​ໃໝ່

  • ສາວໆຍຸກໃໝ່ຫຼາຍທ່ານ ຕ່າງກໍມີຄວາມງາມ, ສະເໜ່ ທີ່ດຶງດູດສາຍຕາຈາກເພດກົງກັນຂ້າມ ຕາມແບບໃຜລາວ ແລະ 5 ສິ່ງຕໍ່ໄປນີ້ ອາດຊ່ວຍເສີມສະເໜ່ໃຫ້ກັບສາວໆ ຍຸກໃໝ່ໄດ້ບໍ່ຫຼາຍກໍໜ້ອຍ.
  • 1. ໃຊ້​ນ້ຳ​ຫອມ​ກັບ​ໂລ​ຊັນ ທີ່ມີ​ກິ່ນ​ໃກ້​ຄຽງກັນ: ລອງ​ໃຊ້​ນຳ້​ຫອມ​ທີ່ມີ​ກິ່ນ​ໃກ້​ຄຽງກັບ​ໂລ​ຊັ່ນ ​ໂດຍ​ສີດ​ໃສ່​ຕາມ​ຈຸດ​ສຳຄັນ​ຂອງ​ຮ່າງກາຍ ເຊັ່ນ ຫຼັງ​ໃບ​ຫູ, ຕາມ​ຈຸດ​ຂໍ້​ພັບ​ຂອງ​ແຂນ​ສອກ ​ແລະ​ ຫົວ​ເຂົ່າ ຕໍ່​ດ້ວຍ​ການ​ທາ​ໂລ​ຊັ່ນ ຫຼື ຄີມ ຕາມ​ຈຸດ​ທີ່​ສີດ​ນຳ້​ຫອມ​ໄວ້ ​ເພື່ອ​ໃຫ້​ກິ່ນ​ຕິດ​ທົນ ​ແລະ​ດົນ ​ເພາະ​ກິ່ນ​ໂລ​ຊັ່ນ​ຈະ​ຕິດ​ທົນ​ກວ່າ​ກິ່ນ​ນຳ້​ຫອມ, ​ເມື່ອ​ກິ່ນ​ນຳ້​ຫອມ​ຈາງ​ໄປ ກິ່ນ​ໂລ​ຊັ່ນ​ກໍ​ຍັງ​ຢູ່ ຊຶ່ງຊ່ວຍ​ໃຫ້​ຮ່າງກາຍ​ຫອມ​ສົດ​ຊື່ນ​ຕະຫຼອດ​ເໝິດມື້.

2. ​ໃສ່​​ເສື້ອຜ້າ​ທີ່​ສະອາດ: ນອກຈາ​ການ​ອາບ​ນຳ້​ທີ່​ທຳ​ຄວາມ​ສະອາດ​ຮ່າງກາຍ​ແລ້ວ ກິ່ນ​ເຄື່ອງນຸ່ງ​ກໍ​ເປັນ​ສິ່ງ​ສຳຄັນ ຄື ຄວນ​ໃສ່​ເຄື່ອງນຸ່ງ​ທີ່​ສະອາດ, ບໍ່​ມີ​ກິ່ນ​ເໝັນອັບ ອາດ​ຈະ​ໃຊ້​ນຳ້​ຢາ​ປັບ​ຜ້າ​ນຸ່ມ​ທີ່​ເຮັດ​ໃຫ້​ກິ່ນ​ຫອມ​ຕິດ​ດົນ​ຕະຫຼອດ​ເໝິດມື້ ທີ່​ຈະ​ຊ່ວຍ​ໃຫ້​ທ່ານ ​ແລະ ​ຄົນ​ຂ້າງໆຮູ້ສຶກ​ສະອາດ​ສົດ​ຊື່ນ​ໄປ​ນຳ.

3. ງົດ​ອາຫານ ຫຼື ​ເຄື່ອງ​ເທດ​ທີ່​ມີ​ກິ່ນ​ແຮງ: ສຳລັບ​ສາວໆ ທີ່​ມີ​ວຽກສຳຄັນໆ ທີ່​ຈຳ​ເປັນ​ຕ້ອງ​ອອກ​ໄປ​ພົບ​ປະ​ກັບ​ບຸກຄົນ​ຕ່າງໆ ຫຼື ມີ​ການ​ອອກ​ໄປ​ງານ​ກັບ​ແຟນ ຄວນ​ງົດກິນ​ອາຫານ​ທີ່​ມີ​ກິ່ນ​ແຮງ​ ເຊັ່ນ ຕຳໝາກຫຸ່ງ, ກະຖິນ, ​ແຈ່ວ​ກະປິ, ກະທຽມ, ຜັກບົ່ວ ​ເພາະ​ນອກຈາກ​ຈະ​ເຮັດ​ໃຫ້​ເກີດ​ກິ່ນ​ປາກ​​ແຮງ​ແລ້​ວ ກິ່ນ​ອາຫານ​ເຫຼົ່ານີ້ຈະ​ຖືກ​ຂັບ​ປົນ​ອອກ​ມາ​ກັບ​​ເຫື່ອ ​ເຮັດ​ໃຫ້​ຮ່າງກາຍ​ມີ​ກິ່ນ​ເໝັນ​ໄປ​ພ້ອມ.

4. ໃຊ້​ນ້ຳຫອມ​ສຳລັບ​ສີດ​ຜົມ: ນອກຈາກ​ກິ່ນ​ກາຍ​ຫອມ​ສົດ​ຊື່ນ​ແລ້ວ ສິ່ງ​ທີ່​ຂາດ​ບໍ່​ໄດ້​ ກໍ​ຄື ​ເສັ້ນ​ຜົມ, ຖ້າ​ເປັນ​ສາວ​ຜົມ​ຍາວ​ຍິ່ງ​ຈະ​ເຂົ້າ​ໃຈດີ. ​ເວລາ​ທີ່​ກິນ​ອາຫານ​ຕາມ​ຮ້ານ​ອາຫານ​ຕາມ​ສັ່ງ ຊີ້ນດາດ, ຊີ້ນປີ້ງ ​ແລ້ວ​ກິ່ນ​ອາຫານ​ຕິດ​ຜົມ​ຈົນເໝັນ​ໄປ​ເໝິດ ​ເຮັດ​ໃຫ້​ເສຍ​ຄວາມໝັ້ນ​ໃຈ​ໄປ​ອີກ. ​ໂຊກ​ດີ​ທີ່​ມີ​ນຳ້​ຫອມ​ສຳລັບ​ສີດ​ຜົມ ທີ່​ຊ່ວຍ​ໃຫ້​ສາວໆ​ເຮັດ​ໃຫ້​ຜົມ​ກັບ​ຄືນ​ມາ​ໄດ້​ອີກ.

5. ໃຊ້ຢາສະຜົມທີ່​ບຳລຸງ​ສະພາບ​ຜົມ: ​ເຖິງ​ວ່າ​ນຳ້ຫອມ​ສຳລັບ​ສີດ​ ຜົມ​ຈະ​ເປັນ​ໂຕ​ຊ່ວຍ​ເຮັດ​ໃຫ້​ຜົມ​ຫອມ​ແບບ​ຮີບ​ດ່ວນ ​ແຕ່​ກິ່ນ​ອາດ​ຈະ​ບໍ່​ໄດ້​ຕິດ​ດົນ. ສະ​ນັ້ນ ຖ້າ​ສາວໆຢາກ​ມີ​ຜົມ​ຫອມ​ດົນ ​ເຖິງ​ແມ່ນວ່າ ​ຈະ​ຜ່ານ​ມົນ​ລະ​ພິດ​ມາ​ເໝິດມື້ກໍ​ຕາມ ​ໂຕ​ຊ່ວຍ​ທີ່​ເໝາະສົມ​ກໍ​ຄວນ​ເປັນ ຢາສະຜົມ​ທີ່​ໃຫ້​ກິ່ນ​ຫອມ​ສົດ​ຊື່ນ​ຍາວ​ນານ​ຕະຫຼອດ 24 ຊົ່ວ​ໂມງ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.