ແຂວງສະຫວັນນະເຂດ ຮ່ວມກັບອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ (WCS) ໄດ້ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຢູ່ບ້ານຕານສຸມ, ເມືອງຈໍາພອນ ໃນວັນທີ 30 ມິນາ 2022 ໂດຍມີ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຄໍາຈັນ ສີດາວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ພ້ອມດ້ວຍຫົວໜ້າອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການປົກຄອງ 4 ເມືອງເປົ້າໝາຍໂຄງການອະນຸລັກຊີວະນາໆພັນ ເຂົ້າຮ່ວມ.

ແຂ້ນ້ອຍທີ່ໄດ້ນໍາມາປ່ອຍໃນຄັ້ງນີ້ ເປັນແຂ້ນ້ອຍພັນພື້ນເມືອງລາວ ຈໍານວນ 47 ໂຕ ໂດຍປ່ອຍໃສ່ອ່າງຈຽວທີ່ນອນຢູ່ໃນຂອບເຂດຈຸດສະຫງວນພາຍໃນເຊຈໍາພອນ ເພື່ອເປັນການອະນຸລັກແຂ້.

ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ຮູ້ວ່າ: ຍ້ອນຊີວະນາໆພັນຂອງ ສປປ ລາວ ນັບມື້ຖືກໄພຂົ່ມຂູ່ ເປັນຕົ້ນ: ພື້ນທີ່ປ່າໄມ້ຫຼຸດລົງ, ຖິ່ນຢູ່ອາໃສສັດປ່າຖືກທໍາລາຍ ແລະ ສະຖານະພາບຂອງແມ່ນໍ້າ, ຫ້ວຍ, ຮ່ອງ, ຄອງບຶງ ແລະ ດິນບໍລິເວນນໍ້າເຊື່ອມໂຊມ ເນື່ອງຈາກພົນລະເມືອງຂອງປະຊາຊົນໃນທ້ອງຖິ່ນນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ມີຄວາມຕ້ອງການພື້ນທີ່ກະສິກໍາ ແລະ ຊົມໃຊ້ຊັບພະຍາກອນດັ່ງກ່າວຫຼາຍຂຶ້ນເລື້ອຍໆ ແຕ່ຂາດການວາງແຜນນໍາໃຊ້ແບບຍືນຍົງ.

ໃນວັນທີ 24 ກຸມພາ 2020 ລັດຖະບານ ໄດ້ຮັບຮອງເອົາໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນໃນ 4 ເມືອງເປົ້າໝາຍຂອງແຂວງສະຫວນນະເຂດ ຄື: ຈໍາພອນ, ໄຊບູລີ, ຊົນບູລີ ແລະ ສອງຄອນ ເຊີ່ງຈັດຕັ້ງປະຕິບັດໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ WCS ເປັນເວລາ 5 ປີ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີ ຣົບ (EU), ອົງການພັດທະນາແຫ່ງປະເທດຝລັ່ງ (AFD) ແລະ ມູນນິທິມາກະເລັດ ຄາຣກິວ (MACP) ລວມທັງໝົດ 1.213.826 ໂດລາສະຫະລັດ.

ທ່ານ ຊູຊາດ ໄຊຍະກຸມມານ ຍັງໃຫ້ຮູ້ຕື່ມອີກວ່າ: ແຂ້ນ້ອຍທີ່ນໍາມາປ່ອຍຄັ້ງນີ້ ທີ່ທາງໂຄງການອະນຸລັກຊີວະນາໆພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ໄດ້ອະນຸບານໄວ້ເກືອບ 2 ປີ ເມື່ອເຫັນແຂ້ນ້ອຍດັ່ງກ່າວມີສຸຂະພາບແຂງແຮງດີ ພາກສ່ວນກ່ຽວຂ້ອງຈິ່ງຈັດພິທີປ່ອຍລົງສູ່ບຶງທໍາມະຊາດດັ່ງເດີມຂອງມັນ ເພື່ອເປັນຊັບສົມບັດຂອງ ສປປ ລາວ ທີ່ຄວນຄຸ້ມຄອງ ແລະ ປົກປັກຮັກສາໄວ້ໃຫ້ຍືນຍົງ ເພາະຢູ່ບໍລິເວນນໍ້າເຊຈໍາພອນ ຍັງມີປະຊາກອນແຂ້ ປະມານ 100 ກວ່າໂຕ ຕາມການປະເມີນຈາກການສໍາຫຼວດເກັບກໍາຂໍ້ມູນຂອງຊ່ຽວຊານ ແຕ່ ປີ 2003 ເຖິງປັດຈຸບັນ.
ຂໍ້ມູນຈາກ:Lao National Radio
Hits: 10