ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃຜທີ່ກໍາລັງເລີ່ມອອກກໍາລັງກາຍເພື່ອໃຫ້ໄດ້ຫຸ່ນທີ່ດີມີກ້າມ ແລະ ສຸຂະພາບດີ ມື້ນີ້ ທີມຂ່າວຂອງເຮົາຈະພາທຸກຄົນມາຮູ້ຈັກກັບໝຸ່ມຄົນນີ້ ສົມແພງ ລາວເຊີງ ຫຼື ອາສຸນ ໝຸ່ມໜ້າຫຼໍ່ ຊິກແຟັກແໜ້ນ ຂວັນໃຈສາວໆ ເຈົ້າຂອງຕໍາແໜ່ງ Mister Laos 2021 ແລະ ຍັງເປັນນາຍແບບນ້ອງໃໝ່ທີ່ກໍາລັງຮ໋ອດສຸດໆໃນຕອນນີ້ ພ້ອມກັບເຜີຍເຄັດລັບໃນການອອກກໍາລັງກາຍ ແລະ ການດູແລຫຸ່ນໃຫ້ມີກ້າມ.

ອາສຸນ ໝຸ່ມໜ້າຫຼໍ່ ໄວ 23 ປີ ຈົບການສຶກສາຈາກປະເທດຈີນ ,ປັດຈຸບັນເຮັດວຽກຢູ່ກຸ່ມບໍລີສັດ ວຽງຈັນແມ່ຂອງ ແລະ ເຈົ້າຂອງບໍລີສັດຮ້ານຊາຕົ້ນບູຮານ 1000 ປີ (ສວນຊາທໍາມະຊາດ ທີ່ແຂວງບໍລິຄໍາໄຊ) ໂດຍ ອາສຸນ ໄດ້ບອກວ່າ: ຕົນເອງ ເລີ່ມເຂົ້າວົງການໄດ້ຍ້ອນ ເຄີຍມີຄົນຕິດຕໍ່ໃຫ້ໄປຖ່າຍແບບວາລະສານ ແລະ ມີລຸ້ນອ້າຍໃນວົງການບັນເທີງໄດ້ແນະນໍາໃຫ້ມາປະກວດເວທີ Mister International Laos 2021 ແລະ ກໍໄດ້ຮັບຕໍາເເໜ່ງ Mister Laos 2021 ມາໄດ້ ເຊິ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ຕົນເອງໄດ້ເລີ່ມເຂົ້າມາເຮັດວຽກໃນວົງການບັນເທິງແບບເຕັມຕົວ.

ໂດຍປົກກະຕິແລ້ວ ອາສຸນ ເປັນຄົນທີ່ມັກອອກກຳລັງກາຍ ແລະ ຕ້ອງເເບ່ງເວລາໃນການອອກກໍາລັງກາຍໃຫ້ໄດ້ 4-5 ມື້ ຕໍ່ອາທິດ ເພື່ອຮັກສາຫຸ່ນ ແລະ ຈະກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ບໍ່ວ່າຈະເປັນຜັກເນື້ອສັດຕ່າງໆ ແລະ ໄຂມັນດີເຊັ່ນ: ປະເພດຖົ່ວຕ່າງໆ, ທີ່ສຳຄັນຄືຕ້ອງນອນໃຫ້ພຽງພໍຢ່າງໜ້ອຍ 7-9 ຊົ່ວໂມງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສໍາລັບຄົນທີ່ເລີ່ມອອກກໍາລັງກາຍ ສຸນຢາກເເນະນໍາຄື ຄ ວນເລີ່ມຈາກໂຕເອງກ່ອນວ່າພ້ອມແລ້ວບໍ, ຖ້າເຮົາຕັ້ງໃຈທີ່ຈະປ່ຽນເເປ່ງໂຕເອງແທ້ໆ ສຸນເຊື່ອວ່າ ເຮົາຕ້ອງແບ່ງເວລາໃນການອອກກໍາລັງກາຍໃຫ້ໄດ້ຢູ່ແລ້ວ ຢ່າງໜ່ອຍ 3-4 ຄັ້ງຕໍ່ອາທິດ ແລະ ແຕ່ລະຄັ້ງກໍອອກປະມານ 1 ຊົ່ວໂມງ ຕາມທີ່ເຮົາມີເວລາ ແຕ່ຕ້ອງເຮັດຢ່າງສະໝໍ່າສະເໝີ ທີ່ສໍາຄັນຄວນກິນອາຫານໃຫ້ຄົບ 5 ໝູ່, ພັກຜ່ອນໃຫ້ພຽງພໍ ແລະ ມີຄວາມສຸກກັບການອອກກໍາລັງກາຍ ອາສຸນກ່າວ.

ອາສຸນ ຍັງໄດ້ກ່າວອີກວ່າ: ກ່ອນທີ່ຈະປະກວດ Mister International Laos  ແມ່ນຕ້ອງໄດ້ກຽມໂຕຫຼາຍຢ່າງ ໂດຍສະເພາະແມ່ນເລື່ອງຫຸ່ນ ຕ້ອງໝັ້ນອອກກໍາລັງກາຍ ບວກກັບການມີວິໄນໃນການກິນ, ການນອນ, ຕ້ອງໄດ້ຮຽນຍ່າງ,ຮຽນບຸກຄະລິກກະພາບ ແລະ ທີ່ສໍາຄັນທີ່ສຸດແມ່ນການຕອບຄໍາຖາມ ຕ້ອງໄດ້ເຝີກເວົ້າ,ເຝີກຕອບຄໍາຖາມ ເພາະປົກກະຕິນິໄສສ່ວນໂຕຂອງສຸນແມ່ນເປັນຄົນບໍ່ຄ່ອຍມັກເວົ້າ ແລະ ຂີ້ອາຍບໍ່ກ້າສະແດງອອກ ແຕ່ດ້ວຍບໍລິບົດຂອງເວທີ່ຊາຍງາມແລ້ວ ເຮົາຈຶ່ງຈໍາເປັນຕ້ອງໄດ້ຮຽນຮູ້ ແລະ ພັດທະນາໂຕເອງຢູ່ສະເໝີ ເພື່ອໃຫ້ມັນດີຂຶ້ນ.

ອາສຸນຍັງໄດ້ຝາກເຖິງນ້ອງໆທີ່ມີຄວາມຝັນຢາກຈະປະກວດຊາຍງາມ ເວທີ Mister International Laos ກ່ອນອຶ້ນໃຫ້ກຽມຄວາມພ້ອມບໍ່ວ່າຈະເປັນການອອກກໍາລັງກາຍດູແລຫຸ່ນ, ເຝີກບຸກຄະລິກກະພາບ, ຮຽນການຍ່າງ, ເຝີກການຕອບຄໍາຖາມ ແລະ ສິ່ງສໍາຄັນທີ່ສຸດຄືຕ້ອງໝັ້ນໃຈໃນໂຕເອງ ແລະ ເຊື່ອໝັ້ນວ່າເຮົາເຮັດໄດ້ ແລ້ວເຮົາຈະມີຄວາມສຸກໃນສິ່ງທີ່ເຮົາເຮັດ.

Hits: 59

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້