ຂໍຂອບໃຈນຳຜູ້ສະໜັບສະໜູນ

ມະນຸດ ມີລົມຫາຍໃຈ ເປັນເພື່ອນຕັ້ງແຕ່ຫາກໍເກີດຈົນວາລະສຸດທ້າຍຂອງຊີວິດ ແຕ່ສ່ວນຫຼາຍເຮົາບໍ່ຄ່ອຍໄດ້ໃສ່ໃຈທີ່ຈະໃຫ້ເພື່ອນແທ້ ໄດ້ມີບົດບາດໃນຊີວິດເທົ່າທີ່ຄວນ ໂດຍມັກຈະໄປກັ້ນລົມຫາຍໃຈເວລາ ຕຶງຄຽດ,​ ຊັງ ຫຼື ຫາຍໃຈບໍ່ທົ່ວທ້ອງ ໃນເວລາຢ້ານ ຫຼືຕົກໃຈຕື່ນເຕັ້ນ. ການເຮັດແບບນີ້ ຜົນເສຍທີ່ຕາມມາ ກໍຄື ການໝຸນວຽນອອກຊີເຈນ ໄປທົ່ວຮ່າງກາຍເກີດບັນຫາ, ສຸຂະພາບ ກໍມັກຈະມີບັນຫາ ລວມທັງສຸຂະພາບຈິດອີກດ້ວຍ ເພາະອາດຈະນອນບໍ່ຫຼັບ, ເຈັບຫົວ ເມື່ອຮ່າງກາຍບໍ່ສະບາຍແລ້ວໃຈຍ່ອມວິຕົກກັງວົນກັບອາການຂອງຮ່າງກາຍອີກດ້ວຍ.

ສະນັ້ນ ເມື່ອລົມຫາຍໃຈສຳຄັນ ຈຶ່ງຄວນຝຶກການຫາຍໃຈຈົນເປັນກິດຈະວັດເພື່ອສິ່ງດັ່ງຕໍ່ໄປນີ້:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  1. ເພີ່ມອອກຊີເຈນ ໃຫ້ຫຼາຍກວ່າປົກກະຕິ, ເພື່ອຄວາມສົດຊື່ນ ແລະ ເພີ່ມຄວາມຕ້ານທານໂຣກ.
  2. ຊ່ວຍການໝຸນວຽນຂອງເລືອດໃນຮ່າງກາຍ.
  3. ຊ່ວຍເພີ່ມສະມາທິ ຈາກການເປ່ງຄວາມສົນໃຈທີ່ລົມຫາຍໃຈ.
  4. ຊ່ວຍເພີ່ມຄວາມສະຫງົບທັງກາຍ ແລະຈິດໃຈ.

ວິທີການ:

  1. ເວລາຫາຍໃຈເຂົ້າ ສູດລົມເຂົ້າທາງດັງ ພ້ອມທັງປ່ອຍອອກ, ຍົກບ່າໄຫຼ່ຂຶ້ນ ເພື່ອຂະຫຍາຍປອດທຸກສ່ວນ.
  2. ກັ້ນລົມຫາຍໃຈໄວ້ 4 ວິນາທີ ນັບຊ້າໆໃນໃຈ 1…2…3…
  3. ໄລຍະຫາຍໃຈອອກ ຫາຍໃຈອອກທາງປາກ ເປົ່າລົມຫາຍໃຈອອກຊ້າ ທ້ອງຈະແວບປະມານ 8-10 ວິນາທີ ນັບໃນໃຈ 1…2…3…

ໝາຍເຫດ:

  1. ເມື່ອເລີ່ມຝຶກໃໝ່ໆ ຄວນຝຶກໃນທ່ານອນຫງາຍກ່ອນ ເອົາມື 2 ເບື້ອງ ວາງໄວ້ທີ່ສະບື ເມື່ອຄ່ອງແລ້ວກໍເຮັດໄດ້ທຸກອະລິຍະບົດທຸກເວລາ.
  2. ຝຶກຫາຍໃຈເຂົ້າທາງດັງ ເອົາລີ້ນດັນເພດານປາກ, ຫາຍໃຈອອກທາງປາກໃຫ້ຄ່ອງກ່ອນ ແລ້ວຈຶ່ງຝຶກຫາຍໃຈເຂົ້າທ້ອງກໍຈະໃຫຍ່ຂຶ້ນ.
  3. ເຕັກນິກການຝຶກຫາຍໃຈເຂົ້າທ້ອງຈະໃຫຍ່ ໃຫ້ລອງປ່ອຍທ້ອງອອກກ່ອນແລ້ວຫາຍໃຈເຂົ້ານໍາພ້ອມ ຝຶກຈົນຄ່ອງ.
  4. ການກັ້ນລົມຫາຍໃຈ ອາດບໍ່ເຖິງ ຫຼືຈະດົນກວ່າ 4 ວິນາທີກໍໄດ້ ຂຶ້ນກັບສະພາບໂຣກ.
  5. ຄວນເຮັດຢູ່ບ່ອນທີ່ມີອາກາດຖ່າຍເທດີ ຕອນເຊົ້າ 15 ນາທີ, ແລງ 15 ນາທີ ແລະສາມາດເພີ່ມຂຶ້ນໄດ້ຕາມຄວາມເໝາະສົມ.
  6. ການຫາຍໃຈມີຫຼາຍແບບ ແຕ່ແບບທີ່ແນະນຳ ກໍຄື ຂັ້ນພື້ນຖານ ແລະຍັງມີການເຄື່ອນໄຫວປະກອບອີກ ໂດຍການຍົກມືຂຶ້ນ ແລະ ລົງ ໃນເວລາຫາຍໃຈເຂົ້າຍົກຂຶ້ນ ຫາຍໃຈອອກຍົກລົງ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້