Friday, April 18, 2025

ເບິ່ງແຍງສະໝອງ ກ່ອນຄວາມຈຳເສື່ອມ

ປັດຈຸບັນ ມີການຄາດການວ່າ ຈຳນວນຜູ້ປ່ວຍໂຣກອັນໄຊເມີ້ ຫຼື ອາການສະໝອງເສື່ອມ ທົ່ວໂລກ ມີຫຼາຍກວ່າ 50 ລ້ານຄົນ ແລະ ໃນທຸກໆ 68 ວິນາທີ ຈະມີຜູ້ປ່ວຍຄົນໃໝ່ເພີ່ມຂຶ້ນ 1 ຄົນ. ນັກວິທະຍາສາດພົບວ່າ ໂຣກອັນໄຊເມີ້ ເກີດໄດ້ຈາກປັດໄຈຫຼາຍຢ່າງ ທັງຈາກກຳມະພັນ, ຈາກຄວາມຜິດປົກກະຕິທາງຊີວະວິທະຍາໃນສະໝອງ ຊຶ່ງຜູ້ປ່ວຍຈະເກີດຄວາມບົກພ່ອງທາງສະໝອງໃນສ່ວນຂອງສະຕິປັນຍາ ເຊັ່ນ ຄວາມຄິດ, ຄວາມຈື່ຈຳ ແລະ ການຕັດສິນໃຈ ໃນຂະນະທີ່ສະໝອງສ່ວນທີ່ກ່ຽວກັບການເຄື່ອນໄຫວຍັງໃຊ້ການໄດ້ດີ.

ຄວາມສ່ຽງທີ່ຈະເປັນໂຣກອັນໄຊເມີ້ ນັ້ນ ຈະເພີ່ມຂຶ້ນເລື້ອຍໆ ເມື່ອຄົນເຮົາອາຍຸເຂົ້າສູ່ໄວ 65 ປີຂຶ້ນໄປ ໂດຍເລີ່ມຈາກການສູນເສຍຄວາມຈື່ຈຳໄລຍະສັ້ນ ຈົນບໍ່ສາມາດຈື່ສິ່ງໃໝ່ໆໄດ້, ດົນໆໄປ ອາດຈະຈື່ເຫດການໃນອະດີດບໍ່ໄດ້ ຫຼື ອາດຈະຈື່ສິ່ງທີ່ຢູ່ຕໍ່ໜ້າບໍ່ໄດ້ເລີຍ ຄ້າຍກັບຂ່າວທີ່ເຮົາໄດ້ຍິນຢູ່ເລື້ອຍໆ ວ່າ ຜູ້ປ່ວຍອັນໄຊເມີ້ ອອກຈາກເຮືອນແລ້ວຫາຍໂຕໄປເລີຍ ເພາະຊອກທາງກັບບ້ານບໍ່ຖືກ.

ແນວໃດກໍດີ, ປັດຈຸບັນຍັງບໍ່ມີວິທີການປິ່ນປົວໂຣກອັນໄຊເມີ່ ໃຫ້ຫາຍຂາດໄດ້ ແຕ່ສາມາດຖ່ວງຄວາມເສື່ອມຂອງສະໝອງໄດ້ຕັ້ງແຕ່ມື້ເລີ່ມມີອາການດ້ວຍວິທີງ່າຍໆພຽງ 6 ວິທີ ດັ່ງຕໍ່ໄປນີ້:

  1. ໝັ່ນຮຽນຮູ້ສິ່ງໃໝ່ໆ ຢູ່ສະເໝີ ຄວບຄູ່ໄປກັບການອອກກຳລັງສະໝອງ ເຊັ່ນ ຫຼິ້ນເກມກັບສະໝອງຝຶກຄວາມຈື່ຈຳ, ຝຶກຄຳນວນໂຕເລກ ລວມເຖິງການຫຼິ້ນດົນຕີປະເພດຕ່າງໆ ກໍຊ່ວຍໄດ້.
  2. ອອກກຳລັງກາຍມີປະໂຫຍດເລື່ອງການຜ່ອນຄາຍຄວາມຕຶງຄຽດ ແລະ ຫຼຸດຄວາມສ່ຽງຂອງການເກີດໂຣກຫຼອດເລືອດ.
  3. ກິນອາຫານບຳລຸງສະໝອງ ໂດຍສະເພາະອາຫານທີ່ອຸດົມໄປດ້ວຍທາດເຫຼັກ, ວິຕາມິນ B12, A, C, E ແລະ ຊີລີນຽມ.
  4. ການເຂົ້າສັງຄົມ, ພົບປະຜູ້ຄົນ, ໂອ້ລົມ, ໂຕ້ຕອບບົດສົນທະນາຢ່າງສະໝຳ່ສະເໝີ, ບໍ່ເກັບໂຕງຽບຢູ່ຄົນດຽວ, ສາມາດຊ່ວຍຍືດອາຍຸສະໝອງໄດ້.
  5. ໝັ່ນກວດສອບຄວາມດັນເລືອດຢູ່ສະເໝີ ເພາະວ່າ ມັນສົ່ງຜົນກະທົບເຖິງສະໝອງໂດຍກົງ ແລະ ໃຫ້ຫຼຸດ ຫຼື ເຊົາກິດຈະກຳຕ່າງໆ ທີ່ສົ່ງຜົນຕໍ່ຄວາມດັນເລືອດໄດ້ ເຊັ່ນ ການດື່ມນຳ້ເມົາ, ການສູບຢາ ແລະ ການໃຊ້ສານເສບຕິດ.
  6. ນອນຫຼັບພັກຜ່ອນໃຫ້ພຽງພໍ, ບໍ່ຄວນເຂົ້ານອນເກີນ 22-23 ໂມງ ແລະ ຄວນນອນໃຫ້ໄດ້ຢ່າງໜ້ອຍ 7 ຊົ່ວໂມງຕໍ່ວັນ ໃນສະຖານທີ່ງຽບສະຫງົບ ເພື່ອໃຫ້ການນອນມີຄຸນນະພາບຫຼາຍທີ່ສຸດ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.