Monday, May 19, 2025
Kbank Laos โอน รับ จ่าย

5 ຂໍ້ ເພື່ອເຮັດໃຫ້ເຮົາ ຢາກອອກກຳລັງກາຍຍາມເຊົ້າ

ຫຼາຍຄົນຄິດຢາກຕື່ນຂຶ້ນມາອອກກຳລັງກາຍຍາມເຊົ້າ ແຕ່ກໍເຮັດບໍ່ໄດ້ດ້ວຍເຫດຜົນຫຼາຍໆຢ່າງ ບໍ່ວ່າຈະເປັນຄວາມຂີ້ຄ້ານຕື່ນເຊົ້າ, ນອນເດິກ ແລະ ເຫດຜົນອື່ນໆອີກ. ແຕ່ມື້ນີ້ເຮົາມີວິທີທີ່ຈະກະຕຸ້ນໃຫ້ເຮົາ ຢາກມາອອກກຳລັງກາຍຍາມເຊົ້າ.

  • ກິນໃຫ້ຖືກ: ອາຫານຄາບເຊົ້າມີຄວາມສຳຄັນຫຼາຍຕໍ່ຄວາມຮູ້ສຶກໃນຕອນເຊົ້າຂອງມື້ຖັດໄປ ເພາະຖ້າເຮົາກິນອາຫານຫຼາຍຫຼັງ 9 ໂມງແລງ, ແນ່ນອນວ່າ ທ່ານອາດຈະບໍ່ຢາກຕື່ນຂຶ້ນມາອອກກຳລັງກາຍ ດ້ວຍຄວາມຮູ້ສຶກອືດຈົນພາໃຫ້ຂີ້ຄ້ານ. ດັ່ງນັ້ນ ຄາບອາຫານແລງທີ່ຖືືກຕ້ອງ ຄວນເປັນໂປຣຕິນໄຂມັນຕຳ່ ເຊັ່ນ ໄຂ່, ປາ, ນົມ, ຊີ້ນບໍ່ຕິດມັນ ແລະເອິກໄກ່ ລວມເຖິງຍຳສະຫຼັດ ແລະຫຼັງຈາກກິນເຂົ້າແລງແລ້ວ ຄວນປ່ອຍໃຫ້ຮ່າງກາຍຍ່ອຍປະມານ 90 ນາທີກ່ອນຈຶ່ງເຂົ້ານອນ.
  • ນອນໃຫ້ພໍ: ງ່າຍທີ່ສຸດສຳລັບການຕື່ນເຊົ້າ ຄື ທ່ານຕ້ອງນອນຫຼັບຢ່າງໜ້ອຍ 7-8 ຊົ່ວໂມງ ເພາະວ່າເປັນຊ່ວງເວລາທີ່ຮ່າງກາຍຈະປຸກທ່ານຂຶ້ນມາເອງ ແບບອັດຕະໂນມັດ ດ້ວຍຄວາມຮູ້ສຶກສົດຊື່ນ ແລະແນະນຳໃຫ້ກິນ ວອນນັດ ຫຼືໝາກໄມ້ຕະກູນເຊີລີ່ ກ່ອນເຂົ້ານອນ ເພາະສານເມລາໂທນິນ ໃນໝາກໄມ້ພວກນີ້ ຈະເຮັດໃຫ້ວົງການນອນຫຼັບມີປະສິດທິພາບຫຼາຍຂຶ້ນ.
  • ຫາແຮງບັນດານໃຈ: ຄວາມຕື່ນເຕັ້ນທ້າທາຍ ຈະເຮັດໃຫ້ທ່ານມີພະລັງຢາກເຮັດສິ່ງໃດສິ່ງນຶ່ງ ເຊັ່ນ ການໄປອອກກຳລັງກາຍທີ່ສູນອອກກຳລັງກາຍ ຫຼື ອອກໄປແລ່ນໃນຕອນເຊົ້າ ຊຶ່ງການເຮັດກິດຈະກຳຊຳ້ໆຈະເຮັດໃຫ້ຮ່າງກາຍປັບໂຕ ແລະຢາກເຮັດມັນໄປເລື້ອຍໆ.
  • ຊອກແຟນ: ອາດເປັນຄວາມຮູ້ສຶກທີ່ດີ ທີ່ຮູ້ວ່າ ມີໃຜຄົນໜຶ່ງທີ່ລໍຖ້າທ່ານຢູ່ທີ່ສູນອອກກກຳລັງກາຍ ຫຼື ສວນສາທາລະນະ ທັງສອງຈະເປັນແຮງບັນດານໃຈໃຫ້ກັນ ແລະ ກັນ, ໃຫ້ກຳລັງໃຈກັນ ຊຶ່ງເຮັດໃຫ້ການອອກກຳລັງກາຍ ມີຄວາມມ່ວນຊື່ນຫຼາຍຂຶ້ນ.
  • ກຽມພ້ອມ: ການສ້າງແຮງບັນດານໃຈງ່າຍໆ ດ້ວຍໂຕເອງ ຄື ການຫ້ອຍເສື້ອຜ້າອອກກຳລັງກາຍໄວ້, ວາງເກີບໄວ້ໜ້າປະຕູ ຫຼື ກຽມອາຫານເຊົ້າເພື່ອສຸຂະພາບໄວ້ ຈະເຮັດໃຫ້ທ່ານຮູ້ສຶກຢາກອອກກຳລັງດ້ວຍການກະຕຸ້ນດ້ວຍປັດໄຈເຫຼົ່ານີ້.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້