Monday, May 19, 2025
Kbank Laos โอน รับ จ่าย

ແຈ້ງຜົນກວດ ໂຄວິດ ປອມ! ອາດຖືກປັບໄໝ ແລະ ມີໂທດຈຳຄຸກ. 

ປັດຈຸບັນ ຫຼາຍບໍລິສັດກັງວົນເລື່ອງການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະແມ່ນສາຍພັນ ໂອມິຄຣອນ ທີ່ມີການແຜ່ລະບາດໄວກວ່າສາຍພັນອື່ນ ເຊິ່ງມັນໄດ້ເປີດຊ່ອງທາງໃຫ້ຄົນທີ່ບໍ່ດີຈຳນວນໜຶ່ງ ສວຍໂອກາດ ສົ່ງຜົນກວດ ໂຄວິດປອມ ເພື່ອຫວັງຈະໄດ້ມື້ພັກຍາວ, ໄດ້ເງິນປະກັນ ໂດຍບໍ່ຄຳນຶງເຖິງຜົນກະທົບກັບຜູ້ປ່ວຍຈິງ ແລະ ແຮງງານສຸດຈະລິດ ເຊິ່ງສັງຄົມລາວ ຄວນຊ່ວຍກັນເປັນຫູເປັນຕາເຝົ້າລະວັງ. 

ໃນສະພາວະ ໂຄວິດ ສາຍພັນ ໂອມິຄຣອນ ກຳລັງແຜ່ລະບາດແທນສາຍພັນ ເດລຕ້າ ໃນລາວ ນັ້ນ ເຮັດໃຫ້ຍອດຜູ້ຕິດເຊື້ອໃໝ່ລາຍວັນສູງຂຶ້ນອີກຄັ້ງ ອີກທັງຍັງເປັນສາຍພັນທີ່ສາມາດຕິດເຊື້ອຊ້ຳຄືນໄດ້ອີກ ເຮັດໃຫ້ໄລຍະກ່ອນປີໃໝ່ລາວແບບນີ້ ມີແຮງງານບາງສ່ວນຕ້ອງໄດ້ພັກວຽກກ່ອນກຳນົດ ເພື່ອປິ່ນປົວໂຕເອງ. ແຕ່ໃນຂະນະດຽວກັນ ກໍມີຜູ້ບໍ່ຫວັງດີໃຊ້ໂອກາດນີ້ ຕົວະຜົນກວດ ໂຄວິດ ເພື່ອທີ່ຈະໄດ້ພັກວຽກຍາວ ຫຼື ຫວັງເອົາເງິນຊ່ວຍເຫຼືອ ແລະ ເງິນປະກັນ. 

ພາບປະກອບ

ຜົນກະທົບຈາກເຫດການດັ່ງກ່າວ ເຮັດໃຫ້ຜູ້ຕິດເຊື້ອຕົວຈິງ ຕ້ອງຮັບພາລະເພີ່ມ ທັງການຍືນຢັນການກວດຊ້ຳຫຼາຍຄັ້ງ ແລະ ການຖືກກວດສອບຄວາມຈິງແບບບໍ່ເປັນທຳ ແລະ ບໍ່ຈຳເປັນ, ລວມເຖິງໄດ້ຮັບເງິນປະກັນຊັກຊ້າ ອັນເນື່ອງມາຈາກ ບໍລິສັດທີ່ຮັບປະກັນ ສາມາດໃຊ້ເປັນຂໍ້ອ້າງ ເພື່ອກວດສອບຫຼັກຖານທີ່ດົນຂຶ້ນກວ່າເກົ່າ. 

ອີກທັງ ການປອມແປງຜົນກວດ ໂຄວິດ ໃນປັດຈຸບັນ ເກີດຂຶ້ນໄດ້ທັງສອງແບບ ຄື ການປອມຜົນກວດຈາກຊຸດກວດແບບໄວ (ATK) ແລະ ປອມຜົນກວດຈາກໂຮງໝໍ (RT-PCR) ເຊິ່ງທັງສອງແບບ ມີວິທີການທີ່ແຕກຕ່າງກັນໄປ, ໂດຍການປອມ ATK ສາມາດເຮັດໄດ້ເອງ ໂດຍການນຳເອົາຊຸດກວດແທ້ຂອງຄົນໃກ້ຊິດ ຫຼື ພາບຖ່າຍຂອງບຸກຄົນອື່ນມາສະແດງແທນ, ໃນຂະນະທີ່ການປອມຜົນກວດ RT-PCR ຈະໃຊ້ການຈ້າງມິດສາຊີບປອມແປງເອກະສານ. 

ເພື່ອປ້ອງກັນການໂກງດັ່ງກ່າວ ເຮັດໃຫ້ຫຼາຍແຫ່ງອອກມາດຕະການໃນການຖ່າຍຮູບຜົນກວດ ໂຄວິດ ທີ່ຮັດກຸມຂຶ້ນ ໂດຍໃຫ້ຜູ້ໃຊ້ອຸປະກອນກວດແບບ ATK ຕ້ອງຂຽນຊື່ ແລະ ວັນທີ ໄດ້ຜົນກວດທຸກຄັ້ງກ່ອນຖ່າຍພາບ,​ໂດຍອາດຈະຂຽນໃນເຈ້ຍ ຫຼື ຂຽນລົງເທິງອຸປະກອນກວດຜົນເລີຍ ບໍ່ວ່າຜົນກວດນັ້ນຈະສະແດງຜົນເປັນ 1 ຂີດ ຫຼື 2 ຂີດກໍຕາມ, ເພື່ອປ້ອງກັນບໍ່ໃຫ້ຄົນນຳໄປໃຊ້ຊ້ຳ ແລະ ຫາກຜົນເປັນ 2 ຂີດ ຈະຕ້ອງກວດຊ້ຳດ້ວຍຊຸດ ATK ຕ່າງຍີ່ຫໍ້ ແລະ ເຮັດການຢືນຢັນໃນແບບດຽວກັນ. 

ສ່ວນການກວດສອບຄວາມຖືກຕ້ອງຂອງຜົນໃຫ້ຫ້ອງແລັບແບບ RT-PCR ຈະເຮັດໄດ້ຍາກຂຶ້ນ ເພາະຈະຕ້ອງກວດສອບກົງກັບໂຮງໝໍ ຫຼື ເຈົ້າໜ້າທີ່ ຫ້ອງແລັບໂດຍກົງ ເຊິ່ງຈະໃຊ້ເວລາອີກພໍສົມຄວນ. 

ສິ່ງດັ່ງກ່າວຈະເຫັນໄດ້ວ່າ ມາດຕະການຕ່າງໆ ລ້ວນແລ້ວແຕ່ສ້າງຄວາມຫຍຸ້ງຍາກໃຫ້ກັບຜູ້ທີ່ຕ້ອງຢືນຢັນຜົນກວດວ່າ ປ່ວຍ ຫຼື ບໍ່ປ່ວຍ ຕົວຈິງກັນທັງນັ້ນ ພຽງເພາະມີຜູ້ເຫັນແກ່ໂຕຢູ່ໃນສັງຄົມເຮົາ. 

ພາບປະກອບ

ຢ່າງໃດກໍດີ ທັງຜູ້ທີ່ ສະແດງຜົນການກວດ ໂຄວິດປອມ ແລະ ຜູ້ທີ່ປອມຜົນກວດ ໂຄວິດ ລ້ວນມີຄວາມຜິດທາງກົດໝາຍໃນຂໍ້ຫາ ເຈດຕະນາຫຼອກລວງຜູ້ອື່ນ ໂດຍສະແດງຂໍ້ມູນທາງ ດິຈິຕ້ອນ ທີ່ບໍ່ມີມູນຄວາມຈິງ, ລວມເຖິງຜົນໃນທາງປະຕິບັດອື່ນໆ ເຊັ່ນ ການຖືກໄລ່ອອກ, ການບໍ່ຈ່າຍຄ່າແຮງງານ ໄປຈົນເຖິງການຂຶ້ນບັນຊີດຳໃນກຸ່ມທຸລະກິດປະກັນໄພ ແລະ ປະກັນສຸຂະພາບ ເປັນຕົ້ນ. 

ເຫດການດັ່ງກ່າວແມ່ນກົງກັບ ພຶດຕິກໍາທີ່ເປັນອາຊະຍາກທາງລະບົບຄອມພິວເຕີ ຕາມກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນ ອາຊະຍາກຳທາງລະບົບຄອມພິວເຕີ ແລະ ຜູ້ທີ່ລະເມີດກົດໝາຍເປັນຕົ້ນ ຂໍ້ຫ້າມ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. 

ສຳລັບການປອມແປງຂໍ້ມູນຄອມພິວເຕີ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ ແລະ ການດຳເນີນກິດຈະການ ກ່ຽວກັບເຄື່ອງມືອາຊະຍາກທາງລະບົບຄອມພິວເຕີ ຈະຖືກຕັດອິດສະລະພາບແຕ່ ສາມປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 10. 000. 000 ກີບ ຫາ 50.000.000 ກີບ. 

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້