ຂໍຂອບໃຈນຳຜູ້ສະໜັບສະໜູນ

ສະໄໝນີ້ ຄົນໃນເມືອງສ່ວນໃຫຍ່ໃຊ້ເວລາໄປກັບການນັ່ງຢູ່ຕໍ່ໜ້າຈໍ ຄອມພິວເຕີ ເພື່ອເຮັດວຽກ ຫຼື ການຫຼິ້ນເກມ ເຊິ່ງການໃຊ້ຊີວິດແບບນີ້ ເປັນເວລາດົນໆ ຈະເປັນສາເຫດເຮັດໃຫ້ເກີດອາການອິດເມື່ອຍ ໂດຍສະເພາະບໍລິເວນຄໍ, ບ່າ ແລະ ຫຼັງ ເນື່ອງຈາກ ບໍ່ມີການເຄື່ອນໄຫວ ຫຼື ບໍ່ມີການຍ້າຍບ່ອນນັ່ງ ຈຶ່ງເຮັດໃຫ້ເລືອດໄຫຼວຽນບໍ່ຄ່ອຍດີ.

ດຣ. ວັນທະນະ ຊະລາຍົນເດຊະ ໄດ້ແນະນໍາທ່າອອກກໍາລັງກາຍ ຍືດກ້າມຊີ້ນສຳລັບຄົນທີ່ຕ້ອງການນັ່ງເຮັດວຽກກັບ ຄອມພິວເຕີ ໄວ້ໃນເວັບໄຊຂອງ ຄະນະກາຍະພາບບຳບັດ ມະຫາວິທະຍາໄລ ມະຫິດົນ, ປະເທດໄທ ໄວ້ດັ່ງນີ້:

1

ທ່າທີ 1:  ນັ່ງໃຫ້ຫຼັງຊື່ໆ ຫງ່ຽງຄໍໄປດ້ານໃດດ້ານໜຶ່ງຊ້າໆ ຈົນກວ່າຈະຮູ້ສຶກວ່າ ບໍລິເວນບ່າທັງສອງດ້ານຊື່ ແລ້ວຢຸດໄວ້ 10 ວິນາທີ, ກ້າມຊີ້ນທັງສອງເບື້ອງຈະຕຶງຂຶ້ນ ແລ້ວກໍຄ່ອຍໆຜ່ອນຄາຍລົງເທື່ອລະໜ້ອຍ. ຈາກນັ້ນ ໃຫ້ຫງ່ຽງເພີ່ມອີກໜ້ອຍໜຶ່ງ ຈົນຮູ້ສຶກວ່າ ຕຶງຄືເກົ່າ ແລ້ວຄ້າງໄວ້ອີກ 10 ວິນາທີ ກ່ອນທີ່ຈະຫງ່ຽງຄໍກັບຄືນສູ່ທ່າເລີ່ມຕົ້ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2

ທ່າທີ 2: ນັ່ງເຮັດໃຫ້ຫຼັງຊື່ໆ ຈາກນັ້ນໃຫ້ຫງ່ຽງຫົວໄປດ້ານໃດດ້ານໜຶ່ງຊ້າໆ ເມື່ອເລີ່ມຮູ້ສຶກວ່າ ບ່າ ຫຼື ຄໍຕຶງຂຶ້ນແລ້ວ ໃຫ້ຢຸດຄ້າງໄວ້ 10 ວິນາທີ ແລະເມື່ອຮູ້ສຶກວ່າກ້າມຊີ້ນຫາຍຕຶງໃຫ້ຫງ່ຽງຫົວໄປດ້ານເກົ່າ ພ້ອມທັງເຮັດແບບເກົ່າເພີ່ມຂຶ້ນອີກ ຈົນກວ່າຈະຮູ້ສຶກຕຶງແລ້ວຄ້າງໄວ້ 10 ວິນາທີ ກ່ອນທີ່ຈະຫງ່ຽງກັບມາໃນທ່າຊື່. ເວລາປະຕິບັດທ່ານີ້  ເມື່ອຮູູ້ສຶກວິນຫົວ ໃຫ້ພັກ 5 ນາທີ ກ່ອນທີ່ຈະເຮັດທ່າເກົ່າອີກ, ຖ້າຍັງມີອາການແບບເກົ່າ ໃຫ້ໄປປຶກສາແພດ.

3

ທ່າທີ 3: ນັ່ງໃຫ້ຫຼັງຊື່ໆ ຍົກບ່າໄຫຼ່ໃຫ້ສູງຂຶ້ນເທົ່າທີ່ຈະສູງໄດ້ ຄ້າງໄວ້ 5 ວິນາທີ ແລ້ວເອົາບ່າໄຫຼ່ລົງ ຈະຮູ້ສຶກວ່າກ້າມຊີ້ນບໍລິເວນບ່າຜ່ອນຄາຍ ແລ້ວໃຫ້ເຮັດຄືເກົ່າ 3-5 ຄັ້ງ.

4

ທ່າທີ 4: ຢຽດແຂນຂວາອອກໄປທາງໜ້າ ຫັນຝາມືອອກນອກຕົນໂຕ ຈາກນັ້ນເອົາມືຊ້າຍຍູ້ເອົານິ້ວມືຂວາ ໃຫ້ໂຄ້ງເຂົ້າມາຫາລຳໂຕ ເພື່ອເຮັດໃຫ້ຂໍ້ສອກທາງໃນຕຶງຂຶ້ນ ໃຫ້ຄ້າງໄວ້ 10 ວິນາທີ ແລ້ວລອງເຮັດອີກ.

5

ທ່າທີ 5: ເປັນການນວດຝາມືຊ້າຍ ດວຍນີ້ວໂປ້ຂວາ ໂດຍການເນັ້ນລົົງໄປຊື່ໆເທິງຝາມື ແລ້ວໝຸນນີ້ວໂປ້ ເປັນວົງມົນ 3 ຮອບ ຈາກນັ້ນເລື່ອນນີ້ວໂປ້ໄປບ່ອນຈຸດອື່ນໆເທິງຝາມືມຊ້າຍຈົນທົ່ວຝາມື ແລ້ວໃຫ້ສະຫຼັບການເຮັດທ່າເກົ່ານີ້ໄປເຮັດອີກເບື້ອງໜຶ່ງແບບວິທີດຽວກັນ ແຕ່ຄວນລະວັງຢ່າໃຫ້ກາຍເປັນການຖູເອົາເດັດຂາດ.

6

ທ່າທີ 6: ໃຊ້ມືຂວາດຶງນິ້ວໂປ້ຊ້າຍເຂົ້າຫາໂຕ ຈົນຮູ້ສຶກວ່າບໍລິເວນອົ້ງມື ແລະຂໍ້ນິ້ວໂປ້ຕຶງຂຶ້ນ ຄ້າງໄວ້ 5 ວິນາທີ ກ່ອນທີ່ຈະເຊົາແລ້ວໄປເຮັດອີກໃນເບື້ອງໜຶ່ງ.

7

ທ່າທີ 7: ເປັນການບໍລິຫານທັງ 2 ມືພ້ອມດຽວກັນ ໂດຍເລີ່ມຈາກການມືໃຫ້ແໜ້ນທີ່ສຸດ ຄ້າງໄວ້ 5 ວິນາທີ ແລ້ວຄ່ອຍມາຍອອກຈາກກາງນີ້ວມື ຄ້າງໄວ້ອີກ 5 ວິນາທີ ກ່ອນທີ່ຈະມາຍຝາມືອອກ ກັບມາຢູ່ໃນທ່າປົກກະຕິ. ຈາກນັ້ນ ໃຫ້ເຮັດແບບເກົ່າອີກ 2-3 ເທື່ອ ຈະເປັນການຜ່ອນຄາຍບໍລິເວນນີ້ວມື ແລະ ຝາມື.

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້