ຍິງສາວທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ປຽບກັບວ່າ ພວກເຂົາໄດ້ຕົກນະຮົກໄປແລ້ວ ແລະ ເມື່ອໄດ້ຮັບການຊ່ວຍເຫຼືອ ກໍປຽບກັບວ່າ ພວກນາງໄດ້ຮັບຊີວິດໃໝ່ຄືນມາອີກຄັ້ງ. ການຄ້າມະນຸດ ໃນທີ່ນີ້ສ່ວນໃຫຍ່ກໍແມ່ນການຄ້າປະເວນີ ນັ້ນລະ.
ແຕ່ວ່າໄລຍະຜ່ານໆມາ ເມື່ອໄດ້ຮັບການຊ່ວຍເຫຼືອຈາກ “ນະຮົກ” ແລ້ວກັບມາບ້ານເກີດ ຍິງສາວສ່ວນໃຫຍ່ ມັກຈະເປັນຄົນວ່າງງານ ເພາະມັກຈະມີປົມດ້ອຍໃນໂຕເອງ ທີ່ຈະປະກອບອາຊີບຕ່າງໆ. ດັ່ງນັ້ນ ການມີອົງກອນໃດໜຶ່ງ ຫຼື ໂຄງການໃດໜຶ່ງເຂົ້າມາຊ່ວຍເຫຼືອ ຖືເປັນເລື່ອງດີທີ່ສຸດ.
ໂຄງການບ້ານຈຸດສຸມ ຫຼື Village Focus International (VFI) ກໍເປັນອີກໂຄງການໜຶ່ງ ທີ່ໃຫ້ການຊ່ວຍເຫຼືອແກ່ຍິງສາວ ທີ່ຖືກຊ່ວຍມາຈາກການຄ້າມະນຸດ.
ທ່ານນາງ ກອງແສງ ປ່ຽງປັນຍາ, ຫົວໜ້າແຜນງານ ປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ກ່າວວ່າ: ໂຄງການນີ້ເກີດຂຶ້ນ ເມື່ອປີ 2001 ຍ້ອນການຮ່ວມມືລະຫວ່າງຄົນລາວ ແລະ ຕ່າງປະເທດ ທີ່ເຄີຍມາເຮັດວຽກກ່ຽວກັບການພັດທະນາ ຢູ່ລາວ ຮ່ວມກັນມາໄດ້ 10 ກວ່າປີແລ້ວ. ໂຄງການໄດ້ມີການວາງແຜນ ໃນການພັດທະນາຢູ່ 3 ດ້ານ ຄື: ການສຶກສາ, ສາທາລະນະສຸກ ແລະການສົ່ງເສີມກະສິກຳຍືນຍົງ. ເຂດເປົ້າໝາຍທຳອິດແມ່ນຢູ່ 4 ເມືອງ ຂອງແຂວງ ສາລະວັນ ຄື: ເລົ່າງາມ, ສາລະວັນ, ຕະໂອ້ຍ ແລະ ສະໝ້ວຍ.
ໃນປີ 2003 ໄດ້ສ້າງໂຄງການຂຶ້ນມາອີກ 2 ໂຄງການ ຄື: ໂຄງການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ແລະ ໂຄງການທີ່ດິນ ແລະ ຊຸມຊົນ. ໂຄງການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ເກີດຂຶ້ນໄດ້ ກໍຍ້ອນວ່າ: ໃນປີ 2002 ໄດ້ມີການລົງສຳຫຼວດ ກ່ຽວກັບການໄປເຮັດວຽກຢູ່ທີ່ປະເທດເພື່ອນບ້ານ ຂອງເດັກນ້ອຍແມ່ຍິງໃນເຂດຫ່າງໄກສອກຫຼີກ ຊຶ່ງເຫັນໄດ້ວ່າ ພວກເຂົາມີຄວາມສ່ຽງ ໃນການຕົກເປັນເຫຍື່ອການຄ້າມະນຸດສູງ.
ຕົກມາປີ 2008 ພວກເຮົາໄດ້ທຶນຈາກອົງການດາດາຊອງ ເນເທີແລນ ເພີ່ມຂຶ້ນ ແລະ ໄດ້ສ້າງສູນຝຶກອົບຮົມວິຊາຊີບ ໃຫ້ແກ່ເດັກນ້ອຍແມ່ຍິງຜູ້ດ້ອຍໂອກາດ ແລະຜູ້ທີ່ຕົກເປັນເຫຍື່ອຈາກການຄ້າມະນຸດ ທີ່ເມືອງ ປາກເຊ ແຂວງ ຈຳປາສັກ.
ທ່ານນາງ ກອງແສງ ກ່າວວ່າ: ຊ່ອງທາງທີ່ເດັກນ້ອຍ ຈະໄດ້ເຂົ້າມາທີ່ສູນ ແມ່ນມີຫຼາຍຊ່ອງທາງ ເຊັ່ນ ເດັກນ້ອຍທີ່ຕົກເປັນເຫຍື່ອການຄ້າມະນຸດ ທີ່ກັບມາແບບເປັນທາງການ ໂດຍຜ່ານການຮ່ວມມືຂໍ້ຕົກລົງບົດບັນທຶກຊ່ວຍຈຳ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນບ້ານ ທີ່ໄດ້ເຂົ້າໄປຊ່ວຍເຫຼືອເດັກນ້ອຍ ທີ່ຖືກຂົ່ມເຫັງຈາກການຄ້າມະນຸດ ຊຶ່ງແມ່ນກະຊວງແຮງງານ ແລະສະຫວັດດີການສັງຄົມ ເປັນຜູ້ຮັບເອົາ. ອີກກໍລະນີໜຶ່ງ ແມ່ນການປຸກລະດົມແຮງງານເຄື່ອນຍ້າຍ ທີ່ຖືກຕຳຫຼວດຈັບໄດ້ ຕັ້ງແຕ່ຕອນທີ່ເຂົາເຈົ້າຍັງບໍ່ໄດ້ຕົກເປັນເຫຍື່ອການຄ້າມະນຸດ.
“ເມື່ອເຂົ້າມາຢູ່ສູນ ພວກເຂົາຈະໄດ້ຮັບການປົວແປງທາງດ້ານຈິດໃຈ, ໄດ້ຮຽນວິຊາຊີບຕ່າງໆ ເພື່ອນຳເອົາໄປປະກອບອາຊີບໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍຫຍັງ,” ທ່ານນາງ ກອງແສງ ກ່າວ.
ວິຊາຊີບ ທີ່ໄດ້ສອນໃນສູນດັ່ງກ່າວ ກໍລວມມີ: ຕັດຫຍິບ, ຕຳ່ຫູກ, ເສີມສວຍ, ການປຸງແຕ່ງອາຫານ, ການແປຮູບອາຫານໃຫ້ເປັນຜະລິດຕະພັນ, ການປູກຝັງ ແລະລ້ຽງສັດ. ນອກຈາກນີ້ ຍັງມີການສອນໃຫ້ຮູ້ທັກສະໃນການໃຊ້ຊີວິດຮ່ວມກັນແນວໃດ, ການຮັກສາສຸຂະພາບ ໃນໄວຈະເລີນພັນ, ຮຽນຮູ້ກ່ຽວກັບຜົນຮ້າຍຂອງໂຣກຕິດຕໍ່ທາງເພດສຳພັນ ແລະ ການພະຍາບານຂັ້ນຕົ້ນ.
“ແຕ່ວ່າເດັກສ່ວນໃຫຍ່ທີ່ເຂົ້າມາສູນ ຈະຕ້ອງໄດ້ຮຽນພາສາລາວຄືນໃໝ່ ເພາະເຂົາເຈົ້າມັກຈະອອກໂຮງຮຽນຕັ້ງແຕ່ ປ3,” ທ່ານນາງ ກອງແສງ ກ່າວເພີ່ມ.
ຕັ້ງແຕ່ປີ 2008 ມານີ້ ມີຜູ້ເຂົ້າຮ່ວມຝຶກວິຊາຊີບ ຢູ່ສູນປະມານ 200 ກວ່າຄົນ, ອາຍຸສະເລ່ຍແມ່ນຕຳ່ກວ່າ 25 ປີລົງມາ, ທາງສູນ ສາມາດຮັບເດັກນ້ອຍເຂົ້າໄດ້ຄັ້ງລະ 35 ຄົນ. ປີໜຶ່ງ ຈະມີເດັກນ້ອຍເຂົ້າຝຶກວິຊາຊີບຢູ່ສູນປະມານ 90 ຫາ 100 ຄົນ.
ເມື່ອຖາມວ່າ ຜູ້ທີ່ຮຽນຈົບອອກໄປ ທາງສູນໄດ້ມີການຕິດຕາມຄືແນວໃດ?
ທ່ານນາງ ກອງແສງ ຕອບວ່າ: ທາງສູນໄດ້ມີການຕິດຕາມທຸກໆ 1 ຫາ 3 ເດືອນ ຈົນຄົບ 2 ປີ ເນື່ອງຈາກວ່າ ຖ້າເຂົາເຈົ້າບໍ່ສາມາດລ້ຽງຊີບໂຕເອງໄດ້ ແລະຢາກກັບມາຝຶກວິຊາຊີບອີກ ພວກເຮົາກໍຈະຮັບ. ແຕ່ວ່າສ່ວນໃຫຍ່ແລ້ວ ເມື່ອຈົບອອກໄປແມ່ນໄດ້ປະສົບຜົນສຳເລັດເກືອບ 70%.
“ໃນໂອກາດນີ້ ຂ້າພະເຈົ້າ ຢາກສະເໜີໃຫ້ທາງພາກລັດ ແລະເອກະຊົນ ຊ່ວຍການກວດລ້າງນາຍໜ້າ ທີ່ໄປຕົວະຍົວະເດັກນ້ອຍໄປຂາຍ ເພາະຍັງມີເດັກນ້ອຍອີກຫຼາຍຄົນທີ່ຍັງຕົກເປັນເຫຍື່ອກຸ່ມຄົນເຫຼົ່ານີ້ ແລະ ຍັງບໍ່ທັນໄດ້ຮັບການຊ່ວຍເຫຼືອອອກມາເທື່ອ,” ທ່ານນາງ ກອງແສງ ກ່າວ.