Friday, July 18, 2025
Kbank Laos โอน รับ จ่าย

ຕົວເລກທີ່ເມຍ ບໍ່ເຄີຍຮູ້ຄວາມຈິງ

ເທື່ອກ່ອນ ອິນໄຊລາວ ໄດ້ລວບລວມບັນດາລາຍການທີ່ເມຍໄດ້ເຊື່ອງລາຄາແທ້ໄວ້ເປັນຄວາມລັບຈາກຜົວ ໂດຍບາງລາຍການກໍເຊື່ອງລາຄາໄດ້ເກີນເຄິ່ງ ຫຼື ບາງລາຍການກໍເຊື່ອງມິດຈົນຜົວຄິດວ່າເປັນຂອງແຖມແທ້ໆ.

ໃນແບບດຽວກັນ ກໍບໍ່ແມ່ນວ່າຈະມີແຕ່ເມຍເທົ່ານັ້ນ ທີ່ເປັນນັກເກັບຄວາມລັບ ເພາະຖ້າມາເບິ່ງທາງຂອງຜົວ ໂດຍບາງຢ່າງເມຍກໍ່ອາດຈະຮູ້ແບບເລັກໆ ນ້ອຍໆ ມາແດ່ ແຕ່ຍັງຫາຫຼັກຖານບໍ່ໄດ້,  ແຕ່ບາງລາຍການກໍຫາມາຮູ້ຕອນນີ້ ກໍເອົາເປັນວ່າເຮັດເປັນບໍ່ຮູ້ບໍເຫັນແດ່ກໍຄົງຈະບໍ່ເປັນຫຍັງເນາະ.

ພາບປະກອບ
  • ຄ່າແຕ່ງລົດ: ຄ່າແຕ່ງລົດຂອງຜົວ ກັບຄ່າແຕ່ງໜ້າເຮັດຜົມຂອງເມຍ ເປັນອີຫຍັງທີ່ຄ້າຍຄືກັນຫຼາຍເພາະຕ່າງມີລາຍການພິເສດເຊິ່ງອີກຝ່າຍອາດບໍ່ເຄີຍຮູ້ມາກ່ອນ ໂດຍສິ່ງທີ່ເບິ່ງທຳມະດາຢ່າງໝວກກັນນ໋ອກ ປອກແອນ ຈົນຮອດຈຸດປິດລົມຢາງກໍ່ອາດເຮັດໃຫ້ເມຍຕົກໃຈໄດ້ເມື່ອຮູ້ລາຄາແທ້.
ພາບປະກອບ
  • ຄ່າກິນລ້ຽງສ້າງສັນກັບໝູ່: ການອອກງານສ້າງສັນນັບເປັນສ່ວນໜຶ່ງຂອງການເຮັດວຽກເປັນທີມແລ້ວ ແລະເມື່ອເຂົາວົງການສ້າງສັນແລ້ວການຈະບໍ່ຈ່າຍເງິນເລີຍກໍ່ຈະເປັນໄປບໍ່ໄດ້ ໂດຍບາງເທື່ອການກິນດື່ມກໍ່ອາດຈະເລີຍເຖີດໄປໄດ້ບໍ່ວ່າຈະເປັນອາຫານ, ເມນູພິເສດຫຼືເຄືອງດື່ມທີ່ຖືກພະນັກງານເຊຍມາສຸດຈິດສຸດໃຈລ້ວນແຕ່ເຮັດໃຫ້ຫານອອກມາແລ້ວສູງກວ່າປົກກະຕິ ແຕ່ກະຕ້ອງຈ່າຍເທົາກັນ ບໍ່ວ່າຈະກິນນ້ອຍກວ່າກໍ່ຕາມເລື່ອງແບບນີ້ຖ້າເມຍຮູ້ອາດຖືກເວົ້າໃຫ້ເຖິງຂັ້ນບໍ່ຍອມໃຫ້ໄປກັບໝູ່ກຸ່ມນີ້ອີກເລີຍ.
ພາບປະກອບ
  • ຄ່າລາຍການແອັບເກມ ລວມເຖິງອິນເຕີເນັດ: ເລື່ອງເກມ ແລະລາຍການອອນລາຍຕະຫຼອດເຖິງອຸປະກອນລາຍການຕ່າງໆນັ້ນ ເກືອບຈະເປັນສ່ວນໜຶ່ງຂອງການດຳລົງຊີວິດຂອງບັນດາຜົວໄວລຸ້ນທັງຫຼາຍ ແລະກໍ່ເຊັ່ນດຽວກັນກັບເຄື່ອງສຳອາງກະປຸກເລັກໆນ້ອຍໆຂອງຜູ້ຍິງ ກໍຄືລາຄາກັບສິ່ງທີ່ຕາເຫັນນັ້ນມັນຕ່າງກັນ ຫາກເມຍບໍ່ໄດ້ຫຼິ້ນເກມອອນລາຍຄືກັນກໍ່ເອີ້ນວ່າບໍ່ມີມື້ຮູ້ລາຄາທີ່ແທ້ຈິງເລີຍ.
ພາບປະກອບ
  • ເບ້ຍລ້ຽງ ແລະໂບນັດ: ບັນດາພໍ່ບ້ານໃຈກ້າທັງຫຼາຍບໍ່ວ່າຈະເອົາເງິນເດືອນທຸກກີບໃຫ້ກັບເມຍເກັບໄວ້ແລ້ວກໍ່ຕາມແຕ່ຈະມີໃຜທີ່ບອກໄດ້ເຕັມປາກເຕັມຄຳວ່າແມ່ນແຕ່ໂບນັດ, ເບ້ຍລ້ຽງແລະເງິນພິເສດຈາກຫົວໜ້າກໍ່ຕົກໄປຢູ່ນຳເມຍໝົດ ພຽງແຕ່ເງິນເຫຼົ່ານີ້ອາດຕ້ອງຖືກຈັດແບ່ງໄປເກັບໄວ້ຕາມບ່ອນຕ່າງໆ ຫຼືອາດຈະສະແດງໃຫ້ເມຍເຫັນແຕ່ບາງສ່ວນເທົ່ານັ້ນ.

ເຫັນແບບນີ້ແລ້ວຢ່າພ້າວຄິດວ່າ ອິນໄຊລາວ ສະໜັບສະໜູນໃຫ້ສະຖາບັນຄອບຄົວເກີດຄວາມຜິດຖຽງກັນ ຫຼື ຢາກໃຫ້ສາມີພັນລະຍາລະແວງກັນຈົນກາຍເປັນນັກສືບກັນເອງ ເພາະເລື່ອງເຫຼົ່ານີ້ ເຮົາເຊື່ອວ່າຫາກບໍ່ເຫຼືອບ່າກວ່າແຮງຫຍັງ ອີກຝ່າຍທີ່ມາຮູ້ລາຄາຕາມຫຼັງກໍພຽງແຕ່ຕົກໃຈ ແລະ ຢາກຫົວ ຫຼື ບາງຄົນກໍອາດເຮັດເປັນລືມມັນໄປ ເພາະຄວາມຮັກທີ່ມີໃຫ້ນັ້ນ ມັນຍິ່ງໃຫຍ່ກວ່າຕົວເລກທີ່ມັນເຊື່ອງໄວ້ຢູ່ໃນລາຍການເຫຼົ່ານີ້ອີກດ້ວຍ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.