Thursday, March 20, 2025

ບໍ່​ກິນ​ທາດແປ້ງ: ຄວາມ​ເຊື່ອ​ຜິດໆ ຂອງ​ຄົນ​ຢາກຈ່ອຍ.

​ກ່ອນອື່ນ ໃຫ້ທ່ານເຂົ້າໃຈກ່ອນວ່າ ອາຫານທາດແປ້ງ ຫຼື ຄາ​ໂບ​ໄຮ​ເດຣດ ​ເປັນ​ໜຶ່ງ​ໃນ​ອາຫານ 5 ໝວດໝູ່ ທີ່​ຮ່າງກາຍ​ຕ້ອງການ​ໃນ​ແຕ່​ລະມື້ ຄື ​ເມື່ອ​ຄາ​ໂບ​ໄຮ​ເດຣດ ​ເຂົ້າ​ສູ່​ຮ່າງກາຍ​ ຮ່າງກາຍ​ກໍ​ຈະ​ແປງ​ເປັນນຳ້ຕານ ກລູ​ໂກດ ຊຶ່ງມີໜ້າທີ່​ໃຫ້​ພະລັງງານ​ແກ່​ຮ່າງກາຍ ບໍ່​ວ່າ​ຈະ​ເຮັດ​ກິດຈະ​ກຳ​ໃດໆ ກໍ​ຕາມ ທຸກ​ກິດຈະ​ກຳ​ລ້ວນ​ແລ້ວ​ແຕ່​ຕ້ອງການ​ພະລັງງານ​ທັງ​ນັ້ນ. ດັ່ງ​ນັ້ນ​ ຖ້າຫາກ​ຮ່າງກາຍ​ໄດ້​ຮັບ ​ຄາ​ໂບ​ໄຮ​ເດຣດ ບໍ່ພຽງພໍ ອາດ​ເຮັດ​ໃຫ້​ເຮົາ​ຂາດ​ພະລັງງານ ​ໃນ​ການ​ເຮັດ​ກິດຈະ​ກຳດັ່ງກ່າວ, ຄວາມຄິດເຊື່ອງຊ້າ, ​ເມື່ອ​ງ່າຍ ຫຼື ອາດ​​ເຖິງ​ຂັ້ນ​ຫິວ, ມື​ສັ່ນ, ຢາກກິນ​ສິ່ງ​ທີ່​ຫວານໆ ຊຶ່ງຫຼາຍຄົນກໍ​ອາດ​ຈະ​ມີ​ອາການ​ແບບ​ນີ້ມາ​ແລ້ວ.

ຄວາມອັນຕະລາຍ​ຈາກ​ການ​ຂາດທາດແປ້ງ?

ຖ້າ​ຫາກ​ເຮົາ​ບໍ່​ກິນທາດ​ແປ້ງ ຫຼື ທາດນຳ້ຕານ​ເລີຍ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ກໍ​ຄື ຮ່າງກາຍ​ຈະ​ບໍ່​ມີ​ແຮງ​ໃນ​ການ​ເຮັດ​ກິດຈະ​ກຳ​ຕ່າງໆ, ຂາດ​ພະລັງງານ​ໃນ​ການ​ດຳລົງ​ຊີວິດ, ຮ່າງກາຍ​ອາດ​ພະຍາຍາມ​ຫາ​ແຫຼ່ງພະລັງງານ​ມາ​ເຜົາ​ຜານ​ແທນ​ ຄາ​ໂບ​ໄຮ​ເດຣດ ​ໂດຍ​ການ​ດຶງ​ເອົາ​ໄຂມັນ ​ແລະ​ໂປຣຕິນມາ​ເຜົາ​ຜານ​ແທນ. ​ແຕ່​ໃນ​ເມື່ອ​ໄຂມັນ ​ແລະ​ ໂປຣຕິນ ​ເປັນ​ໂຕ​ທີ່ຊ່ວຍ​ສ້າງ​ກ້າມຊີ້ນ, ສ້າງ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ແກ່​ຜິວໜັງ ຖ້າ​​ຖືກ​ນຳມາ​ເຜົາ​ຜານ​ພະລັງງານ​ແທນ ​ຄາ​ໂບ​ໄຮ​ເດຣດ ຢູ່​ເລື້ອຍໆ ກ້າມຊີ້ນກໍ​ອາດ​ຈະ​ບໍ່​ມີ, ຮ່າງກາຍ​ກໍ​ຈະ​ຈ່ອຍ​ ​ແລະ ​ຜິວ​ກໍ​ຫ່ຽວ​ແຫ້ງ. ນອກ​ນີ້ ​ເມື່ອ​ຮ່າງກາຍ​ຂາດ​ສານ​ອາຫານ​ທີ່​ສຳຄັນ​ໄປ ລະບົບ​ການ​ເຮັດ​ວຽກພາຍ​ໃນ​ກໍ​ຈະ​ເລີ່​ມປັ່ນ​ປ່ວນ, ພູມຄຸ້ມ​ກັນ​ກໍ​ເລີ່​ມບົກພ່ອງ, ຕັບ, ​ໄຂ່ຫຼັງ, ກະ​ເພາະ​ອາຫານ​ເລີ່​ມ​ເຮັດ​ວຽກຜິດ​ປົກກະຕິ ລວມ​ໄປ​ເຖິງ​ເລືອດ, ຕ່ອມ​ນຳ້​ເຫຼືອງ ​ແລະ ​ອື່ນໆ ຊຶ່ງ​ເປັນສາ​ເຫດ ​ທີ່ພາ​ໃຫ້ຫຼາຍ​ໂຣກ​ເກີດ​ຂຶ້ນ​ໄດ້​ງ່າຍ ​ເພາະ​ຮ່າງກາຍ​​ອ່ອນ​ແອ, ​ເຊື້ອ​ແບັກ​ທີ​ເຣຍ ​ແລ​ະ ​ໄວຣັສ ກໍອາດ​ເກີດ​ຂຶ້ຍ​ໄດ້​ງ່າຍ​.

ແລ້ວໃນ​ມື້ນຶ່ງ ​ເຮົາ​ຄວນ​ກິນທາດ​ແປ້ງ ຫຼາຍປານ​ໃດ?

ສຳລັບຜູ້​ທີ່​ຢາກຫຼຸດຄວາມ​ອ້ວນ, ຫຼຸດນຳ້ໜັກ ຢ່າງ​ປອດ​ໄພ, ​ບໍ່​ເກີດ​ໂຣກ ຈຳ​ເປັນ​ຕ້ອງ​ຈຳກັດ​ປະລິມານ​ໃນ​ການ​ກິນທາດ​ແປ້ງ​ນັ້ນ​ ເປັນ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ ​ແຕ່​ບໍ່​ຄວນ​ງົດ​ກິນ​ແບບ 100%, ຄວນ​ກິນ​ໃຫ້​ຢູ່​ໃນ​ປະລິມານ​ທີ່​ເໝາະສົມ, ​ເລືອກ​ກິນ​ອາຫານທາດແປ້ງທີ່​ມີ​ຄຸນ​ນະພາບ ເພື່ອ​ໃຫ້​ຮ່າງກາຍ​ໄດ້​ຮັບ​ສານ​ທີ່​ດີ​ມີ​ປະ​ໂຫຍ​ດ ​ແລະ ​ບໍ່ກິນຫຼາຍ​ເກີນ​ໄປ​ ຈົນ​ເຫຼືອ​ໄປ​ສະ​ສົມ​​ເປັນ​ຊັ້ນ​ໄຂມັນໜາໆ ຕາມ​ສ່ວນ​ຕ່າງໆ ຂອງ​ຮ່າງກາຍ.

ຄາ​ໂບ​ໄຮ​ເດຣດ ທີ່​ແນະ​ນຳ ກໍ​ຄື ​ເຂົ້າ​ທີ່​ບໍ່​ຜ່ານ​ການ​ຂັດ​ສີ ຫຼື ຂັດ​ສີໜ້ອຍ​ ເຊັ່ນ ​ເຂົ້າ​ທີ່​ຕຳ​ດ້ວຍ​ມື, ​ເຂົ້າກ້ອງ, ​ເຂົ້າຈີ່​ທີ່​ບໍ່​ຟອກ​ຂາວ ​ເຊັ່ນ ​​ແຊນ​ວິດ ລວມ​ໄປ​ເຖິງ​ຜັກ ​ແລະ ໝາກ​ໄມ້​ທີ່​ມີຣົດຫວານໜ້ອຍ ແຕ່ມີ​ໃຍ​ອາຫານຫຼາຍ ຄື ມັນ​ດ້າງ, ສາລີ. ແຕ່ທັງນີ້ທັງນັ້ນ ຄວນ​ຄວບ​ຄຸມ​ປະລິມານ​ບໍ່​ໃຫ້ຫຼາຍເກີນຄວາມ​ຈຳ​ເປັນ​ຕໍ່​ຮ່າງກາຍ. ​ເຮົາ​ຄວນຄິດ​ງ່າຍໆ ຄື ​ໃນ 1 ຄາບ ກິນ​ໄດ້ 1 ປັ້ນ, ກິນ​ອາຫານ​ໃຫ້​ຄົບ 3 ຄາບ, ຄາບ​ແລງ​ຄວນ​ຈະຫຼຸດ​ແປ້ງ ​ແຕ່​ເພີ່ມ​ຊີ້ນ, ຜັກ ​ແລະ ໝາກ​ໄມ້​ເຂົ້າ​ທົດ​ແທນ​ກໍ​ໄດ້ ​ແຕ່ບໍ່​ໃຫ້​ເຖິງ​ຂັ້ນ​ງົດ​ກິນ​ແປ້ງ ​ແລະ​ນຳ້ຕານ​​ເລີຍ.

​ແຕ່​ຖ້າ​ຕ້ອງການ​ທີ່​ຈະຫຼຸດປະລິມານ​ຂອງອາຫານທາດແປ້ງ ທີ່ຈະ​ສົ່ງ​ຜົນ​ດີ​ຕໍ່​ຮ່າງກາຍ ​ຄື ການ​ກິນ​ນຳ້ຕານຫຼາຍ​ເກີນ​ໄປ ຊຶ່ງ​ເຮົາ​ບໍ່​ຄວນ​ກິນ​ເກີນ​ມື້ລະ 6 ບ່ວງກາເຟ ​ເພາະ​ຮ່າງກາຍ​ຈະ​ນຳ​ນຳ້ຕານ​ໄປ​ໃຊ້​ບໍ່​ທັນ ​ເຮັດ​ໃຫ້​ເກີດ​ການ​ສະ​ສົມ​ໄຂມັນ​ໃນ​ຕັບ, ​ເຮັດ​ໃຫ້​ຕັບ​ອັກ​ເສບ ​ແລະ ​ເປັນສາ​ເຫດ​ໜຶ່ງ​ຂອງ​ການ​ເກີດ​ຕັບ​​ແຂງ​ໄດ້ ລວມທັງ​ນຳ້ຕານ​ທີ່​ເກີນ​ຈະ​ກາຍ​ເປັນ​ໄຂມັນ​ທີ່​ສະ​ສົມ​ຢູ່​ຕາມ​ພຸງ​ຂອງ​ເຮົາ​. ສິ່ງທີ່ຄວນຮູ້ກໍຄື ນຳ້ອັດລົມ 1 ປ໋ອງ ມີຄ່ານຳ້ຕານປະມານ 9-14 ບ່ວງກາເຟ.

ສິ່ງ​ສຳຄັນທີ່​ຄົນ​ຕ້ອງການ​ຢາກຫຼຸດຄວາມ​ອ້ວນ​ເບິ່ງ​ຂ້າມ ກໍ​ຄື ນອກຈາກ​ການ​ຄວບ​ຄຸມ​ປະລິມານ​ອາຫານ ທີ່​ກິນ​ໃນ​ແຕ່​ລະມື້​ແລ້ວ ​ເຮົາ​ຄວນ​ເຜົາ​ຜານ​ພະ​ລັງ​ງານ​ທີ່​ມີ​ຢູ່ ​ອອກ​ໄປ​ດ້ວຍ​ການ​ອອກ​ກຳລັງ​ກາຍ. ດັ່ງ​ນັ້ນ ​ຖ້າ​ຕ້ອງການ​ອອກ​ກຳລັງ​ກາຍ ຮ່າງກາຍ​ຂອງ​ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ມີ​ພະລັງງານ​ເພື່ອ​ເຜົາ​ຜານ​ໄຂມັນ​ສ່ວນ​ເກີນ​ນຳ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.