Friday, April 19, 2024
Lenovo

9 ວິທີຮັກໃຫ້ຖືກ ແລ້ວເຈົ້າຈະທຸກໃຈໜ້ອຍລົງ.

ຄວາມຮັກຖືເປັນຄວາມສຸກທີ່ຫອມຫວານນັ້ນແມ່ນຖືເປັນນິຍາມຂອງຄວາມຮັກ ແຕ່ໃນຊີວິດຈິງຄວາມຮັກມັນບໍ່ໄດ້ຫອມຫວານຢ່າງທີ່ໃຜໆ ເຂົາຄິດກັນ ມີທັງສຸກແດ່ ທຸກແດ່ປະປົນກັນໄປ ແຕ່ຖ້າເຈົ້າຢາກມີຄວາມຮັກແບບໃດໃຫ້ມີຄວາມສຸກ ແລະບໍ່ເປັນທຸກກັບຄວາມຮັກ ຄຳແນະນຳທີ່ດີທີ່ສຸດຄື ຄວນຮັກໃຫ້ເປັນ, ຄວນເອົາໃຈເຂົາມາໃສ່ໃຈເຮົາ ຢ່າຄິດເອົາແຕ່ໃຈຕົນເອງ ຄວາມຮັກຂອງເຈົ້າກໍຈະຍືນຍາວແນ່ນອນ.

  1. ມີຄວາມສຸກໄດ້ດ້ວຍຕົນເອງ: ເພາະຄົນອື່ນເປັນພຽງລາງວັນທີ່ເພີ່ມເຂົ້າມາ.
  2. ຍອມຮັບຄວາມແຕກຕ່າງຂອງຜູ້ອື່ນ: ເພາະຖ້າຄວາມຄິດບໍ່ຄືກັນ ນັ້ນຖືເປັນເລື່ອງທຳມະຊາດ ຫາກເຂົ້າໃຈ ແລະ ຍອມຮັບໄດ້ແລ້ວ ເມື່ອເຫັນເຂົາເຮັດຕົວບໍ່ຖືກໃຈ, ບໍ່ໜ້າຮັກ, ຂີ້ຈົ່ມ, ໃຈຮ້ອນ ເຮົາກໍຈະປັບຕົວໃຫ້ເຂົ້າກັບເຂົາ ແລະ ມອບຄວາມຮັກໃຫ້ໄດ້ງ່າຍຂຶ້ນ.
  3. ສະແດງອອກເຖິງຄວາມຮັກ: ຖ້າຮັກແລ້ວບໍ່ສະແດງອອກອີກຝ່າຍກໍຄົງບໍ່ຮູ້ເພາະເຂົາອາດບໍ່ແມ່ນຄົນເຈົ້າສັງເກດ ສ່ວນຄວາມຕ້ອງການຂອງເຮົາ ກໍຄວນບອກເຂົາກົງໆ ບໍ່ແມ່ນຄາດຫວັງໃຫ້ຄູ່ຂອງເຮົາເປັນໝໍດູຄອຍເດົາໃຈເອົາເອງ.
  4. ຫຼຸດຄວາມຄາດຫວັງລົງແດ່: ຄວນຄາດຫວັງຈາກອີກຝ່າຍໃຫ້ນ້ອງລົງ ໂອກາດທີ່ເຮົາຈະສົມຫວັງກໍຫຼາຍຍິ່ງຂຶ້ນ.
  5. ຄວນປາຖະໜາໃຫ້ຜູ້ອື່ນເກີດຄວາມສຸກນຳ: ບໍ່ແມ່ນຄິດຮອດແຕ່ຄວາມສຸກຂອງຕົນເອງເຊັ່ນ: ເມື່ອຄົນທີ່ເຮົາຮັກບໍ່ຮັກເຮົາ ແຕ່ເຂົາມີຄວາມສຸກຂອງເຂົາ ເຖິງວ່າເຮົາຈະເສົ້າກໍຍັງຄິດໄດ້ວ່າ ຢ່າງນ້ອຍກໍໄດ້ເຫັນຄົນທີ່ເຮົາຮັກມີຄວາມສຸກ.
  6. ຮູ້ຈັກຍອມຮັບຄວາມປ່ຽນແປງຕ່າງໆ: ຄວາມຮັກຈຶ່ງຈະຍືນຍາວ ຫາກຄວາມຮັກທີ່ເຄີຍຫວານກັບຈືດຈາງ ກໍໝັ່ນເຕີມເຕັມຮັກກັນແດ່ ຫາກມີຫຍັງທີ່ປ່ຽນໄປຕາມການເວລາ ກໍພຽງປັບຕົວໄປນຳພ້ອມເຮັດຄວາມເຂົ້າໃຈຂອງເຫດຜົນວ່າ ເຮັດແນວໃດຮັກຈຶ່ງຈະຢູ່ລອດ.
  7. ບໍ່ຄວນເຮັດແຕ່ສິ່ງທີ່ຕົນເອງມັກ ຫຼື ສິ່ງທີ່ຕົນຄິດວ່າດີໃຫ້ຄົນອື່ນພຽງຢ່າງດຽວ: ແຕ່ຈະຕ້ອງເບິ່ງເຖິງຄວາມຕ້ອງການຂອງເຂົານຳຈະໄດ້ບໍ່ຕ້ອງມານ້ອຍໃຈວ່າ ເຮົາອົດສາຫວັງດີ ອິດເມື່ອຍເຮັດເພື່ອເຂົາ ແຕ່ເຂົາຊ້ຳພັດບໍ່ເຫັນຄຸນຄ່າ.
  8. ຄວາມເກງອົກເກງໃຈນັ້ນ ເປັນສິ່ງສຳຄັນ: ຄວນເອົາໃຈເຂົາມາໃສ່ໃຈເຮົາ ເພາະຄົນທີ່ໃກ້ຊິດສະນິດກັນມັກຄິດວ່າຈະສາມາດ ສ້າງຄວາມເຂົ້າໃຈຕົວເອງໄດ້ເກືອບທຸກເລື່ອງຈົນລືມຄິດຮອດຄວາມຮູ້ສຶກຂອງອີກຄົນໄປ.
  9. ເວົ້າຈາຊື່ນຊົມໃນສິ່ງດີຂອງກັນ ແລະ ກັນ: ເປັນວິທີມອບຄວາມຮັກທີ່ຄວນທຳບາງຄົນລະເລີຍວ່າຢູ່ນຳກັນມາດົນແລ້ວ ເລື່ອງດີເຂົາຄົງຮູ້ຢູ່ແລ້ວບໍ່ຕ້ອງຊົມ ຈຶ່ງເອົາແຕ່ເວົ້າຮອດສິ່ງບໍ່ດີຫຼືຢາກໃຫ້ອີກຝ່າຍປ່ຽນແປງເອົາແຕ່ຈົ່ມໂດຍທີ່ບໍ່ເຄີຍຊົມຄົນຟັງກະທໍ້ໃຈຄືກັນ.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີແກ້ອາການເມົາຄ້າງ ໃຫ້ລຸກຂຶ້ນໄປເຮັດວຽກຕໍ່ໄດ້.

ກິນລ້ຽງໜັກແລ້ວຕື່ນເຊົ້າມາມີອາການເມົາຄ້າງ ບໍ່ຢາກລຸກອອກຈາກບ່ອນ ແຕ່ຕ້ອງລຸກຂຶ້ນໄປເຮັດວຽກ ຄວນ​ເຮັດ​ແນວ​ໃດ? ມື້ນີ້ເຮົາ​ມີ 5 ວິທີ​ແກ້​ອາການ​ເມົາ​ຄ້າງ ທີ່ຈະຊ່ວຍໃຫ້ທ່ານກຽມພ້ອມທີ່ຈະໄປເຮັດວຽກໄດ້.

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.